ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັງກິດ ອາດຈະເລີ້ມ ຖອນທະຫານ ໃນປີໜ້າ


ນາຍົກລັດຖະມົນຕີອັງກິດ ທ່ານ DAVID CAMERON ກ່າວວ່າ ປະເທດຂອງທ່ານ ສາມາດເລີ້ມຖອນທະຫານ ອອກຈາກ ອັຟການິສຖານ​ໄດ້ ພາຍໃນປີໜ້ານີ້ ຊຶ່ງ​ເປັນ ເວລາ ທີ່ສະຫະລັດ ມີແຜນການ ຈະເລີ້ມຖອນທະຫານ ຂອງຕົນ ອອກ​ໄປນັ້ນ.

ແຕ່ແນວໃດກໍຕາມ ທ່ານ CAMERON ກ່າວຕໍ່ວິທຍຸ BBC ວ່າ ການຕັດສິນໃຈ ຄວນອີງຕາມ ສະພາບໂຕຈິງ ໃນອັຟການິສຖານ. ທ່ານກ່າວຕື່ມວ່າ ທ່ານບໍ່ຢາກໃຫ້ ຕັ້ງຄວາມຄາດຫວັງໄວ້ ກ່ຽວກັບ ການຖອນທະຫານ ຂອງອັງກິດ.

ແຕ່ນາຍົກລັດຖະມົນຕີ CAMERON ເວົ້າວ່າ ປະຊາຊົນ ຊາວອັງກິດ ສາມາດເຂົ້າໃຈໄດ້ ຢ່າງຈະແຈ້ງວ່າ ພາຍໃນປີ 2015 ອັງກິດ ຈະບໍ່ມີກຳລັງສູ້ລົບ ຫຼືທະຫານ ເປັນຈຳນວນ ຫຼວງຫຼາຍ ຢູ່ໃນອັຟການິສຖານແລ້ວ.

ທ່ານ CAMERON ທີ່ໄດ້ເຂົ້າກຳຕຳແໜ່ງ ໃນເດືອນພຶດສະພາ ຜ່ານມາ ໄດ້ສົນທະນາຫາລື ເລື່ອງອັຟການິສຖານ ກັບປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໃນວັນອັງຄານວານນີ້ ໃນການເດີນທາງ ມາຢ້ຽມຢາມ ທຳນຽບຂາວ ເປັນ ເທື່ອທຳອິດ ໃນຖານະ ນາຍົກລັດຖະມົນຕີ ຂອງອັງກິດ.

XS
SM
MD
LG