ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ກາຊາຍ ຢ້ຽມຢາມ ແຂວງກັນດາຮາ


ປະທານາທິບໍດີ ຮາມິດ ກາຊາຍ ໄດ້ຂໍຮ້ອງຕໍ່ບັນດາຫົວໜ້າພວກຊົນເຜົ່າ ແລະພວກຜູ້ນຳສາສະໜາຫລາຍ ຮ້ອຍຄົນໃນເມືອງກັນດາຮາ ໃຫ້ສະໜັບ ສະໜຸນການປະຕິບັດງານທະຫານຄັ້ງ​ໃຫຍ່​ໃນ​ເຂດຂອງພວກເຂົາ ເຈົ້າ ເພື່ອເສີມສ້າງຄວາມປອດໄພໃນເຂດດັ່ງກ່າ​ວ ຊຶ່ງ​ເປັນທີ່ໝັ້ນຂອງກຸ່ມຫົວຮຸນແຮງ ຕາລິບານນັ້ນ.

ຄຳຮຽກຮ້ອງຂອງປະທານາທິບໍດີ ຮາມິດ ກາຊາຍ ໃນມື້ວັນອາທິດມື້ນີ້ ຂໍ​ການ​ຊ່ວຍ​ເຫລືອ​ຈາກພວກຜູ້ນຳ ຫລາຍຮ້ອຍຄົນທີ່ກ່າວມານັ້ນ ​ໂດຍ​ສ່ວນ​ໃຫຍ່​ແລ້ວແມ່ນໄດ້ຮັບກາຕ້ອນຮັບ​ເປັນ​ຢ່າງ​ດີ. ພວກທີ່ເຂົ້າຮ່ວມ ປະຊຸມສ່ວນ​ໃຫຍ່​ໄດ້ພາກັນຢືນຂື້ນແລະຍົກມື ເວລາທ່ານ ກາຊາຍ ຮ້ອງຂໍຄວາມສະໜັບ ສະໜຸນຈາກພວກເຂົາເຈົ້າ ເພື່ອຍຸຕິສົງຄາມທີ່ຍືດເຍື້ອມາໄດ້ເກືອບເກົ້າປີນັ້ນ.

ປະທານາທິບໍດີ ກາຊາຍ ພະຍາຍາມຈະຫລຸດຜ່ອນຄວາມລະ​ແວງ​ແຄງ​ໃຈຂອງພວກຜູ້ນຳທ້ອງຖິ່ນທັງ ຫລາຍ ກ່ຽວກັບການເສີມກຳລັງທະຫານໃນ ເຂດກັນດາຮາ ຊຶ່ງເປັນສູນກາງການປະຕິບັດການກໍ່ກະບົດ ຂອງກຸ່ມຕາລິບານ.

ຕິດຕາມ​ໄປ​ໃນການຢ້ຽມຢາມກັບປະທານາທິບໍດີ ກາຊາຍ ຄັ້ງນີ້ ກໍມີຜູ້ບັນຊາການອົງການເນໂຕ້ ນາຍພົນ Stanley McChrystal ຂອງສະຫະລັດ ທີ່ອົງການຂ່າວເອພີ ລາຍ​ງານ​ວ່າ ຫລັງຈາກການ ພົບປະກັນ ທ່ານສະແດງຄວາມຊົມເຊີຍທີ່ ປະທານາທິບໍດີ ກາຊາຍ ໄດ້ທຳການຮຽກຮ້ອງ​ເພື່ອ ຄວາມເປັນນຶ່ງດຽວກັນ ຢ່າງແຂງແຮງ ແລະແຈ້ງຂາວ.

XS
SM
MD
LG