ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຍັງບໍ່ມີການເຈລະຈາ ຢູ່ອັຟການິສຖານ


ທູດພິເສດຮັບຜິດຊອບກ່ຽວກັບອັຟການິສຖານຂອງສະຫະລັດ ທ່ານ Richard Holbrooke ຖະແຫຼງຕໍ່ພວກນັກຂ່າວ ທີ່ນະຄອນຫຼວງກາບູລ (27 ຕຸລາ 2010)
ທູດພິເສດຮັບຜິດຊອບກ່ຽວກັບອັຟການິສຖານຂອງສະຫະລັດ ທ່ານ Richard Holbrooke ຖະແຫຼງຕໍ່ພວກນັກຂ່າວ ທີ່ນະຄອນຫຼວງກາບູລ (27 ຕຸລາ 2010)

ເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດຮັບຜິດຊອບກ່ຽວກັບອັຟ
ການິສຖານ ກ່າວໃນມື້ວັນສຸກວານນີ້ວ່າ ບໍ່ໄດ້ມີການເຈ
ລະຈາຫາລືໃດໆລະຫວ່າງເຈົ້າໜ້າທີ່ອັຟການິສຖານແລະ
ພວກຜູ້ບັນຊາການຂັ້ນສູງ ຂອງກຸ່ມທາລີບານ.

ທ່ານ Richard Holbrooke ກ່າວວ່າ ເຖິງແມ່ນໄດ້ມີ
ລາຍງານຂອງສື່ມວນຊົນເມື່ອໄວໆມານີ້ ກ່ຽວກັບການເຈ
ລະຈາໃນລະດັບສູງກໍຈິງແຕ່ເວລານີ້ກໍບໍ່ມີຫຍັງຫຼາຍທີ່ປະ
ຈັກໃຫ້ເຫັນ.

ທ່ານ Holbrooke ເວົ້າວ່າ ຍັງບໍ່ທັນມີຮ່ອງຮອຍໃດໆ
ເທື່ອໃນເວລານີ້ທີ່ສະແດງໃຫ້ເຫັນວ່າ ພວກຜູ້ນຳຂອງທາລີບານມີຄວາມສົນໃຈທີ່ຈະເປີດ
ການເຈລະຈາສັນຕິພາບ.

ທ່ານກ່າວວ່າ ມີພວກນັກລົບ ທີ່ເປັນພັນທະມິດກັບກຸ່ມທາລີບານໃນຈຳນວນເພີ່ມຂຶ້ນທີ່ໄດ້
ທຳການຕິດຕໍ່ມາ ຍ້ອນວ່າພວກເຂົາໄດ້ເບື່ອໜ່າຍການສູ້ລົບ.

ຜູ້ບັນຊາການກຳລັງສະຫະລັດ ແລະອົງການເນໂຕ້ໃນອັຟການິສຖານ ນາຍພົນ David
Petraeus ກ່າວຕໍ່ VOA ໃນວັນສຸກວານນີ້ວ່າ ມີການຕິດຕໍ່ມາໃນຮູບຕ່າງໆຈາກຜູ້ນຳ
ຫຼາຍໆຄົນຂອງທາລີບານ.

ແລະໃນຕົ້ນເດືອນນີ້ ນາຍພົນ Petraeus ກ່າວວ່າ ກຳລັງປະສົມໄດ້ອຳນວຍຄວາມປອດໄພ
ໃຫ້ພວກຜູ້ນຳອະວຸໂສຈຳນວນນຶ່ງຂອງທາລີບານຜ່ານໄປເພື່ອເຈລະຈາກັບລັດຖະບານອັຟກາ
ນິສຖານ. ພວກທາລີບານໄດ້ປະຕິເສດວ່າ ບໍ່ມີຜູ້ຕາງໜ້າຂອງຕົນພົວພັນກັບການເຈລະຈາດັ່ງ
ກ່າວ. ພວກຫົວຮຸນແຮງໄດ້ທວງໃຫ້ຖອນທະຫານຕ່າງປະເທດທັງໝົດ ອອກໄປຈາກອັຟກາ
ນິສຖານກ່ອນ ທີ່ການເຈລະຈາຈະສາມາດເລີ້ມຂຶ້ນໄດ້.

XS
SM
MD
LG