ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄົນວົງໃນ ອົງການສືບລັບ ອັຟການິສຖານ ສັງຫານ ເພື່ອນຮ່ວມງານ 16 ຄົນ


ທະຫານນາວິກະໂຍທິນ ສະຫະລັດ ຄົນນຶ່ງເຂົ້າຮ່ວມໃນການ
ຝຶກຊ້ອມໃຫ້ ໜ່ວຍໂຈມຕີພິເສດ ອັຟການິສຖານ ຢູ່ຄ້າຍ
ທະຫານ ໂຊຣາບ ໃນແຂວງ ແຮລມານ, ປະເທດ ອັຟກາ
ນິສຖານ. 27 ສິງຫາ, 2017.
ທະຫານນາວິກະໂຍທິນ ສະຫະລັດ ຄົນນຶ່ງເຂົ້າຮ່ວມໃນການ ຝຶກຊ້ອມໃຫ້ ໜ່ວຍໂຈມຕີພິເສດ ອັຟການິສຖານ ຢູ່ຄ້າຍ ທະຫານ ໂຊຣາບ ໃນແຂວງ ແຮລມານ, ປະເທດ ອັຟກາ ນິສຖານ. 27 ສິງຫາ, 2017.

ບັນດາເຈົ້າໜ້າທີ່ໃນປະເທດ ອັຟການິສຖານ ກ່າວວ່າ ນັກສືບສີ່ຄົນຂອງອົງການສືບລັບ
ແຫ່ງຊາດ ໄດ້ຍິງເພື່ອນຮ່ວມງານ ຂອງເຂົາເຈົ້າຕາຍ 16 ຄົນ ກ່ອນຫຼົບໜີໄປເຂົ້າຮ່ວມ
ກັບພວກກະບົດ ຕາລີບານ ໃນແຂວງ ແຮລມານ "Helmand" ທາງພາກໃຕ້ຂອງປະ
ເທດ.

ແຫຼ່ງຂ່າວຮັກສາຄວາມປອດໄພຕ່າງໆ ໄດ້ບອກວີໂອເອໃນວັນອາທິດມື້ນີ້ວ່າ ການໂຈມ
ຕີພາຍໃນອົງການທີ່ບໍ່ຄ່ອຍເກີດຂຶ້ນ ໃນຂ້າມຄືນທີ່ຜ່ານມາ ໄດ້ເກີດຂຶ້ນຢູ່ ສະຖານທີ່ໆ
ເຊື່ອມໂຍງກັບ ອົງການຄະນະກຳມະການຮັກສາຄວາມປອດໄພແຫ່ງຊາດ ຫຼື NDS
ໃນເມືອງ ເກຣິຊ "Gerishk."

ທ່ານ ໂອມາ ຊາວັກ "Omar Zawak" ໂຄສົກລັດຖະບານແຂວງ ໄດ້ຢືນຢັນເຫດການ
ດັ່ງກ່າວ ໂດຍເວົ້າວ່າ ພວກຕາລີບານ ຍັງໄດ້ໂຈມຕີ ສູນ NDS ໃນຂະນະທີ່ການໂຈມຕີ
ພາຍໃນອົງການກຳລັງດຳເນີນຢູ່, ຈົນກໍ່ໃຫ້ເກີດການປະທະກັນຢ່າງຮຸນແຮງກັບເຈົ້າໜ້າ
ທີ່ຮັກສາຄວາມປອດໄພ.

ທ່ານ ຊາວັກ ກ່າວວ່າ ທັງສອງຝ່າຍໄດ້ປະສົບກັບການເສຍຊີວິດ ແລະ ບາດເຈັບຢ່າງ
ໜັກ ແຕ່ທ່ານບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມ.

ເຈົ້າໜ້າທີ່ ອັຟການິສຖານ ທີ່ເສຍຊີວິດ ແມ່ນເຈົ້າໜ້າທີ່ຂອງໜ່ວຍປະຕິບັດການ
ຊົງກາຣຽນ "Songaryan" ຂອງອົງການ NDS ໃນແຂວງ ແຮລມານ. ໜ່ວຍດັ່ງກ່າວ
ຖືກຕັ້ງຊື່ຕາມລະຄອນໂທລະພາບ ເທີກີ ແລະ ໄດ້ເຮັດບົດບາດທີ່ສຳຄັນ ໃນການລວບ
ລວມຂໍ້ມູນລັບ ສຳລັບອົງການ NDS ກ່ຽວກັບ ພວກຕາລີບານ ໃນແຂວງ ແຮລມານ ທີ່
ບໍ່ມີຄວາມໝັ້ນຄົງນັ້ນ.

ພວກສະໜັບສະໜູນ ຕາລີບານ ຫຼື ພວກທີ່ແຊກຊຶມເຂົ້າໃນກອງທັບບົກ ອັຟການິສຖານ
ແລະ ກອງກຳລັງຕຳຫຼວດ ໄດ້ດຳເນີນການໂຈມຕີພາຍໃນຢ່າງເປັນກິດຈະວັດ, ແຕ່ເຫດ
ການດັ່ງກ່າວ ແມ່ນເກີດຂຶ້ນໄດ້ຍາກຢ່າງຍິ່ງ ໃນອົງການຕ່າງໆເຊິ່ງ ກ່ຽວຂ້ອງກັບອົງການ
NDS ໃນ ອັຟການິສຖານ.

ພວກກະບົດໄດ້ຄວບຄຸມ ຫຼື ຕໍ່ສູ້ໃນພື້ນທີ່ສ່ວນຫຼາຍຂອງ 14 ເມືອງໃນແຂວງ ແຮລມານ,
ເຊິ່ງແມ່ນແຂວງທີ່ໃຫຍ່ທີ່ສຸດໃນ ອັຟການິສຖານ ແລະ ເປັນນຶ່ງໃນພາກພື້ນທີ່ປູກຝິ່ນ
ໃຫຍ່ທີ່ສຸດຂອງໂລກ.

ການຄ້າຢາເສບຕິດສ້າງທຶນ 65 ເປີເຊັນໃຫ້ແກ່ກິດຈະກຳຕ່າງໆຂອງພວກກະບົດ ແລະ
ກອງທັບ ສະຫະລັດ ເມື່ອບໍ່ດົນມານີ້ໄດ້ເປີດການໂຈມຕີທາງອາກາດຄັ້ງໃໝ່ ເພື່ອທຳ
ລາຍຫ້ອງວິໄຈຢາເສບຕິດຕ່າງໆ ດ້ວຍຄວາມຫວັງວ່າ ຈະທຳລາຍແຫຼ່ງທີ່ມາດ້ານການ
ເງິນຂອງພວກ ຕາລີບານ ໃນແຂວງ ແຮລມານ, ເຊິ່ງມີຊາຍແດນຕິດກັບປະເທດ
ປາກິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG