ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍທະຫານອາກາດ ອັຟການິສຖານ ຈໍານວນນຶ່ງ ພວມຖືກສືບສວນ (ເບິ່ງວີດີໂອ)


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ


















ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກໍາລັງ​ທໍາ​ການ​ສືບສວນ​ສອບ​ສວນ​ຂໍ້​ກ່າວຫາ​ຕ່າງໆ​ທີ່​ວ່າ ພວກ​ນາຍ​ທະຫານ​ກອງທັບ​ອາກາດອັຟກາ​ນິສຖານບາງ​ຄົນ ​ໄດ້​ໃຊ້​ເຮືອບິນ​ທາງ​ການເພື່ອ​ບັນທຸກ​ຢາ​ເສບ​ຕິດ​ແລະ​ພວກອາວຸດ ​ຜິດ​ກົດໝາຍ​ໄປ​ຍັງ​ທົ່ວ​ປະ​ເທດ​ນັ້ນ.

ໂຄສົກ​ຂອງ​ກຸ່ມ​ເນ​ໂຕ້​ກ່າວ​ວ່າ ການ​ສືບສວນ​ສອບ​ສວນ​ນີ້​ຢູ່​ໃນ​ຂັ້ນຕົ້ນ​ທີ່​ສຸດ.

ໜັງ​ສື​ພິມ The Wall Street Journal ຂອງ​ສະຫະລັດ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ກໍາລັງ​ຊອກ​ຫາ​ເຊ່ນ​ກັນ​ວ່າ​ການ​ລັກລອບ​ຄ້າ ຂາຍ​ຢາເສບ​ຕິດແລະ​ອາວຸດ​ເຖື່ອນ​ທີ່​ກ່າວ​ຫາ​ນີ້ ມີ​ສ່ວນ​ພົວພັນ​ກັບ​ການ​ໂຈມ​ຕີທີ່​ມີ​ຜູ້​ຄົນ​ເສຍ​ຊີວິດ​ໃນ​ຫວ່າງ​ປີ​ແລ້ວ​ນີ້​ຫລື​ບໍ. ​ໃນ​ການ​ໂຈມ​ຕີ​ຄັ້ງ​ນັ້ນນັກ​ບິນທະ​ຫານ​ອັຟກາ​ນິສຖານ​ໄດ້​ເປີດ​ສາກ​ຍິງ​ປືນ​ໃສ່​ພວກ​ທະຫານ​ກຸ່ມເນ​ໂຕ້ ​ເຮັດ​ໃຫ້​ທະຫານ​ສະຫະລັດ 8 ຄົນ​ ​ແລະ​ພະນັກງານ​ສັນຍາ​ຈ້າງ​ອະ​ເມຣິກັນ​ຄົນ​ນຶ່ງ​ເສຍ​ຊີວິດ​ໄປ​ນັ້ນ ຊຶ່ງ​ນັບ​ວ່າ​ເປັນ​ເຫດການ​ບັ້ນ​ນຶ່ງ​ທີ່ເຮັດ​ມີ​ຜູ້​ຄົນ​ເສຍ​ຊີວິດ​ໄປ​ຫລາຍ​ທີ່​ສຸດ ນັບ​ແຕ່​ສົງຄາມ​ໄດ້​ເລີ້ມ​ຂຶ້ນໃນ​ປີ 2001 ນັ້ນ.

ໜັງສືພິມ The Wall Street Journal ລາຍ​ງານ​ວ່າ ຜູ້​ໂຈມ​ຕີຄັ້ງ​ນັ້ນ ​ແມ່ນ​ພັນ​ເອກກອງທັບ​ອາກາດ ທີ່​ຖືກ​ກ່າວ​ຫາ​ວ່າ ມີ​ສ່ວນ​ພົວພັນ ໃນ​ກິດຈະ​ກໍາ​ຜິດ​ກົດໝາຍ​ທີ່​ວ່າ​ນີ້ ຊຶ່ງ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ສ່ວນ​ຫລາຍ​ແມ່ນ​ພົວພັນ​ໃນ​ການ​ສືບສວນ​ສອບ​ສວນ​ຂັ້ນ​ຕົ້ນນີ້ຢູ່.

ອັຟກາ​ນິສຖານ​ຜະລິດ 90 ​ເປີ​ເຊັນ​ຂອງ​ປະລິມານ​ຝິ່ນ​ທັງ​ໝົດ​ໃນ​ໂລກ ແລະ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ 15 ​ເປີ​ເຊັນ​ຂອງຜົນ​ຜະລິດ​ຮວມພາຍ​ໃນ​ປະ​ເທດ​ທັງ​ໝົດຂອງ​ອັຟກາ​ນິສຖານ ​ແມ່ນ​ໄດ້​ມາ​ຈາກ​ການ​ຂາຍ​ຢາ​ເສບ​ຕິດ.

ເບິ່ງວີດີໂອ ກ່ຽວກັບຢາເສບຕິດຢູ່ອັຟການິສຖານ

XS
SM
MD
LG