ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາເສບຕິດ ເປັນໄພຂົ່ມຂູ່ ຕໍ່ສະຖຽນລະພາບ ໃນອັຟການິສຖານ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ຮຽກຮ້ອງໃຫ້ອັຟການິສຖານຖືເອົາການປາບປາມການຄ້າຢາເສບຕິດ ເປັນບຸລິມະສິດ ໃນກອງປະຊຸມນາໆຊາດທີ່ກຸງວຽນນາ (16 ກຸມພາ 2012)
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ຮຽກຮ້ອງໃຫ້ອັຟການິສຖານຖືເອົາການປາບປາມການຄ້າຢາເສບຕິດ ເປັນບຸລິມະສິດ ໃນກອງປະຊຸມນາໆຊາດທີ່ກຸງວຽນນາ (16 ກຸມພາ 2012)

ເລຂາທິການ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້ຮຽກຮ້ອງ​ໃຫ້
ອັຟກາ​ນິສຖານ ຖື​ເອົາ​ການ​ປາບ​ປາມ​ການ​ລັກລອບ​ຄ້າ​ຢາ​ເສບ​ຕິດ ​ເປັນ​ບັນຫາ​ອັນ​ຮີບ​ດ່ວນ
ແລະ​ກ່າວ​ວ່າ ປະຊາ​ຄົມນາໆ​ຊາດ ​ຕ້ອງ​ໃຫ້​ຄວາມ​ຊ່ອຍເຫຼືອ ​ໃນ​ການ​ດຳ​ເນີນ​ຄວາມ​ພະຍາ
ຍາມ​ດັ່ງກ່າວ​.

ໃນ​ຄຳ​ປາ​ໄສ​ເປີດ​ກອງ​ປະຊຸມບັນດາ​ຜູ້ຕາງໜ້າ​ຂັ້ນສູງ​ຈາກ​ທົ່ວໂລກ ​ເປັນ​ເວລາ​ນຶ່ງ​ມື້ ທີ່ກຸງ
ວຽນນາໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Ban ກ່າວ​ວ່າ ການ​ຜະລິດແລະ​ລັກລອບ​ຄ້າຢາ​ເສບ​ຕິດ​
ໃຫ້​ໂທດບ່ອນ​ທຳລາຍ​ ການ​ດຳ​ເນີນ​ຄວາມ​ພະຍາຍາມ ​ໃນ​ການ​ໃຫ້ຄວາມ​ຊ່ອຍ​ເຫຼືອ​ແກ່​ອັຟ
ກາ​ນິສຖານກາຍ​ເປັນ​ປະ​ເທດທີ່​ມີ​ເສດຖະກິດ​ດຳ​ເນີນ​ໄປຕາມ​ປົກກະຕິ​ໄດ້.

ທ່ານ Ban ​ເວົ້າວ່າ ການ​ປູກ​ຝິ່ນ​ໃນ​ອັຟກາ​ນິສຖານ​ໄດ້​ເພີ່ມ​ຂຶ້ນ 7% ​ແລະ​ການຜະລິດ​ຢາ
ຝິ່ນ 61% ​ໃນ​ຮອບ​ປີຜ່ານມາ. ລາຍ​ໄດ້​ການ​ສົ່ງ​ອອກ​ຈາກ​ການ​ຂາຍຜະລິດ​ຕະພັນ​ຝິ່ນ​ຂອງ​
ອັຟກາ​ນິສຖານອາດ​ມີ​ມູນ​ຄ່າ​ສູງ​ເຖິງ 2 ພັນ 400 ລ້ານ​ໂດ​ລາ. ທ່ານ​ເວົ້າວ່າ ພວກ​ເຮົາ​ຈະ​
ບໍ່​ສາມາດ​ຄາດ​ຫວັງ​ໄດ້​ວ່າ​ຈະ​ມີ​ສະຖຽນ​ລະພາບ​ໄດ້​ເວລາ 15% ຂອງ​ຍອດ​ຜະລິດ​ຮວມ​ແຫ່ງ
ຊາດ​ຂອງ​ອັຟການິສຖານ​ມາຈາກ​ການ​ຄ້າ​ຢາ​ເສບ​ຕິດ.

ລັດຖະມົນຕີກະຊວງ​ຕໍ່ຕ້ານ​ຢາ​ເສບ​ຕິດຂອງ​ອັຟກາ​ນິສຖານທ່ານ Zarar Ah-med Moq-
bel Osmani ກ່າວ​ວ່າ ອັຟກາ​ນິສຖານ​ເຂົ້າ​ໃຈດີ​ເຖິງ​ຄວາມ​ວິຕົກກັງວົນ​ຂອງ​ນາໆ​ຊາດແຕ່​
ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ປູກ​ຝິ່ນ​ສ່ວນ​ໃຫຍ່​ແມ່ນ​ມີ​ຂຶ້ນຢູ່ໃນ​ບັນດາ​ແຂວງ​ທີ່​ບໍ່​ມີ​ຄວາມ​ປອດ​ໄພ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງ ທ່ານ Alain Juppe ຊຶ່ງ​ເປັນ​ປະທານ​ຮ່ວມຂອງ​ກອງ​
ປະຊຸມ​ໃນ​ຄັ້ງນີ້ພ້ອມ​ກັບ​ຄູ່​ຕຳ​ແໜ່​ງຝ່າຍຣັດ​ເຊຍຄື​ທ່ານ Sergei Lavrov ກ່າວ​ວ່າ ​ເມື່ອ
ເວົ້າເຖິງເລື່ອງໄພ​ຂົ່ມຂູ່​ແລ້ວບໍ່​ມີ​ຫຍັງ​ທີ່​ຈະ​ເປັນ​ອັນ​ຕະລາຍຮ້າຍແຮງ​ໄປ​ກວ່າ​ການ​ບໍ່​ດຳ​ເນີນ​
ການ​ຫຍັງ​ເລີຍ.

XS
SM
MD
LG