ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ອັ​ຟາ​ນິ​ສ​ຖານ ໄດ້​ຊະ​ນະ ຄະ​ແນນສຽງ​ສ່ວນຫຼາຍ ໃນ​ການ​ເລືອກ​ຕັ້ງ


ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ການ​ສິ​ຖານ ທ່ານ ອາ​ສ​ຣັ​ຟ ກາ​ນີ, ກາງ, ໃຫ້​ຄຳ​ເຫັນ​ຕໍ່​ນັກ​ຂ່າວ, ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ, ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ການ​ິ​ສ​ຖານ. 28 ກັນ​ຍາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ການ​ສິ​ຖານ ທ່ານ ອາ​ສ​ຣັ​ຟ ກາ​ນີ, ກາງ, ໃຫ້​ຄຳ​ເຫັນ​ຕໍ່​ນັກ​ຂ່າວ, ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ, ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ການ​ິ​ສ​ຖານ. 28 ກັນ​ຍາ, 2019.

ປະ​ທານ​າ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ​ຂອງ ອັ​ຟ​ກາ​ນິ​ສ​ຖານ ທ່ານ ອາ​ສ​ຣັ​ຟ ກາ​ນີ ປາ​ກົດ​ວ່າ​ໄດ້​ຊະ​ນະ​ການ​ດຳ​ລົງ​ຕຳ​ແໜ່ງຫ້າ​ປີ ສະ​ໄໝ​ທີ​ສອງ ອີງ​ຕາມ​ຜົນ​ຄະ​ແນນ​ເບື້ອງ​ຕົ້ນ​ທີ່​ໄດ້​ປະ​ກາດ​ໃນ​ວັນ​ອາ​ທິດມື້ນີ້ ສຳ​ລັບ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນ​ໃນ​ວັນ​ທີ 28 ກັນ​ຍາ​ທີ່​ຜ່ານ​ມາ.

ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​ເລືອກ​ຕັ້ງ​ອິດ​ສະຫຼະ​ຂອງ​ປະ​ເທດ ຫຼື IEC ໄດ້​ເປີດ​ເຜີຍ​ຜົນ​ທີ່​ຖືກ​ເລື່ອນ​ເວ​ລາ​ມາ​ດົນ​ນານ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, ໂດຍ​ກ່າວ​ເນັ້ນ​ວ່າ ທ່ານ ກາ​ນີ ໄດ້​ຮັບ 51 ເປີ​ເຊັນ, (ເຊິ່ງ​ຕົວ​ເລກ​ທີ່​ແນ່ນອນ​ນັ້ນ​ແມ່ນ 50.64 ເປີ​ເຊັນ) ຂອງ​ການ​ລົງ​ຄະ​ແນນ​ສຽງ​ທັງ​ໝົດຫຼາຍກວ່າ ນຶ່ງ​ລ້ານ​ແປດ​ແລນ​ຄົນ.

ທ່ານນາງ ຮາ​ວາ ອາ​ລາມ ນູ​ຣິ​ສ​ຕາ​ນີ ໄດ້​ກ່າວ​ວ່າ ຜູ້​ທ້າ​ຊິງຫຼັກ​ຂອງ​ທ່ານ​ ກາ​ນີ ແລະ ຄູ່​ຮ່ວມ​ປົກ​ຄອງ​ໃນ​ລັດ​ຖະ​ບານ​ສາ​ມັກ​ຄີ​ທີ່​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ​, ຜູ້​ບໍ​ລິ​ຫານ​ໃຫຍ່ ທ່ານ ອັບ​ດຸ​ລ​ລາ ອັບ​ດຸ​ລ​ລາ, ໄດ້​ຮັບ 39.52 ເປີ​ເຊັນຂອງ​ບັດ​ຄະ​ແນນ​ສຽງ. ທີ່​ເຫຼືອ​ຂອງຄະ​ແນນ​ສຽງນັ້ນ ​ແມ່ນ​ແບ່ງ​ປັນ​ໃນ​ບັນ​ດາ​ຜູ້​ລົງ​ແຂ່ງ​ຂັນ​ຄົນ​ອື່ນໆ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ​ທຳ​ອິດ ​ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ເປີດ​ເຜີຍ​ຜົນ​ຄະ​ແນນ​ເບື້ອງ​ຕົ້ນ​ໃນ​ວັນ​ທີ 19 ຕຸ​ລາ, ແຕ່​ການ​ກ່າວ​ຫາ ກ່ຽວ​ກັບ ການ​ສໍ້​ໂກງຈາກ​ບັນ​ດາ​ຜູ້​ລົງ​ແຂ່ງ​ຂັນ, ໂດຍ​ສະ​ເພາະ​ແມ່ນ​ທ່ານ ອັບ​ດຸ​ລ​ລາ, ແລະ ບັນ​ຫາ​ທາງ​ເຕັກ​ນິກ​ຕ່າງໆ​ໄດ້​ບັງ​ຄັບ​ໃຫ້ IEC ຕ້ອງ​ເລື່ອນ​ການ​ປະ​ກາດ​ຢ່າງ​ຊໍ້​າ​ແລ້ວ​ຊ້ຳ​ອີກ.

