ອັຟການິສຖານໄດ້ຈັດພິທີ ສາບານໂຕເຂົ້າຮັບຕຳແໜ່ງ ຂອງ
ທ່ານ Ashraf Ghani ເປັນປະທານາທິບໍດີຄົນໃໝ່ຂອງປະ
ເທດ ຊຶ່ງເປັນຜູ້ນຳໃໝ່ຄົນທຳອິດ ນັບແຕ່ສະຫະລັດໄດ້ບຸກລຸກ
ເຂົ້າໄປໃນອັຟການິສຖານ ໃນທ້າຍປີ 2001 ເປັນຕົ້ນມາ.
ພາຍໃຕ້ການຮັກສາຄວາມປອດໄພຢ່າງເຄັ່ງຄັດ ບັນດາຜູ້ແທນ
ມາຈາກທົ່ວໂລກ ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວໃນວັນຈັນມື້ນີ້ ຊຶ່ງ
ໄດ້ຈັດຂຶ້ນທີ່ທຳນຽບປະທານາທິບໍດີໃນນະຄອນຫລວງຄາບູລ.
ບັນດາຜູ້ນຳດ້ານການເມືອງ ແລະດ້ານສາສະໜາອັຟການິສຖານ
ກໍໄດ້ເຂົ້າຮ່ວມນຳເຊັ່ນກັນ.
ປະທານາທິບໍດີ Ghani ກ່າວວ່າ:
“ການຕໍ່ສູ້ກັນ ບໍ່ແມ່ນທາງອອກ ຂອງຄວາມແຕກຕ່າງທາງການເມືອງ ພວກເຮົາ
ໄດ້ພິສູດໃຫ້ເຫັນວ່າ ຄວາມແຕກຕ່າງທາງການເມືອງສາມາດແກ້ໄຂໄດ້ ຜ່ານ
ການເຈລະຈາຕໍ່ຮອງການທາງການເມືອງ. ສະນັ້ນ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງໄປ
ຍັງ ບັນດາຝ່າຍທີ່ຄັດຄ້ານລັດຖະບານ ໂດຍສະເພາະ ພວກຕາລີບານ ກັບພວກ Hezb-e-Islami ນັ້ນ ໃຫ້ມາຮ່ວມໃນການເຈລະຈາທາງການເມືອງ ນຳກັນ.”
ທ່ານ Hamid Karzai ປະທານາທິບໍດີທີ່ຈະພົ້ນຈາກຕຳແໜ່ງໄປ ໄດ້ມອບໂອນຄວາມຮັບຜິດຊອບຕ່າງໆໃນການນຳພາອັຟການິສຖານ ໃຫ້ທ່ານ Ghani ຫຼັງຈາກໄດ້ຄອງອຳນາດມາ ຕັ້ງແຕ່ພວກຕາລີບັນຖືກຂັບໄລ່ອອກຈາກອຳນາດໄປ.
ທ່ານອັບດູລລາ ອັບດູລລາ ຄູ່ແຂ່ງໃນການເລືອກຕັ້ງກໍໄດ້ສາບານໂຕເຂົ້າຮັບຕຳແໜ່ງ
ເຊັ່ນກັນ ໃນຖານະເປັນຫົວໜ້າບໍລິຫານຄົນໃໝ່ຂອງປະເທດ ໃນການແບ່ງປັນອຳນາດ
ທີ່ໄດ້ບັນລຸຂໍ້ຕົກລົງກັນ ຫຼັງຈາກປະເຊີນກັບວິກິດການຫຼັງການເລືອກຕັ້ງ ເປັນເວລາຫຼາຍເດືອນ.
ທ່ານ Abdullah Abdullah ຫົວໜ້າບໍລິຫານຄົນໃໝ່ຂອງອັຟການິສຖານກ່າວວ່າ:
“ໃນພາກສ່ວນສຳຄັນອັນນີ້ ຂອງປະຫວັດສາດຂອງປະເທດຂອງພວກເຮົາ ໃນ
ຖານະເປັນທີມໃນລັດຖະບານສາມັກຄີຊາດທີ່ຕັ້ງຂຶ້ນມາ ຕາມຂໍ້ຕົກລົງທາງດ້ານ
ການເມືອງກັນ ພວດເຮົາມີຄວາມ ໝັ້ນໝາຍທີ່ຈະເອົາບາດກ້າວຕ່າງໆທີ່ສຳຄັນ
ໃນການປົກປັກຮັກສາໄວ້ຊຶ່ງຄ່ານິຍົມຕ່າງໆຂອງອິສລາມ ການປະຕິຮູບຂັ້ນພື້ນ
ຖານ ນຳມາຊຶ່ງ ການປ່ຽນແປງໃນທຸກລະດັບ ຂອງໂຄງລ່າງພື້ນຖານທາງດ້ານ
ເມືອງ ແລະລັດຖະບານຂອງປະເທດ ໂດຍອີງໃສ່ການຮ່ວມໄມ້ຮ່ວມມືກັນ ການ
ໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນ ຄວາມຊື່ສັດ ແລະການຮັບເອົາຊຶ່ງກັນແລະກັນ.”
ການສາບານໂຕເຂົ້າຮັບຕຳແໜ່ງຂອງທ່ານ Ghani ເປັນຂີດໝາຍແຫ່ງການໂອນອຳນາດແບບປະຊາທິປະໄຕຢ່າງສັນຕິຄັ້ງທຳອິດ ໃນອັຟການິສຖານ ທີ່ໄດ້ຮັບຄວາມເສຍຫາຍຈາກສົງຄາມນັ້ນ.