ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Gates ຂໍຂະມາໂທດນໍາການຕາຍ ຂອງພົນລະເຮືອນ ໃນອັຟການີສຖານ


ທ່ານ Robert Gates ລັດຖະມົນຕີປ້ອງກັນປະເທດສະຫະລັດ ຢືນຢູ່ຂ້າງຊ້າຍ ປະທານາທິບໍດີ Hamid Karzai ທີ່ທໍານຽບ
ປະທານາທິບໍດີອັຟການີສຖານ ທີ່ກຸງຄາບູລ ວັນທີ 7 ມີນາ 2011.
ທ່ານ Robert Gates ລັດຖະມົນຕີປ້ອງກັນປະເທດສະຫະລັດ ຢືນຢູ່ຂ້າງຊ້າຍ ປະທານາທິບໍດີ Hamid Karzai ທີ່ທໍານຽບ ປະທານາທິບໍດີອັຟການີສຖານ ທີ່ກຸງຄາບູລ ວັນທີ 7 ມີນາ 2011.

ທ່ານ Robert Gates ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ໄດ້​ຂໍ ຂະ​ມາ​ໂທດ ​ກ່ຽວກັບ​ການ​ເສຍ​ຊີວິດ​ໂດຍ​ບັງ​ເອີນ​ຂອງ​ພວກ​ເດັກນ້ອຍ​ອັຟກາ​ນີສຖານ 9 ຄົນ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຝ່າຍພັນທະ​ມິດ​ໃນ​ແຂວງ Kunar ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ໃນ​ສັບປະດາ​ຜ່ານ​ມາ ​ໂດຍ​ເອີ້ນ​ເຫດການ​ດັ່ງກ່າວ​ວ່າ​ເປັນ​ໂສກ​ນາ​ຕະ​ກໍາ​ແລະ​ການ​ຖອຍຫລັງກ້າວ​ນຶ່ງ​ສໍາລັບ​ຄວາມ​ສໍາພັນ​ກັບ​ປະຊາຊົນ​ອັຟກາ​ນີສຖານ​ນັ້ນ.

ໃນ​ລະຫວ່າງ​ກອງ​ປະຊຸມ​ຖະແຫຼງຂ່າວຮ່ວມ​ກັບ​ປະທານາທິ ບໍດີ Hamid Karzai ​ແຫ່ງ​ອັຟກາ​ນີສຖານ​ທີ່​ກຸງ​ຄາ​ບູລໃນ​ວັນ​ຈັນວານ​ນີ້ທ່ານ Gates ​ໄດ້​ກ່າວ​ເຊ່ນ​ກັນ​ວ່າ ສະຫະລັດ​ຢູ່​ແມ່ນຢູ່ໃນທ່າທີທີ່ດີກ່ຽວກັບ ການຈະເລີ້ມ​ຖອນ​ທະຫານ​ຂອງ​ຕົນ​ອອກ​ຈາກ​ອັຟກາ​ນີສຖານ​ໃນ​ເດືອນ​ກໍລະກົດປີ​ນີ້.

ທ່ານ Gates ​ໃຫ້​ຂໍ້​ສັງ​ເກດ​ວ່າ ສະຫະລັດ​ຈະສືບຕໍ່ການ​ມີໜ້າຢູ່​ໃນ​ອັຟກາ​ນີສຖານຕື່ມ​ອີກ​ຫລາຍໆ​ປີ ​ແຕ່​ວ່າ ສະຫະລັດ​ບໍ່​ມີຄວາມສົນ​ໃຈ​ທີ່​ຈະຕັ້ງ​ຖານ​ທັບຂອງຕົນ​ຢູ່​ໃນປະເທດດັ່ງກ່າວ​ຢ່າງ​ເປັນການຖາວອນ ​ແລະ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ທ່ານ Karzai ​ໃນ​ເວລາ​ອີກ​ບໍ່​ດົນ​ກໍຈະ​ປະກາດ​ໃຫ້​ຮູ້​ກ່ຽວ​ກັບ​ບັນດາຂົງ​ເຂດ​ທໍາ​ອິດທີ່​ພວກ​ທະຫານ​ອັຟກາ​ນີສຖານ​ຈະ​ເຂົ້າກຳ​ຄວາມ​ຜິດ​ຊອບໃນ​ດ້ານ​ຮັກສາ​ຄວາມ​ປອດ​ໄພນັ້ນ.

ທ່ານ Karzai ກ່າວ​ວ່າ ທ່ານ​ໄດ້​ຮັບ​ເອົາ​ຄໍາ​ຂໍ​ຂະ​ມາ​ໂທດ​ຂອງ​ທ່ານ Gates ​ແຕ່​ກ່າວ​ຊໍ້າ​
ອີກ​ເຖິງ​ການ​ຢືນ​ຢັດ​ຂອງ​ທ່ານ​ທີ່​ຢາກເຫັນກໍາລັງ​ຝ່າຍ​ພັນທະ​ມິດ​ລະມັດລະວັງເພີ່ມຂຶ້ນເພື່ອ
ເຮັດ​ໃຫ້​ຈໍານວນ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ຂອງ​ພວກ​ພົນລະ​ເຮືອນ​ນັ້ນ​ບໍ່​ໃຫ້​ມີຈັກຄົນເລີຍ.

ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ເດີນທາງ​ໄປ​ຮອດ​ອັຟກາ​ນີສຖານ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ທໍາ​ການ​ຢ້ຽມຢາມ​ເປັນ​ເວລາ 2 ມື້​ໃນການຊັ່ງຊາ​ຕີ​ລາຄາ​ເບິ່ງ​ຄວາມ​ຄືບ​ໜ້າ​ຂອງ​ສົງຄາມ​ໃນ​ອັຟກາ​ນີສຖານ​ນັ້ນ.

XS
SM
MD
LG