ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາເຄືອຂ່າຍ Haqqani ໃນອັຟການິສຖານ ຖືກຈັບໄດ້


ຜູ້ນໍາເຄືອຂ່າຍ Haqqani ໃນອັຟການິສຖານ ຖືກຈັບໄດ້
ຜູ້ນໍາເຄືອຂ່າຍ Haqqani ໃນອັຟການິສຖານ ຖືກຈັບໄດ້

ອົງການເນໂຕ້ກ່າວວ່າ ຜູ້ນໍາອາວຸໂສຂອງເຄືອຂ່າຍ ຮັກການີ ທີ່ເປັນພັນທະມິດກັບກຸ່ມກໍ່
ການຮ້າຍອາລຄາອີດາ ແລະກຸ່ມຕາລີບານນັ້ນ ໄດ້ຖືກຈັບໃນອັຟການີສຖານ.

ເນ​ໂຕ້​ໄດ້ປະກາດເມື່ອວັນເສົາວານນີ້ວ່າ ໜ່ວຍຮັກສາຄວາມປອດໄພຮ່ວມ​ລະຫວ່າງ​ອັຟກາ
ນິສຖານ​ແລະຝ່າຍກໍາລັງປະສົມຮັກສາ ໄດ້ຈັບຕົວນາຍ Haji Mali Khan ເມື່ອວັນອັງຄານ
ຜ່ານມາ ໃນແຂວງ Paktiya ຂອງ ອັຟການີສຖານ ​ໃກ້ເຂດຊາຍແດນປາກິສຖານ.

ຖະແຫລງການສະບັບນຶ່ງຂອງອົງການເນໂຕ້ເວົ້າວ່າ ນາຍຂານ ເປັນຜູ້ບໍລິຫານຖານປະຕິ
ບັດ ການຂອງເຄືອຂ່າຍຮັກການີ ແລະກໍາກັບດູແລການ ປະຕິບັດການຕ່າງໆໃນອັຟກາ
ນີສຖານ ແລະປາກິສຖານ ​ໂດຍ​ທໍາ​ການ ເຄື່ອນຍ້າຍກໍາລັງພວກກະບົດຈາກປາກິສຖານ
ເຂົ້າໄປໃນອັຟການິສຖານ ເພື່ອທໍາການກໍ່ການຮ້າຍ. ພວກພັນທະມິດໄດ້ເອີ້ນການຈັບ
ຕົວນາຍຂານ​ໄດ້ນີ້ວ່າ ​ເປັນຄວາມສໍາ​ເລັດ​ຢ່າງ​ໃຫຍ່​ຫລວງ ໃນການຂັດຂວາງທັບມ້າງເຄືອ
ຂ່າຍຮັກການີນັ້ນ.

ອົງການເນໂຕ້ກ່າວວ່າ ນາຍຂານຖືອາວຸດຢ່າງໜັກໃນລະຫວ່າງການປະຕິບັດການທີ່ນໍາ
ໄປສູ່ການຖືກຈັບຕົວຜູ້ກ່ຽວນັ້ນ ແຕ່ນາຍຂານໄດ້ຍອມແພ້ ໂດຍປາດສະຈາກການຕໍ່ສູ້ຂັດ
ຂືນໃດໆ. ຜູ້ຮອງແລະຜູ້ອາລັກຂາ​ເຂົາ​ຄົນ​ນຶ່ງ ກໍ​ຮວມຢູ່​ນໍາພວກກະບົດອື່ນໆຫລາຍ​ຄົນ
ທີ່ຖືກຈັບ​ໄດ້ໃນການປະຕິ ບັດການຄັ້ງນີ້.

ແຕ່ຝ່າຍກຸ່ມຕາລິບານອອກມາປະຕິເສດວ່າ ນາຍຂານບໍ່ໄດ້ຖືກຈັບຕົວ.

ພວກເຈົ້າໜ້າທີ່ສະຫະລັດໄດ້ຢືນ​ຢັດ​ມາເປັນເວລາດົນນານ​ແລ້ວ​ວ່າ ພວກ ຫົວຕໍ່ສູ້​ຂອງ
ເຄືອຂ່າຍຮັກການີ ​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ມາທໍາ​ການ​ໂຈມ​ຕີໃນອັຟການິສຖານ ຈາກ
ບ່ອນ​ລີ້​ຊ່ອນ​ໃນເຂດຊົນເຜົ່າ Waziristan ເໜືອ ຂອງປາກິສຖານນັ້ນ.

XS
SM
MD
LG