ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັຟການິສຖານ ຍຶດລະເບີດໄດ້ 10 ໂຕນ


ເຈົ້າໜ້າທີ່ຮັກສາຄວາມສະຫງົບອັຟການິສຖານຍຶດລະເບີດໄດ້
ເຈົ້າໜ້າທີ່ຮັກສາຄວາມສະຫງົບອັຟການິສຖານຍຶດລະເບີດໄດ້

\

ກໍາລັງ​ຮັກສາ​ຄວາມ​ປອດ​ໄພຂອງ​ອັຟກາ​ນິສຖານ ​ໄດ້​ກັກ​ຕົວ​ພວກ​ກະບົດ​ຫ້າ​ຄົນ ​
ເປັນຊາວ​ປາ​ກິ​ສຖານ 3 ຄົນ​ແລະ​ຊາວອັ​ຟກາ​ນິສຖານ 2 ຄົນ ພ້ອມ​ດ້ວຍ​ລະ​ເບີດ
10 ​ໂຕນ. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ພວກ​ຫົວ​ຮຸນແຮງ​ຈຸນີ້​ມີ​ຈຸດ​ປະ​ສົງ​ທີ່​ຈະນໍາ​ໄຊ້​ໃນ​ການ
ໂຈມ​ຕີນະຄອນ​ຫຼວງ Kabul.

ໂຄສົກ​ຂອງ​ສຳນັກງານ​ຮັກສາ​ຄວາ​ມປອດ​ໄພ​ແຫ່ງ​ຊາດ ທ່ານ Shafiqullah
Tahiri ກ່າວ​ວ່າ ຖ້າ​ຫາກ​ລະ​ເບີດເຫຼົ່ານີ້​ໄດ້​ຖືກ​ໃຊ້ ຜົນ​ຂອງ​ຄວາມ​ເສຍ​ຫາຍ​ແມ່ນ​
ຈະ​ເຮັດ​ໃຫ້​ມີ​ການ “ນອງ​ເລືອ​ດຢ່າງ​ໃຫ່ຍຫລວງ.”

ທ່ານ Tihiri ກ່າວ​ວ່າ ລະ​ເບີດ​ເຫຼົ່ານີ້​ໄດ້​ຖືກ​ນໍາເຂົ້າມາໃນອັ​ຟກາ​ນິສຖານ ຈາກ
ປາກິ​ສຖານ. ທ່ານ​ກ່າວ​ອີກ​ວ່າ ​ມັນ​ໄດ້​ຖືກ​ຄົ້ນ​ພົບ​ຢູ່ທີ່​ນະຄອນຫລວງ Kabul ​
ໂດຍເຮັດເປັນ ​400 ຖົງເຊື່ອງ​ໄວ້ຢູ່ກ້ອງ​ກອງມັນ​ດ້າງ ​ຫລັງ​ລົດແກ່​ເຄື່ອງຄັນ​ນຶ່ງ.

ເຈົ້າ​ໜ້າ​ທີ່ອັ​ຟການິ​ສຖານ ເຄີຍ​ໄດ້​ກ່າວ​ຫາມາ​ເປັນ​ເວລາ​ນານ​ແລ້ວ​ວ່າ ປາກິ​ສຖານ
ເປັນ​ໃຫ້​ບ່ອນ​ຫຼົບລີ້​ແກ່​ພວກກໍ່ການ​ຮ້າຍ ​ແຕ່ປາ​ກິ​ສຖານ ​ໄດ້​ປະຕິ​ເສດ​ວ່າ ຕົນ​ບໍ່​ໄດ້
ໃຫ້ການ​ສະໜັບສະໜຸນ​ຫຼື​ບ່ອນ​ພັກ​ເຊົາ​ແກ່​ ບັນດາກຸ່ມກໍ່​ການ​ຮ້າຍຢູ່ໃນ​ດີ​ນ​ແດນ
ຂອງ​ຕົນ.

ຫົວເມືອງ​ຕ່າງໆ​ຂອງອັ​ຟກາ​ນິສຖານ ​ສະຖານທູດ ​ແລະ​ໂຮງການ​ລັດ ຖະບານ​ໃນ​
ນະຄອນຫຼວງ Kabul ​ໄດ້ໂຈມ​ຕີຫຼາຍໆ​ຄັ້ງຕໍ່ເນື່ອງກັນ​ໃນ​ວັນ​ອາທິດ​ແລ້ວ ​ໃນ​ອັນ​
ທີ່​ພວກ Taliban ​ເອີ້ນ​ວ່າ ​ເປັນ​ການ​ເລີ້ມຕົ້ນ​ການບຸກໂຈມ​ຕີໃນລະດູບານ​ໃໝ່.

ເຈົ້າໜ້າ​ທີ່ອັຟກາ​ນິສຖານ ​ແລະ​ສະຫະລັດ ​ໄດ້​ຖິ້ມ​ໂທດ​ການ​ໂຈມ​ຕີເຫຼົ່ານີ້​ໃສ່ຕາໜ່າງ
Haqqani ຊຶ່ງ​ເປັນ​ກຸ່ມ​ກະບົດ​ທີ່​ເປັນ​ພັນທະ​ມິດ​ກັບ​ພວກ ຕາ​ບີ​ບານແລະ​ກຸ່ມ​ກໍ່​ການ​
ຮ້າຍ al-Qaida ​ແລະ​ໄດ້​ມີ​ການເວົ້າເຖິງ​ໂດຍ​ເຈົ້າ​ໜ້າ​ທີ່ອາ​ເມ​ຣິກັນວ່າ​ເ​ປັນກຳລັງ​
ຫົວ​ຮຸນ​ແຮງ​ທີ່ເປັນອັນຕະ ລາຍ​ທີ່​ສຸດ ຢູ່ໃນ​ສົງຄາມ​ອັ​ຟກາ​ນິສຖານ.

XS
SM
MD
LG