ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ອັຟການິສຖານ ປ່ອຍພວກຊະເລີຍຕາລີບານ 100 ຄົນ


ຊະເລີຍຕາລີບານຄົນນຶ່ງ ຖືກຕ້ອນຮັບຈາກຍາດຕິພີ່ນ້ອງ ຢູ່ນອກຄຸກບາຣາມ ໃນພາກເໜືອ ຂອງນະຄອນກາບູລ ວັນທີ 8 ເມສາ
2020.
ຊະເລີຍຕາລີບານຄົນນຶ່ງ ຖືກຕ້ອນຮັບຈາກຍາດຕິພີ່ນ້ອງ ຢູ່ນອກຄຸກບາຣາມ ໃນພາກເໜືອ ຂອງນະຄອນກາບູລ ວັນທີ 8 ເມສາ 2020.

ລັດຖະບານອັຟການິສຖານ ປ່ອຍຊະເລີຍຕາລີບານ 100 ຄົນໃນວັນພຸດວານນີ້ ນຶ່ງມຶ້
ຫຼັງຈາກພວກກະບົດດັ່ງກ່າວ ກ່າວຫາລັດຖະບານກາບູລວ່າ ຊັກຊ້າ ແລະ ຮ້ອງຄະນະ
ເຈລະຈາຂອງເຂົາເຈົ້າກັບຄືນ ຫຼັງຈາກມີການປະຊຸມນຶ່ງອາທິດ ໃນ ການແລກປ່ຽນ
ຊະເລີຍ ທີ່ໄດ້ລໍຖ້າມາດົນນານແລ້ວ ລະຫວ່າງທັງສອງຝ່າຍ ທີ່ ເປັນປໍລະປັກກັນ.

ໂຄສົກສະພາຮັກສາຄວາມປອດໄພແຫ່ງຊາດອັຟການິສຖານ ກ່າວວ່່າ ພວກຊະເລີຍ
ໄດ້ຖືກປ່ອຍໂຕ ພາຍໃຕ້ດຳລັດຂອງປະທານາທິບໍດີ ໂດຍຢືນຢັດວ່າ ການ ເຄື່ອ ໄຫວ
ນີ້ເປັນພາກສ່ວນນຶ່ງ ໃນການດຳເນີນຄວາມພະຍາຍາມ ຂອງລັດຖະ ບານ ທີ່ແນໃສ່
ເພື່ອສົ່ງເສີມສັນຕິພາບ ແລະຄວບຄຸມ ການແຜ່ລະບາດຂອງ COVID-19 ຢູ່ໃນ
ປະເທດ.

ທ່ານຈາວິດ ໄຟຊາລ ໄດ້ໃຫ້ຂໍ້ສັງເກດວ່າ ອົງການສືບລັບຂອງອັຟການິສຖານ ແລະ
ພວກເຈົ້າໜ້າທີ່ປະຕິບັດກົດໝາຍທີ່ພົວພັນ “ໄດ້ກວດກາຢ່າງທີ່ຖ້ວນ” ເບິ່ງ ພວກຊະ
ເລີຍ “ອີງຕາມສະພາບສຸຂະພາບຂອງເຂົາເຈົ້າ ອາຍຸ ໄລຍະການຕັດ ສິນລົງໂທດທີ່
ຍັງເຫຼືອຢູ່” ກ່ອນປ່ອຍເຂົາເຈົ້າໄປເປັນອິດສະຫຼະ. ທ່ານໄດ້ເນັ້ນ ໜັກວ່າ ພວກຊະເລີຍ
ທັງໝົດໄດ້ສາບານໂຕວ່າ ຈະບໍ່ເຂົ້າຮ່ວມກຸ່ມຕາລີບານ ແລະກັບຄືນໄປສະໜາມລົບອີກ.

ກຸ່ມຕາລິບານໄດ້ປະຕິເສດໃນທັນທີຕໍ່ການປະກາດຂອງກາບູລ ບໍ່ມີຫຍັງທີ່ພົວ ພັນ
ກັບຂໍ້ກຳນົດຕ່າງໆຢູ່ໃນຂໍ້ຕົກລົງຂອງເຂົາເຈົ້າກັບສະຫະລັດ.

ຫົວໜ້າໂຄສົກຕາລິບານ ທ່ານຊາບີຮູລລາ ມູຈາຮີດ ກ່າວວ່າ ຄະນະເຈລະຈາຂອງເຂົາ
ເຈົ້າ ໄດ້ຖືກຮ້ອງໃຫ້ກັບຄືນຈາກກາບູລ ເພື່ອຖອນໂຕອອກຈາກປະຊຸມ ທີ່ “ບໍ່ມີໝາກ
ຜົນ” ກ່ຽວກັບການປະສານງານແລກປ່ຽນຊະເລີຍເສິກ.

ທ່ານມູຈາຮີດກ່າວຕໍ່ ວີໂອເອ ວ່າ “ຂັ້ນຕອນໃນການປ່ອຍຊະເລີຍທີ່ບໍ່ສອດຄ່ອງກັບ
ເງື່ອນໄຂຂໍ້ຕົກລົງຂອງພວກເຮົາ ກັບອາເມຣິກາ ແມ່ນເປັນທີ່ຮັບເອົາບໍ່ໄດ້ສຳລັບ
ພວກເຮົາ.”

ການເຈລະຈາລະຫວ່າງກຸ່ມຕ່ານຊູເຮລ ຊາຮີນ ໄດ້ປະຕິເສດວ່່າ ພວກ 15 ຄົນນັ້ນບໍ່
ແມ່ນບັນດາຜູ້ບັນຊາການອະວຸ ໂສ. ທ່ານຊາຮີນກ່າວຕໍ່ວີໂອເອ ໃນຂະນະທີ່ກ່າວ
ປ້ອງກັນການຕັດສິນໃຈກຸຸ່ມ ຂອງທ່ານ ທີ່ຈະຖອນໂຕອອກຈາກການເຈລະຈາວ່າ
“ບັນດາ 15 ຄົນເຫລົ່ານີ້ ໄດ້ເລືອກຈາກບັນຊີຂອງຊະເລີຍ 5,000 ຄົນ ເພາະວ່າ
ເຂົາເຈົ້າສາມາດ ຊ່ວຍບອກໃຫ້ຮູ້ ແລະຢັ້ງຢືນເຖິງພວກຊະເລີຍຕາລິບານຄົນອື່ນໆ.”

ຕາລິບານກັບລັດຖະບານກາບູລ ໄດ້ພັງທະລາຍລົງ ໃນວັນອັງຄານທີ່ຜ່ານມາ ຫຼັງຈາກພວກເຈົ້າໜ້າທີ່ອັຟການິສຖານປະຕິເສດທີ່ຈະ ປ່ອຍບັນດາຜູ້ບັງຄັບບັນຊາຂອງກຸ່ມກະບົດຂັ້ນສູງ 15 ຄົນ ໂດຍກ່າວວ່າ ພວກ ຜູ້ຊາຍເຫລົ່ານີ້ ໄດ້ພົວພັນໃນການໂຈມຕີທີ່ສຳຄັນ ແລະໄດ້ເຊື່ອວ່າ ຈະເປັນໄພຂົ່ມຂູ່ທີ່ີຮ້າຍແຮງຕໍ່ຄວາມປອດໄພ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG