ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວຝຣັ່ງ 2 ຄົນ ທີ່ຖືກປ່ອຍ ກັບຄືນປະເທດແລ້ວ


ນັກຂ່າວໂທລະພາບຊ່ອງ 3 ຂອງຝຣັ່ງນາຍ Herve Ghesquiere (ຊ້າຍ) ແລະ ນາຍ Stephane Taponier (ຂວາ) ຖະແຫຼງໃນລະ ຫວ່າງການຕ້ອນຮັບພວກນັກຂ່າວທັງສອງ ກັບຄືນໄປເຖິງຝຣັ່ງຢູ່ທີ່ສຳ
ນັກງານໃຫຍ່ຂອງໂທລະພາບດັ່ງກ່າວ (30 ມິຖຸນາ 2011)
ນັກຂ່າວໂທລະພາບຊ່ອງ 3 ຂອງຝຣັ່ງນາຍ Herve Ghesquiere (ຊ້າຍ) ແລະ ນາຍ Stephane Taponier (ຂວາ) ຖະແຫຼງໃນລະ ຫວ່າງການຕ້ອນຮັບພວກນັກຂ່າວທັງສອງ ກັບຄືນໄປເຖິງຝຣັ່ງຢູ່ທີ່ສຳ ນັກງານໃຫຍ່ຂອງໂທລະພາບດັ່ງກ່າວ (30 ມິຖຸນາ 2011)

ນັກຂ່າວຝຣັ່ງ 2 ຄົນ ທີ່ຖືກພວກກະບົດທາລີບານລັກພາໂຕ​ໄປໃນອັຟການິສຖານແລະ
ຖືກຄຸມຂັງເປັນເວລາ 1 ປີເຄິ່ງນັ້ນ ໄດ້ເດີນທາງກັບຄືນໄປເຖິງຝຣັ່ງແລ້ວລຸນຫຼັງທີ່ໄດ້ຖືກ
ປ່ອຍໃຫ້ເປັນອິດສະຫຼະ.

ນາຍ Stephane Taponier ແລະນາຍ Herve Ghesquiere ນັກຂ່າວຂອງໂທລະ
ພາບຊ່ອງ 3 ຂອງຝຣັ່ງໄດ້ເດີນທາງໄປຮອດສະໜາມບິນທະຫານແຫ່ງນຶ່ງໃກ້ໆກຸງປາຣີ
ໃນ​ມື້​ນີ້.

ນາຍພາສາຊາວອັຟການິສຖານ ນາຍ Reza Din ກໍໄດ້ຖືກປ່ອຍຄືກັນ.

ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ໄດ້ກ່າວຍ້ອງຍໍປະທານາທິບໍດີອັຟກາ
ນິສຖານ ທ່ານ Hamid Karzai ໃນມື້ວັນພຸດວານນີ້ ສໍາລັບການຮັບມື ກັບສະຖານະ
ການດັ່ງກ່າວຂອງທ່ານ ແລະຂອບອົກຂອບໃຈບຸກຄົນອື່ນໆອີກ ທີ່ໄດ້ພົວພັນໃນການ ຈັດແຈງເພື່ອໃຫ້ມີການປ່ອຍພວກໂຕປະກັນ​ເຫລົ່າ​ນັ້ນ.

ພວກນັກຂ່າວຝຣັ່ງທັງ 2 ພ້ອມດ້ວຍນາຍພາສາ ແລະເພື່ອນຮ່ວມ​ງານ ຊາວອັຟການິສ
ຖານອີກ 2 ຄົນ ໄດ້ຖືກລັກພາໂຕໄປໃນເດືອນທັນວາ ປີ 2009 ຂະນະທີ່ພວມເກັບກຳ
ຂ່າວກ່ຽວກັບການບູລະນະສ້າງສາອັຟການິສຖານຢູ່ທາງກໍ້າຕາເວັນອອກຂອງນະຄອນ
ຫຼວງກາບູລ. ພວກທາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການລັກພາໂຕພວກ
ເຂົາ​ເຈົ້າ.

ຍັງບໍ່ມີຂ່າວຄາວໃດໆເທື່ອວ່າເປັນຫຍັງພວກທາ​ລີ​ບານຈຶ່ງໄດ້ຕັດສິນໃຈປ່ອຍ​ເຂົາ​ເຈົ້າຫຼັງ ຈາກໄດ້ຄຸມຂັງພວກກ່ຽວມາດົນເຖິງ 547 ມື້. ເຈົ້າໜ້າທີ່ຝຣັ່ງກ່າວວ່າລັດຖະບານຝຣັ່ງບໍ່
ໄດ້ຈ່າຍເງິນຄ່າໄຖ່ໃຫ້ແກ່ພວກຈັບໂຕປະກັນໃດໆທັງສິ້ນ.

XS
SM
MD
LG