ໜັງສືພິມທີ່ມີຊື່ສຽງຂອງສະຫະລັດສະບັບນຶ່ງກ່າວວ່າ ທ່ານ Umar Daudzai ຫົວໜ້າ ກອງເລຂາປະຈໍາປະທານາທິບໍດີ Hamid Karzai ໄດ້ຮັບເງິນເປັນຈໍານວນຫລາຍລ້ານ ໂດລາ ຈາກອີຣ່ານ.
ໜັງສືພິມ New York Times ກ່າວວ່າ ການຈ່າຍເງິນທີ່ວ່ານີ້ ມີເປົ້າ ໝາຍເພື່ອໃຫ້ໄດ້ຮັບຄວາມຈົງຮັກພັກດີ ຈາກທ່ານ Daudzai ແລະ ເພື່ອສົ່ງເສີມຜົນປະໂຫຍດຂອງອີຣ່ານ ໃນທໍານຽບປະທານາທິບໍດີຂອງອັຟການິສຖານນັ້ນ.
ໜັງສືພິມ New York Times ອ້າງແຫລ່ງຂ່າວທີ່ບໍ່ບອກຊື່ໃຫ້ຊາບວ່າ ອິຣ່ານໃຊ້ອິດທິ ພົນ ເພື່ອສ້າງຄວາມແຕກແຍກ ລະຫວ່າງປະຊາຊົນອັຟການິສຖານກັບພວກຊ່ວຍເຫລືອເຂົາເຈົ້າ ຄືກອງທະຫານອາເມຣິກັນແລະກຸ່ມ NATO ນັ້ນ.
ໜັງສືພິມສະບັບນີ້ເວົ້າອີກວ່າ ບັນດາເຈົ້າໜ້າທີ່ອີຣ່ານສາມາດເຂົ້າອອກທໍານຽບປະທານາ ທິບໍດີອັຟການິສຖານໄດ້ ເກືອບວ່າຢ່າງເສລີ ໂດຍບໍ່ຕ້ອງຜ່ານລະບຽບການທາງການທູດ.
ໜັງສືພິມ New York Times ກ່າວວ່າ ປະທານາທິບໍດີ Hamid Karzai ພ້ອມດ້ວຍຫົວໜ້າກອງເລຂາຂອງທ່ານໄດ້ໃຊ້ເງິນທີ່ວ່ານີ້
ເພື່ອຈ່າຍໃຫ້ພວກສະມາຊິກສະພາ ພວກຊົນເຜົ່າອາວຸໂສຂອງອັຟການິສຖານ ແລະພວກ ຜູ້ບັນຊາການກຸ່ມຕາລີບານ ເພື່ອຮັບປະກັນຄວາມຈົງຮັກພັກດີຂອງເຂົາເຈົ້າ.