ທ່າ​ນນາງ ນູ​ຣິ​ສ​ຕາ​ນີ ໄດ້​ກ່າວ​ຢ້ຳ​ວ່າ “ພວກ​ເຮົາ​ໄດ້​ບັນ​ລຸ​ໜ້າ​ທີ່​ຂອງ​ພວກ​ເຮົາ​ດ້ວຍ​ຄວາມ​ຊື່​ສັດ, ຄວາມ​ຮັບ​ຜິດ​ຊອບ, ການ​ໂປ່ງ​ໃສ, ຄວາ​ມ​ໜ້າ​ເຊື່ອ​ຖື ແລະ ຄວາມ​ກ້າ​ຫານ, ໃຫ້​ຄວາມ​ເຄົາ​ລົບ​ຕໍ່​ຄະ​ແນນ​ສຽງ​ທຸກໆ​ອັນ ​ເພື່ອ​ຮັບ​ປະ​ກັນ​ວ່າ ປະ​ຊາ​ທິ​ປະ​ໄຕ​ຈະ​ສືບ​ຕໍ່​ໄປ ແລະ ຍືນ​ຍົງ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ.”

ປະ​ທາ​ນາ​ທິ​ບໍ​ດີ ກາ​ນີ ໄດ້​ປະ​ກາດ​ໃນ​ທວິດ​ເຕີ​ວ່າ ທ່ານ​ຈະ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ ໃນ​ຕອນ​ແລງ​ຂອງວັນ​ອາ​ທິດ​ມື້ນີ້ ເພື່ອ​ເວົ້າ​ກ່ຽວ​ກັບ ຜົນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ ແລະ “ຂອບ​ໃຈ​ປະ​ເທດ​ສຳ​ລັບ​ຄວາມ​ອົດ​ທົນ​ຂອງ​ເຂົາ​ເຈົ້າ​ກັບ​ຂັ້ນ​ຕອນ​ດັ່ງ​ກ່າວ.”

ແຕ່​ທ່ານ ອັບ​ດຸ​ລ​ລາ ໄດ້​ປະ​ຕິ​ເສດ​ຢ່າງວ່ອງ​ໄວວ່າ ຜົນ​ຄະ​ແນນ​ເບື້ອງ​ຕົນ​ແມ່ນ “ສໍ້​ໂກງ”, ເຮັດ​ໃຫ້​ມີ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບ ຜົນ​ຂ້າງ​ຄຽງ​ຈາກ​ການ​ເລືອກ​ຕັ້ງ ອັ​ຟ​ກາ​ນິ​ສ​ຖານ ທີ່​ມີ​ການ​ແຂ່ງ​ຂັນ​ກັນ​ຢ່າງ​ຂົມ​ຂື່ນນັ້ນ ​ຍັງ​ໄກ​ຈາກ​ຈຸດ​ຈົບ ແລະ ຜົນ​ຄະ​ແນນ​ສຸດ​ທ້າຍ​ອາດ​ຍັງ​ຈະ​ໃຊ້​ເວ​ລາຫຼາຍ​ອາ​ທິດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG