ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເນໂຕ້ ແລະສຫລ ປະນາມການປະຫານຊີວິດ ຍິງຜູ້ນຶ່ງຕໍ່ໜ້າປວງຊົນ ໂດຍກຸ່ມເຕລີບັນ


ພາບສະມາຊິກຄົນນຶ່ງຂອງກຸ່ມຕາລີບັນຢູ່ແຂວງ Parwan ຍິງປືນປະຫານຊີວິດຍິງໜຸ່ມຜູ້ນຶ່ງ ທີ່ຖືກກ່າວຫາວ່າ
ຫລິ້ນຊູ້ ໂດຍມີການພົວພັນແບບຊູ້ສາວກັບສະມາຊິກສອງຄົນຂອງກຸ່ມຕາລີບັນ
ພາບສະມາຊິກຄົນນຶ່ງຂອງກຸ່ມຕາລີບັນຢູ່ແຂວງ Parwan ຍິງປືນປະຫານຊີວິດຍິງໜຸ່ມຜູ້ນຶ່ງ ທີ່ຖືກກ່າວຫາວ່າ ຫລິ້ນຊູ້ ໂດຍມີການພົວພັນແບບຊູ້ສາວກັບສະມາຊິກສອງຄົນຂອງກຸ່ມຕາລີບັນ

ຫົວໜ້າກອງກໍາລັງທະຫານສະຫະລັດ ແລະເນໂຕ້ ໃນອັຟການິສຖານ ໄດ້ປະນາມການປະ
ຫານຊີວິດແມ່ຍິງໜຸ່ມຜູ້ນຶ່ງ ຢູ່ຕໍ່ໜ້າປວງຊົນ ໂດຍ ສະມາຊິກຄົນນຶ່ງຂອງກຸ່ມຕາລີບັນ ຢູ່
ແຂວງ Parwan ໃນທ້າ​ຍເດືອນ ແລ້ວນີ້.

ນາຍພົນ Johan Allen ໄດ້ກ່າວ​ເຖິງວີດີໂອທີ່ຖ່າຍທອດ​ພາບການຍິງ ປະຫານຊີວິດ​ແມ່
ຍິງ​ຄົນ​ດັ່ງກ່າວຢູ່ໃນບ້ານແຫ່ງນຶ່ງ ໃກ້ກັບນະຄອນຫລວງ ກາບູລ ວ່າ ​“ເປັນຄວາມໂຫດ
ຮ້າຍຂອງຄວາມ​ໂຫດຮ້າຍທີ່​ເລວ​ຊາມ​ຢ່າງ​ທີ່​ບັນ​ລະ​ຍາຍ​ບໍ່​ໄດ້​ເລີຍ.”

ຜູ້ຍິງຄົນ​ນັ້ນຖືກກ່າວຫາວ່າ ມີການພົວພັນແບບຊູ້ສາວກັບສະມາຊິກສອງ​ຄົນຂອງກຸ່ມຕາລີ
ບັນ. ຢູ່ໃນວີດີໂອນັ້ນ ໄດ້ຍິນສຽງຊາວບ້ານຜູ້ຊາຍຮ້ອງ​ເຊຍຊົມເຊີຍ ລຸນຫລັງທີ່ຜູ້ຍິງຄົນນັ້ນ
ໄດ້ຖືກຍິງໃນ​ໄລຍະ​ເຜົາ​ຂົນ. ຊາວບ້ານບາງຄົນກໍຮ້ອງຂຶ້ນວ່າ mujajedeen ຂອງອັຟການິສ
ຖານ ຈົ່ງໝັ້ນຍືນ ຊຶ່ງໝາຍເຖິງພວກຕາລີບັນ ນັ້ນ​ເອງ.

ນາຍ​ພົນ Allen ກ່າວ​ວ່າ ຄວາມ​ໂຫດຮ້າຍ​ທີ່​ພວກ​ຕາ​ລີ​ບັນສືບ​ຕໍ່ກະທໍາຕໍ່​ພວກ​ພົນລະ​ເຮືອນ
​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ​ນັ້ນ ​ໂດຍ​ສະ​ເພາະ​ພວກ​ແມ່ຍິງ​ນັ້ນ ຈະ​ຕ້ອງ​ຖືກ​ປະນາມ​ດ້ວຍ​ຖ້ອຍ
​ຄໍາ​ທີ່​ຮຸນ​ແຮງ​ທີ່​ສຸດ.

ລັດຖະບານອັຟການິສຖານເວົ້າວ່າ ການປະຫານຊີວິດແມ່ນບໍ່ມີ​ໃນ ສາສະໜາອິສລາມ ແລະ
​ໄຮ້ມະນຸດສະທໍາ ແລະໄດ້ສັ່ງໃຫ້ຕໍາຫລວດ ແຂວງ Parwan ຊອກຫາຜູ້ກະທໍາຜິດ ແລະເອົາ ພວກ ເຂົາມາລົງໂທດຕາມ ກົດໝາຍ.

XS
SM
MD
LG