ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳລັງປະສົມ ປົດປ່ອຍ ພະນັກງານຊ່ອຍເຫຼືອ 4 ຄົນ ໃນອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ອົງການ​ເນ​ໂຕ້​ກ່າວ​ວ່າ ກຳລັງ​ປະສົມ​ໄດ້​ປ່ອຍ​ພະນັກງານ​ໃຫ້​ຄວາມ​ຊ່ອຍ​ເຫຼືອ 4 ຄົນ ​ທີ່
ຖືກ​ພວກ​ຫົວ​ຮຸນ​ແຮງ​ຈັບ​ໂຕ​ໄປໃນ​ພາກ​ເໜືອ​ອັຟກາ​ນິສຖານ ຕັ້ງ​ແຕ່​ເດືອນ ແລ້ວ.

ກຸ່ມ​ພັນທະ​ມິດ​ເນ​ໂຕ້​ ກ່າວ​ວ່າ ພະນັກງານ​ໃຫ້​ຄວາມ​ຊ່ອຍ​ເຫຼືອ 2 ຄົນ ຄື​ນາງ Helen
Johston ຊຶ່ງ​ເປັນ​ຄົນ​ອັງກິດ​ອາຍຸ 28 ປີ​ແລະ​ນາຍ Moragwe Oirere ​ຊຶ່ງ​ເປັນ​ຄົນ​ເຄັນ
ຢາ​ອາຍຸ 26 ປີ ແລະ​ເພື່ອນ​ຮ່ວມ​ງານ​ທີ່​ເປັນຊາວ​ອັຟກາ​ນິສຖານ 2 ຄົນ​ໄດ້​ຖືກປ່ອຍ ​ໃນ
​ລະຫວ່າງ​ການ​ບຸກ​ເຂົ້າ​ໄປ​ຊ່ອຍ ​ຂອງກຳລັງ​ເນ​ໂຕ້​ ໃນ​ຕອນ​ເຊົ້າວັນ​ເສົາ​ມື້ນີ້. ອົງການ​ເນ
​ໂຕ້​ກ່າວ​ວ່າ ບຸກຄົນ​ທັງ 4 ​ໄດ້ຖືກ​ລັກພາ​ໂຕ​ໄປ​ໃນ​ວັນ​ທີ 22 ພຶດສະພາຜານມາທີ່​ແຂວງ
Badakhshan.

​ໂຕ​ປະກັນ​ທັງ 4 ​ເປັນ​ພະນັກງານ​ຂອງ​ອົງການ Medair ຊຶ່ງປັນ​ອົງການ​ໃຫ້​ຄວາມ​ຊ່ອ​ຍ​
ເຫຼືອທາງ​ດ້ານ​ມະນຸ​ດສະ​ທຳ ທີ່​ບໍ່​ຂຶ້ນກັບ​ລັດຖະບານ ທີ່​ມີ​ສຳນັກງານ ຕັ້ງຢູ່​ໃກ້ໆ​ເມືອງ
Lausanne ປະ​ເທດ Switzerland.

ນາຍ​ພົນ John Allen ຜູ້​ບັນຊາ​ການ​ຂອງ​ກຳລັງ​ສະຫະລັດ​ແລະ​ອົງການ​ເນ​ໂຕ້ ໃນ​ອັຟ
ກາ​ນິສຖານ ​ກ່າວໃນ​ຖະ​ແຫຼງຂ່າວ​ສະບັບ​ນຶ່ງ​ວ່າ ທ່ານ​ມີ​ຄວາມ​ຮູ້ສຶກ​ພູມ​ໃຈ ທີ່​ກຳລັງ​ປະ
ສົມ​ໄດ້​ວາງ​ແຜນ ຝຶກ​ຊ້ອມ ​ແລະ​ດຳ​ເນີນ​ການ​ດ້ວຍ​ຄວາມ​ສຳ​ເລັດ​ຜົນ ​ໃນ​ການ​ປະຕິບັດ
​ງານ​ບຸກ​ເຂົ້າ​ໄປ​ຊ່ອຍ​ໂຕ​ປະກັນຄັ້ງນີ້.

​ເຈົ້າໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ພວກ​ລັກພາ​ໂຕ​ຫ້າ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການປະຕິ
ບັດ​ງານ​ຄັ້ງນີ້.

XS
SM
MD
LG