ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປ່ອນບັດໃນອັຟການິສຖານ


ປະຊາຊົນຊາວອັຟການິສຖານ ພວມພາກັນໄປປ່ອນບັດ ເລືອກເອົາສະມາຊິກສະພາແຫ່ງຊາດຊຸດໃໝ່ ທ່າມກາງ ການຂົ່ມຂູ່ ໃນການກໍ່ຄວາມຮຸນແຮງ ແລະການໂຈມຕີ ຢ່າງກະຈັດກະຈາຍ ຂອງພວກຫົວຮຸນແຮງທາລີບານທີ່ ເຮັດໃຫ້ມີຜູ້ເສຍຊີວິດ ຈຳນວນນຶ່ງ.

ຜູ້ສະມັກຈຳນວນ 2,500 ຄົນ ຮວມທັງແມ່ຍິງ 400 ຄົນ ກຳລັງແຂ່ງຂັນເອົາບ່ອນນັ່ງ 249 ບ່ອນ ຢູ່ໃນສະພາຕໍ່າຫຼື Wolesi Jirga ຂອງອັຟການິສຖານ. ບ່ອນນັ່ງຈຳນວນ 68 ບ່ອນ ໄດ້ສະຫງວນໄວ້ໃຫ້ພວກແມ່ຍິງ.

ຜົນການນັບຄະແນນສຽງໃນຂັ້ນຕົ້ນ ຄາດວ່າເດືອນໜ້າຈຶ່ງຈະເປັນທີ່ຮູ້ກັນ ແລະຜົນການນັບ ຄະແນນສຽງຂັ້ນສຸດທ້າຍ ມີທ່າທາງວ່າ ຈະມີການປະກາດໃຫ້ຊາບໃນທ້າຍເດືອນຕຸລາ ຫຼັງ ຈາກການຮ້ອງທຸກກ່ຽວກັບການສໍ້ໂກງຄະແນນ ຫຼືການປະຕິບັດບໍ່ຖືກບໍ່ຕ້ອງຕ່າງໆໄດ້ຮັບການ ແກ້ໄຂແລ້ວ.

ຄະນະສັງເກດການຂອງນາໆຊາດແລະອັຟການິສຖານ ໄດ້ຕິດຕາມເຄື່ອນໄຫວເບິ່ງການປ່ອນ ບັດ ໃນວັນເສົາມື້ນີ້.

ກະຊວງປ້ອງກັນປະເທດອັຟການິສຖານກ່າວວ່າ ມີທະຫານແລະຕຳຫຼວດອັຟການິສຖານ ເກືອບ 300,000 ຄົນ ທີ່ໄດ້ຮັບການໜຸນຫຼັງ ຈາກກຳລັງ ນາໆຊາດອີກ 150,000 ຄົນ ພາກັນຮັກສາຄວາມປອດໄພ ໃນທົ່ວປະເທດອັຟການິສຖານ ໃນລະຫວ່າງ ທີ່ມີການປ່ອນ ບັດເລືອກຕັ້ງ.

ປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ ໄດ້ໄປປ່ອນບັດ ໃນຕອນເຊົ້າ ຂອງ ວັນເສົາມື້ນີ້.

ມີການຍິງຈະຫຼວດໂຈມຕີແລະວາງລະເບີດຢູ່ຫຼາຍໆບ່ອນໃສ່ໜ່ວຍປ່ອນບັດທີ່ມີເກືອບ 6,000 ບ່ອນ ໃນທົ່ວປະເທດ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍໆຄົນ ແລະໄດ້ຮັບບາດເຈັບອີກຈຳນວນ ນຶ່ງ. ໜ່ວຍປ່ອນບັດຫຼາຍໆຮ້ອຍບ່ອນ ບໍ່ໄດ້ເປີດ ຍ້ອນມີຄວາມວິຕົກກັງວົນ ໃນດ້ານຄວາມ ປອດໄພ. ພວກກະບົດທາລີບານປະກາດວ່າ ຈະລົບກວນການເລືອກຕັ້ງ ແລະຮຽກຮ້ອງໃຫ້ ຜູ້ມີສິດປ່ອນບັດ ຢູ່ເຮືອນ ບໍ່ໃຫ້ພາກັນໄປລົງຄະແນນສຽງ.

ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ໄດ້ມີການພົບເຫັນບັດປອມຢູ່ໃນຫຼາຍໆເຂດຂອງປະເທດ.

XS
SM
MD
LG