ພວກບໍລິຈາກເງິນຊ່ວຍເຫລືອນານາຊາດ ທີ່ພົບປະກັນຢູ່ໂຕກຽວ ໄດ້ຮັບປາກຈະບໍລິຈາກເງິນ 16 ພັນລ້ານໂດລາ ສໍາລັບຊ່ວຍເຫຼືອໃນການພັດທະນາອັຟການີສຖານ ໃນໄລຍະ 4
ປີຕໍ່ໜ້າ.
ເງິນຈໍານວນດັ່ງກ່າວ ແມ່ນສອດຄ່ອງກັບຈໍານວນ 4 ພັນລ້ານໂດລາຕໍ່ປີ ທີ່ປະທານາທິບໍດີອັຟການີສຖານ ທ່ານຮາມິດ ກາຊາຍ ໄດ້ຮ້ອງຂໍຢູ່ໃນກອງປະຊຸມໃນວັນອາທິດມື້ນີ້.
ໃນຕອນຖະແຫຼງໄຂກອງປະຊຸມນັ້ນ ທ່ານກາຊາຍ ຮັບຮູ້ວ່າການສໍ້ລາດບັງຫຼວງທີ່ແຜ່
ລະບາດຢູ່ໃນອັຟການີສຖານນັ້ນ ແມ່ນໄດ້ບ່ອນທໍາລາຍຄວາມພະຍາຍາມໃນການຊ່ວຍ
ເຫຼືອຄັ້ງຜ່ານມາ ແລະທ່ານສັນຍາວ່າຈະທໍາການຄວບຄຸມປາບປາມເລຶ່ອງນີ້ໃຫ້ໄດ້ ຊຶ່ງ
ທ່ານກາຊາຍກ່າວວ່າ:
“ການສໍ້ລາດບັງຫຼວງນັ້ນ ໂດຍສະເພາະແລ້ວ ແມ່ນເປັນຕົວການເຮັດໃຫ້ ສະຖາບັນ
ຕ່າງໆຂອງພວກເຮົາ ຂາດຄວາມມີປະສິດທິຜົນ ຂາດການລວມຕົວ ແລະຂາດຄວາມ
ຖືກຕ້ອງຕາມກົດໝາຍ. ພວກເຮົາຈະປາບປາມການສໍ້ລາດບັງຫຼວງ ດ້ວຍຄວາມຕັ້ງໃຈ
ທີ່ເດັດດ່ຽວ ບໍ່ວ່າມັນເກີດຂຶ້ນຢູ່ບ່ອນໃດກໍຕາມ ແລະພວກເຮົາຂໍຮ້ອງແບບດຽວກັນນີ້
ຈາກບັນດາພາຄີນານາຊາດນັ້ນນໍາ. ຮວມກັນ ພວກເຮົາຈະຕ້ອງຢຸດການປະຕິບັດທີ່
ຫຼໍ່ລ້ຽງການສໍ້າລາດບັງຫຼວງ ຫຼືສ້າງຄວາມອ່ອນແອໃຫ້ແກ່ ຄວາມຖືກຕ້ອງຕາມກົດ
ໝາຍແລະຄວາມີປະສິດທິຜົນ ຂອງບັນດາສະຖານບັນແຫ່ງຊາດຂອງພວກເຮົາ.”
ກອງປະຊຸມດັ່ງກ່າວ ມີຜູ້ຕາງໜ້າຂອງປະມານ 70 ປະເທດ ແລະບັນດາເຈົ້າໜ້າທີ່ອາວຸໂສຂອງໂລກ ເຂົ້າຮ່ວມນໍາ ໂຮມທັງເລຂາທິການອົງການສະຫະປະຊາຊາດ ທ່ານ ພັນ ຄີມູນ ແລະທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ.
ທີ່ເມືອງຫຼວງກາບູລ ຂອງອັຟການີສຖານ ວັນເສົາວານນີ້ ທ່ານນາງຄລິນຕັນ ເຈົ້າໜ້າທີ່ການທູດລະດັບສູງສຸດຂອງສະຫະລັດ ໄດ້ສະເໜີໃຫ້ການຄໍ້າປະກັນວ່າ ສະຫະລັດຈະບໍ່ປະຖິ້ມອັຟການີສຖານ ຫຼັງຈາກທະຫານໜ່ວຍລົບຂອງອາເມຣິກາ ຖອນອອກໄປໃນປີ 2014.