ການໂຈມຕີດ້ວຍລົດບັນທຸກລະເບີດສະຫຼະຊີບ ໃນພາກໃຕ້ອັຟ
ການິສຖານ ໄດ້ສັງຫານທະຫານຈໍເຈຍ 7 ຄົນ.
ກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຢູ່
ນອກຄ້າຍທະຫານແຫ່ງນຶ່ງ ໃນວັນພະຫັດວານນີ້ ທີ່ແຂວງ Hel-
mand ຊຶ່ງເປັນແຂວງທີ່ວຸ້ນວາຍແຂວງນຶ່ງຂອງອັຟການິສຖານ.
ເຈົ້າໜ້າທີ່ເວົ້າວ່າ ເຫດລະເບີດດັ່ງກ່າວ ໄດ້ເຮັດໃຫ້ຈຳນວນທະ
ຫານຈໍເຈຍ ທີ່ເສຍຊີວິດ ໃນລະຫວ່າງ ການປະຕິບັດງານ ຢູ່ໃນ ກອງກຳລັງໃຫ້ຄວາມຊ່ອຍເຫຼືອ ໃນການຮັກສາຄວາມປອດໄພ ຂອງນາໆຊາດຢູ່ໃນອັຟການິສຖານ ເພີ້ມຂຶ້ນເປັນ 30 ຄົນ.
ໃນເດືອນແລ້ວນີ້ ທະຫານຈໍເຈຍ 3 ຄົນກໍໄດ້ຖືກຂ້າຕາຍ ໃນການໂຈມຕີທີ່ຄ້າຍທະຫານ
ອີກແຫ່ງນຶ່ງ ຢູ່ໃນແຂວງ Helmand.
ຈໍເຈຍ ມີທະຫານຫຼາຍກວ່າ 1500 ຄົນ ຢູ່ໃນອັຟການິສຖານ ຊຶ່ງເປັນກອງກຳລັງສູ້ລົບທີ່ ບໍ່ແມ່ນອົງການເນໂຕ້ໃຫຍ່ທີ່ສຸດ ປະຈຳການຢູ່ໃນອັຟການິສຖານ.
ກອງກຳລັງນາໆຊາດທີ່ອິດເມື່ອຍໃນການເຮັດສົງຄາມພວມຊອກຫາຊ່ອງທາງທີ່ຈະມອບ
ໂອນການຄວບຄຸມ ໃນດ້ານຄວາມປອດໄພ ໃຫ້ແກ່ ທະຫານອັຟການິສຖານ ດ້ວຍການ ຖອນກຳລັງສູ້ລົບຂອງຕົນອອກໄປ ຈາກປະເທດດັ່ງກ່າວ ພາຍໃນທ້າຍປີ 2014.