ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

17 ຄົນເສຍຊີວິດ ໃນການໂຈມຕີ ຢູ່ອັຟການິສຖານ


ຜູ້ຄົນພາກັນສະແດງຄວາມເສົ້າເສຍໃຈ ຕໍ່ການເສຍຊີວິດ ຂອງສະມາຊິກໃນຄອບຄົວ ລຸນຫຼັງການໂຈມຕີ ສະລະຊີບ ທີ່ເມືອງ Spin Boldak ໃນແຂວງ Helmand (7 ມັງກອນ 2011)
ຜູ້ຄົນພາກັນສະແດງຄວາມເສົ້າເສຍໃຈ ຕໍ່ການເສຍຊີວິດ ຂອງສະມາຊິກໃນຄອບຄົວ ລຸນຫຼັງການໂຈມຕີ ສະລະຊີບ ທີ່ເມືອງ Spin Boldak ໃນແຂວງ Helmand (7 ມັງກອນ 2011)

ພວກກະບົດທາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ
ໃນການໂຈມຕີດ້ວຍລະເບີດສະລະຊີບ ທີ່ບ່ອນອາບນໍ້າ
ສາທາລະນະແຫ່ງນຶ່ງໃນພາກໃຕ້ອັຟການິສຖານທີ່ເຮັດ
ໃຫ້ມີຜູ້ເສຍຊີວິດ 17 ຄົນ ແລະໄດ້ຮັບບາດເຈັບອີກຈຳ
ນວນນຶ່ງ.

ແຫຼ່ງຂ່າວແຈ້ງວ່າ ການໂຈມຕີໃນວັນສຸກມື້ນີ້ທີ່ມີຂຶ້ນຢູ່
ທີ່ເມືອງ Spin Boldak ໃນແຂວງ Helmand ນັ້ນ
ແມ່ນແນເປົ້າໝາຍໃສ່ຜູ້ບັນຊາການຕຳຫຼວດຊາຍແດນ
ອະວຸໂສທ່ານນຶ່ງທີ່ເສຍຊີວິດໃນການໂຈມຕີຄັ້ງນີ້.

ໃນເຫດຮ້າຍອື່ນໆໃນວັນສຸກມື້ນີ້ ອົງການເນໂຕ້ກ່າວວ່າ
ທະຫານກຳລັງປະສົມ 3 ຄົນໄດ້ເສຍຊີວິດໃນການໂຈມຕີ
ຢູ່ 2 ບ່ອນ ຄືໃນພາກໃຕ້ແລະພາກຕາເວັນອອກອັຟກາ
ນິສຖານ. ອົງການເນໂຕ້ບໍ່ໄດ້ແຈ້ງໃຫ້ຮູ້ວ່າ ທະຫານທັງ
3 ເປັນໃຜຫຼືສະຖານທີ່ໆຄັກແນ່ໃນການໂຈມຕີເຫຼົ່ານີ້.

ສະຫະລັດ ໄດ້ມີຄຳສັ່ງໃຫ້ສົ່ງທະຫານມາຣີນ ຕື່ມອີກ 1,400 ຄົນ ໄປຍັງອັຟການິສຖານ ເພື່ອທຳຄວາມກົດດັນເພີ່ມຕື່ມ ຕໍ່ພວກກະບົດທາລີບານ ໃນລະຫວ່າງການບຸກໂຈມຕີໃນ
ລະດູໜາວນີ້.

ປັດຈຸບັນ ສະຫະລັດມີທະຫານ 97,000 ຄົນ ໃນອັຟການິສຖານ ພ້ອມໆກັບທະຫານ
ຈາກປະເທດອື່ນໆອີກ ປະມານ 45,000 ຄົນ.

XS
SM
MD
LG