ປະທານາທິບໍດີ ອັຟການິສຖານ ອາສຣາບຟ໌ ການີ ຜູ້ທີ່ດຳລົງຕຳແໜ່ງໃນປັດຈຸບັນ ປາກົດວ່າ ຊະນະການເລືອກຕັ້ງເທືອທີສອງ ອີກນຶ່ງສະໄໝໄລຍະ 5 ປີ ອີງຕາມຜົນທີ່ອອກມາໃນເບື້ອງຕົ້ນ ທີ່ໄດ້ຖືກປະກາດອອກມາໃນວັນອາທິດວານນີ້ ສຳລັບການເລືອກຕັ້ງປະທານາທິບໍດີ ໃນວັນທີ 28 ກັນຍາ ທີ່ມີບັນຫາຂັດແຍ້ງນັ້ນ.
ຫົວໜ້າຄະນະກຳມາທິການເລືອກຕັ້ງອິດສະຫລະຂອງປະເທດ ຫຼື IEC ໄດ້ເປີດເຜີຍຜົນການລົງຄະແນນສຽງທີ່ໄດ້ຖືກເລື່ອນອອກໄປດົນນານແລ້ວ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງກາບູລ ໂດຍໃຫ້ຂໍ້ສັງເກດວ່າ ທ່ານການີ ໄດ້ຮັບຄະແນນສຽງ 50.64 ເປີເຊັນ ຂອງຈຳນວນຄະແນນສຽງທັງໝົດ ຫຼາຍກວ່າ 1 ລ້ານ 8 ແສນສຽງ.
ທ່ານນາງຮາວາ ອາລາມ ນູຣີສະຕານີ ໄດ້ກ່າວວ່າ ຜູ້ທ້າຊີງຄົນສຳຄັນຂອງທ່ານການີ ແລະທັງເປັນຄູ່ຮ່ວມປົກຄອງຢູ່ໃນລັດຖະບານສາມັກຄີ ທີ່ກຳລັງຈະອອກໄປ ຄື ຫົວໜ້າຝ່າຍບໍລິຫານ ທ່ານອັບດູລາ ອັບດູລາ ກໍໄດ້ຮັບຄະແນນສຽງ 39.52 ເປີເຊັນ ຂອງບັດເລືອກຕັ້ງ. ສ່ວນຄະແນນສຽງທີ່ເຫຼືອນັ້ນ ແມ່ນແບ່ງປັນກັນພາຍໃນບັນດາຜູ້ສະໝັກລົງແຂ່ງຂັນ ອີງຕາມ ທ່ານນາງນູຣີສະຕານີ ທີ່ໄດ້ກ່າວໄປ.
ໃນເບື້ອງຕົ້ນ ບັນດາເຈົ້າໜ້າທີ່ຮັບຜິດຊອບການເລືອກຕັ້ງ ມີກຳນົດຈະປະກາດຜົນການເລືອກຕັ້ງຂັ້ນເລີ້ມຕົ້ນ ໃນວັນທີ 19 ຕຸລາ ຫາກແຕ່ມີການກ່າວຫາຈາກບັນດາຜູ້ສະໝັກຂອງການສໍ້ໂກງ ໂດຍສະເພາະແລ້ວ ກໍຄືທ່ານອັບດູລາ ແລະບັນຫາດ້ານເຕັກນິກຕ່າງໆ ຈຶ່ງໄດ້ບັງຄັບໃຫ້ອົງການ IEC ເລື່ອນການປະກາດຜົນການເລືອກຕັ້ງອອກໄປຕະຫຼອດມາ.
ທ່ານນາງ ນູຣີສະຕານີ ໄດ້ເນັ້ນໜັກວ່າ “ພວກເຮົາໄດ້ປະຕິບັດໜ້າທີ່ຂອງພວກເຮົາເປັນທີ່ສຳເລັດແລ້ວ ດ້ວຍຄວາມຊື່ສັດ ຄວາມຮັບຜິດຊອບ ຄວາມໂປ່ງໃສ ຄວາມໄວ້ວາງໃຈ ແລະຄວາມກ້າຫານ ໂດຍເຄົາລົບນັບຖືທຸກໆຄະແນນສຽງເພື່ອຮັບປະກັນວ່າ ປະຊາທິປະໄຕ ສືບຕໍ່ໄປ ແລະຍືນຍົງ ໃນປະເທດຊາດຂອງພວກເຮົາ.”
ໃນເວລາຕໍ່ມາ ປະທານາທິບໍດີ ການີ ໄດ້ກ່າວຖະແຫລງຜ່ານທາງໂທລະພາບ ຂອບອົກຂອບໃຈຄະນະກຳມາທິການເລືອກຕັ້ງ ປະເທດຊາດ ໂດຍສະເພາະ ກຳລັງຮັກສາຄວາມສະຫງົບແຫ່ງຊາດ ທີ່ຊ່ອຍຈັດແຈງກຳກັບນຳໜ່ວຍເລືອກຕັ້ງທັງຫຼາຍ ພາຍໃຕ້ສະພາບການທີ່ທ້າທາຍຕ່າງໆນັ້ນ.
ແຕ່ທ່ານອັບດູລາ ກໍໄດ້ປະຕິເສດຢ່າງວ່ອງໄວຂອງຜົນເລືອກຕັ້ງຂັ້ນຕົ້ນວ່າ ເປັນ “ການສໍ້ໂກງ” ໂດຍກະຕຸ້ນໃຫ້ເກີດຄວາມເປັນຫ່ວງ ຂອງຜົນກະທົບທີ່ຈະອອກມາຈາກການແຂ່ງຂັນຢ່າງຂົ່ມຂື່ນ ໃນການເລືອກຕັ້ງປະທານາທິບໍດີອັຟການິສຖານນີ້ ແມ່ນຍັງບໍ່ທັນເສັດສິ້ນເທື່ອ ແລະຜົນທີ່ອອກມານັ້ນ ຍັງບໍ່ທັນເດັດຂາດເທື່ອ ຊຶ່ງອາດຈະຕ້ອງໃຊ້ເວລາອີກຫຼາຍເດືອນ.