ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກໍາລັງອັຟການິສຖານ ສະກັດກັ້ນ ການໂຈມຕີ ນະຄອນຫລວງຄາບູລ


ກໍາລັງຮັກສາຄວາມປອດໄພຂອງ ອັຟການິສຖານ ໄດ້ສະກັດກັ້ນການ ໂຈມຕີ ນະຄອນຫລວງຄາບູລ.
ກໍາລັງຮັກສາຄວາມປອດໄພຂອງ ອັຟການິສຖານ ໄດ້ສະກັດກັ້ນການ ໂຈມຕີ ນະຄອນຫລວງຄາບູລ.

ພວກເຈົ້າໜ້າທີ່ອັຟການິສຖານ ໄດ້ສະກັດກັ້ນການໂຈມຕີນະຄອນຫລວງຄາບູລ ລຸນຫລັງ
ທີ່​ໄດ້​ຕໍ້​ສູ້​ກັບພວກກະບົດ​ໃນ​ຕອນ​ເຊົ້າ​ມືດນີ້ ຊຶ່ງ​ຝ່າຍ​ກະບົດ​ໄດ້​ຖືກ​ຂ້າ​ຕາຍ ຢ່າງໜ້ອຍ
6 ຄົນ.

ພວກເຈົ້າໜ້າທີ່ເວົ້າວ່າ ກໍາລັງທະຫານອັຟການິສຖານ ໄດ້ບຸກເຂົ້າໄປກວດ​ຄົ້ນຄຸ້ມທີ່ຢູ່ອາ
ໃສແຫ່ງນຶ່ງ ໃນພາກຕາເວັນອອກຂອງນະຄອນຫລວງຄາບູລ ໃນຕອນເຊົ້າມືດຂອງວັນ
ພະຫັດມື້ນີ້ ຊຶ່ງເປັນບ່ອນທີ່ພວກກະບົດໄດ້ໄປເຕົ້າໂຮມກັນ ເພື່ອກະກຽມຈະ​ທໍາການໂຈມ
ຕີ. ມີການຍິງປືນໂຕ້ຕອບສູ້ລົບກັນ ຊຶ່ງໄດ້ແກ່ຍາວໄປຫລາຍຊົ່ວໂມງ ຈົນກວ່າພວກຫົວ
ຮຸນແຮງຖືກຂ້າຕາຍ.

ກໍາລັງທະຫານອັຟການິສຖານໄດ້ພົບພາຫະນະຄັນນຶ່ງ ເຕັມໄປດ້ວຍວັດຖຸລະເບີດ ຕະ ຫລອດທັງອາວຸດປະເພດອື່ນ ຢູ່ສະຖານທີ່ນັ້ນ.

ກຸ່ມຕານລີບັນເວົ້າວ່າ ບໍ່​ໄດ້​ມີການບຸກລຸກແບບນັ້ນທີ່ກ່ຽວຂ້ອງກັບພວກນັກລົບຂອງຕົນ.

ພ້ອມດຽວກັນ ໃນວັນພະຫັດມື້ນີ້ ກຸ່ມເນໂຕ້ເວົ້າວ່າ ສະມາຊິກກໍາລັງປະສົມຂອງຕົນສອງ
ຄົນ ​ເສຍ​ຊີວິດ ຍ້ອນລະເບີດທີ່ຫ້າງໄວ້​ແຄມທາງ ຢູ່ໃນພາກ ໃຕ້ຂອງອັຟການິສຖານ. ແຕ່ ເນໂຕ້ກໍບໍ່ໄດ້ເປີດເຜີຍໃຫ້ຮູ້ລາຍລະອຽດເພີ້ມ ເຕີມກ່ຽວກັບການໂຈມຕີດັ່ງກ່າວ ຫລືບອກຊື່ ຂອງທະຫານຜູ້ທີ່ເສຍຊີວິດໄປນັ້ນ.

XS
SM
MD
LG