ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງປະຊຸມເພື່ອຈະສ້າງ ຄວາມເປັນເອກກະສັນແຫ່ງຊາດ


ປະທານາທິບໍດີຮາມິດ ກາໄຊ ພວມກະກຽມ ທີ່ຈະເປັນ
ເຈົ້າພາບຈັດກອງ ປະຊຸມເປັນເວລາ 3 ມື້ທີ່ນະຄອນຫຼວງ
ກາບູລໃນຄວາມຫວັງເພື່ອຈະສ້າງຄວາມ ເປັນເອກກະສັນ
ແຫ່ງຊາດ ໃນການຢຸດຕິສົງຄາມ ທີ່ດຳເນີນມາເປັນເວລາ
ເກືອບ 9 ປີແລ້ວນັ້ນ.

ສະພາໃຫຍ່ JIRGA ຈະເປີດໃນວັນພຸດມື້ອື່ນນີ້ໂດຍມີຜູ້
ຕາງໜ້າປະມານ 1 ພັນ 600 ຄົນ ໄປປະຊຸມກັນ
ໃນຕູບຜ້າຕັ້ງຂະໜາດໃຫຍ່ ທີ່ຕິດເຄື່ອງປັບອາ ກາດ.
ພວກຜູ້ແທນເຫຼົ່ານີ້ຈະມາຈາກທຸກໆພາກສ່ວນຂອງສັງຄົມ
ອັບການິດສະ ຖານ ຮວມທັງພວກຜູ້ນຳຊົນເຜົ່າ ແຂວງ ແລະສາສະໜາຕ່າງໆ.

ມີກຸ່ມນຶ່ງ ທີ່ບໍໄດ້ຖືກເຊີນໄປຮ່ວມສະພາ JIRGA ກໍແມ່ນພວກທາລີບານ ກຸ່ມຫົວຮຸນແຮງ
ສາສະໜາອິສະລາມທີ່ຖືກໂຄ່ນລົ້ມລົງຈາກອຳນາດໂດຍການບຸກ ໂຈມຕີຂອງກຳລັງພາຍໃຕ້
ການນຳພາຂອງສະຫະລັດໃນປີ 2001 ບໍ່ດົນຫຼັງຈາກ ພວກກໍ່ການຮ້າຍໄດ້ໂຈມຕີນະຄອນ
ນິວຢອກແລະວໍຊິງຕັນ. ແຕ່ແນວໃດກໍຕາມ ພວກຜູ້ແທນບາງຄົນອາດg​ເປັນພວກທີ່ເປັນ
ໃຈກັບພວກກະບົດທາລີບານ.

ກຸ່ມທາລີບານກ່າວວ່າ ຕົນຈະບໍ່ເປີດການເຈລະຈາກັບລັດຖະບານຈົນກວ່າ ທະຫານຕ່າງ
ປະເທດທັງໝົດ ຖອນອອກໄປຈາກອັບການິດສະຖານ. ຈະມີການ ສົ່ງກຳລັງຮັກສາຄວາມ
ສະຫງົບ ຈຳນວນຫຼາຍພັນຄົນ ໄປປະຕິບັດງານທັງຢູ່ໃນ ແລະອ້ອມແອ້ມນະຄອນຫຼວງ
ກາບູລໃນລະຫວ່າງກອງປະຊຸມສະພາ JIRGA.

XS
SM
MD
LG