ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Gates ຢ້ຽມຢາມ ອັຟການີສຖານ


ທ່ານ Robert Gates ຈັບມືກັບນາຍພົນ Petraeus ທີ່ກຸງຄາບູລ
ວັນທີ 7 ມີນາ 2011
ທ່ານ Robert Gates ຈັບມືກັບນາຍພົນ Petraeus ທີ່ກຸງຄາບູລ ວັນທີ 7 ມີນາ 2011

ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່າ​ນ Robert Gates ​ເດີນທາງ​ໄປ​ຮອດ​ນະຄອນຫລວງຄາ​ບູລ ​ຂອງ​ອັຟກາ​ນີສຖານ​ໃນ​ວັນຈັນ​ມື້​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ທ່ານ​ຈະ​ເພ່ງ​ເລັງ​ໃສ່ການ​ກະກຽມ ​ສໍາລັບ​ການ​ມອບ​ໂອນ​ຄວາມ​ຮັບຜິດຊອບ​ດ້ານ​ຄວາມ​ປອດ​ໄພ​ໃຫ້​ແກ່​ກໍາລັງ​ອັຟກາ​ນີສຖານ ຊຶ່ງ​ກໍານົດ​ຈະ​ເລີ້ມ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ປີ​ນີ້.

ທ່ານ Gates ຈະ​ທໍາ​ການ​ຢ້ຽມຢາມ​ຫລາຍ​ໆ​ເຂດ ​ບ່ອນ​ທີ່​ທາງ​ການກ່າວ​ວ່າ ພວກ​ທະຫານ​ອັຟກາ​ນີສຖານ​ກໍາລັງມີ​ບົດບາດ​ຫລາຍ​ຂຶ້ນ ໃນ​ການ​ປະຕິບັດ​ງານ​ທາງ​ທະຫານ​
ແລະ​ພວກ​ໜ່ວຍ​ຕໍາຫລວດ​ປະ​ຈໍາ​ທ້ອງ​ຖິ່ນທີ່ຈັດ​ຕັ້ງ​ຂຶ້ນ​ມາ
ໃໝ່ນັ້ນ ກໍເລີ້ມຈະ​ສົ່ງ​ຜົນ​ກະທົບແລ້ວ. ນອກ​ນີ້ ​ທ່ານ
Gates ຍັງ​ຈະ​ໄດ້​ພົບ​ປະ​ກັບປະທານາທິບໍດີອັຟກາ​ນີສ
ຖານ ທ່ານ Hamid Karzai ​ແລະ​ພວກ​ຜູ້​ບັນຊາ​ການ
ຂັ້ນ​ອາວຸ​ໂສ ຂອງ​ສະຫະລັດ​ແລະ​ກຸ່ມ NATO ​ເຊ່ນ​ກັນ.

ການ​ເດີນທາງ​ຢ້ຽມຢາມ​ອັຟກາ​ນີສຖານ​ຂອງ​ທ່ານ​ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ມີ​ຂຶ້ນ​ໃນ​ເວລາ​ທີ່​ສາຍ​ພົວພັນ​ລະຫວ່າງ​ອັຟກາ​ນີສຖານ​ແລະ​ສະຫະລັດ​ ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ ຫລັງ​ຈາກທີ່ເດັກນ້ອຍ​ຜູ້​ຊາຍອັຟກາ​ນີສຖານ 9 ຄົນ​ ​ໄດ້​ຖືກ​ສັງຫານ​ໂດຍ​ບັງ​ເອີນ ໃນ​ລະ
ຫວ່າງການໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ເນ​ໂຕ​ ທີ່ແຂວງ Kunar ​ໃນ​ພາກ​ຕາ​ເວັນ​ອອກ
ສຽງ​ເໜືອ​ຂອງ​ອັຟກາ​ນີສຖານ ໃນ​ແລງວັນ​ອັງຄານ​ສັບປະດາ​ແລ້ວ​ນີ້.

XS
SM
MD
LG