ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພໍ່ຄ້າອາວຸດເຖື່ອນທີ່ຖືກຈັບ ໃນອັຟການິສຖານ ບໍ່ແມ່ນທະຫານອີຣ່ານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ອົງການເນໂຕກ່າວວ່າ ຜູ້ຕ້ອງສົງໄສລັກລອບຄ້າອາວຸດຄົນນຶ່ງ ທີ່ຖືກຈັບໄດ້ໃນອັຟການິສ
ຖານນັ້ນ ບໍ່ແມ່ນສະມາຊິກກຳລັງພິທັກປະຕິວັດຂອງອີຣ່ານ ຕາມທີ່ໄດ້ມີການລາຍງານ ກ່ອນໜ້ານີ້.

ກອງກຳລັງໃຫ້ຄວາມຊ່ອຍເຫຼືອ ໃນການຮັກສາຄວາມສະຫງົບຂອງນາໆຊາດ ພາຍໃຕ້
ການນຳພາຂອງອົງການເນໂຕ້ກ່າວໃນວັນສຸກມື້ນີ້ວ່າ ລາຍງານສືບລັບໃນຂັ້ນຕົ້ນ ແມ່ນ
ບໍ່ຖືກຕ້ອງ ແລະຜູ້ຊາຍຄົນນີ້ບໍ່ແມ່ນສະມາຊິກຂອງກຳລັງໜ່ວຍ Al-Quds ຊຶ່ງເປັນກຳລັງ
ພິເສດຂອງອີຣ່ານນັ້ນ. ຖະແຫຼງຂ່າວສະບັບນຶ່ງຂອງກຳລັງນາໆຊາດຍັງສືບຕໍ່ຢືນຢັນວ່າ
ຜູ້ຕ້ອງສົງໄສຄົນນີ້ອາດມີຄວາມສຳພັນກັບອົງການຂອງພວກກະບົດຫຼາຍໆກຸ່ມ.

ຜູ້ຊາຍຄົນນີ້ໄດ້ຖືກຈັບໃນມື້ວັນເສົາແລ້ວ ທີ່ແຂວງການດາຮາໃນພາກໃຕ້ອັຟການິສຖານ
ບ່ອນທີ່ກໍາລັງປະສົມພວມທຳການບຸກໂຈມຕີພວກຫົວຮຸນແຮງທາລີບານ. ລາວໄດ້ຕົກ
ເປັນເປົ້າ ຍ້ອນໄດ້ໃຫ້ຄວາມຊ່ອຍເຫຼືອໃນການຂົນອາວຸດຂ້າມຊາຍແດນຈາກອີຣ່ານເຂົ້າ ໄປໃນອັຟການິສຖານ.

ເຈົ້າໜ້າທີ່ຂອງກອງທັບສະຫະລັດ ໄດ້ກ່າວຫາອີຣ່ານວ່າ ໃຫ້ການສະໜັບສະໜຸນໂດຍກົງແກ່ ພວກຫົວຮຸນແຮງທາລີບານ ໂດຍໃຫ້ການຝຶກແອບ ແລະອຸບປະກອນແກ່ກຸ່ມດັ່ງກ່າວ ຊຶ່ງໃນ
ຂະນະດຽວກັນ ກໍໃຫ້ຄວາມຊ່ອຍເຫຼືອທາງດ້ານການເງິນ ແກ່ລັດຖະບານອັຟການິສຖານ.

ອີຣ່ານຢືນຢັດວ່າເງິນທີ່ຕົນໃຫ້ລັດຖະບານອັຟການິສຖານນັ້ນແມ່ນເປັນການຊ່ອຍເຫຼືອ ແລະ
ສຳລັບບູລະນະສ້າງສາປະເທດຊາດ. ນອກນັ້ນເຕຫະຣ່ານຍັງໄດ້ຄັດຄ້ານ ຕໍ່ການມີໜ້າຂອງ
ກຳລັງນາໆຊາດຢູ່ໃນອັຟການິສຖານນຳດ້ວຍ.

XS
SM
MD
LG