ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັ​ຟ​ກາ​ນິ​ສ​ຖານ ເລື່ອນ​ການ​ເລືອກ​ຕັ້ງ ຢູ່​ແຂວງ​ການ​ດາ​ຮາ ຫຼັງ​ຈາກ ​ຜູ້​ບັນ​ຊາ​ການ ຕຳ​ຫຼວດ ​ຖືກ​ສັງ​ຫານ


ພະ​ນັກ​ງານ​ຄະ​ນະ​ກຳ​ມະ​ການເລືອກ​ຕັ້ງ​ອິດ​ສະ​ຫຼະ ​ອັ​ຟ​ກາ​ນິ​ສ​ຖານ ກຳ​ລັງ​ລ​ົງ​ທະ​ບຽນ​ຊາວ​ບ້ານ​ທີ່​ມາ​ປ່ອນ​ບັດ.
ພະ​ນັກ​ງານ​ຄະ​ນະ​ກຳ​ມະ​ການເລືອກ​ຕັ້ງ​ອິດ​ສະ​ຫຼະ ​ອັ​ຟ​ກາ​ນິ​ສ​ຖານ ກຳ​ລັງ​ລ​ົງ​ທະ​ບຽນ​ຊາວ​ບ້ານ​ທີ່​ມາ​ປ່ອນ​ບັດ.

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ຂອງ​ອັ​ຟ​ກາ​ນິ​ສ​ຖານໄດ້​ເລື່ອນ​ເວ​ລາ​ໃນ​ການ​ເລືອກ​ຕັ້ງ​
ສະ​ພາ​ແຫ່ງ​ຊາດ ຢູ່​ແຂວງ​ການ​ດາ​ຮາ ທາງ​ພາກ​ໃຕ້​ຂອງ​ປະ​ເທດ ອອກ​ໄປ​ເປັນ​ເວ​ລາ​
ນຶ່ງ​ອາ​ທິດ ຫຼັງ​ຈາກ​ມີ​ການ​ລອບ​ສັງ​ຫານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ 2 ຄົນ​ຮວມ​ທັງ​ຜູ້​ບັນ​ຊາ​ການ
​ຕຳ​ຫຼວດ. ການ​ເລື່ອນ​ເວ​ລາການ​ປ່ອນ​ບັດ​ໃນ​ວັນ​ເສົາ​ມື້ນີ້ ແມ່ນ​ເພື່ອ​ໃຫ້​ໂອ​ກາດ​ພວກ
​ໄວ້​ທຸກ ຈັດ​ພິ​ທີ​ສົ່ງ​ສະ​ການ​ໃຫ້​ແກ່​ພວກ​ເຄາະ​ຮ້າຍ.

​ນາຍ​ພົນ​ອັບ​ດູລ ຣາ​ຊິກ ​ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ ໄດ້​ຖືກ​ສັງ​ຫານ​ໃນ​ການ​ຍິງ​ກັນ ລະ
ຫວ່າງ​ການ​ຢ້ຽມ​ຢາມ​ຂອງ​ນາຍ​ພົນ​ອະ​ວຸ​ໂສ​ສຸດຂອງສະ​ຫະ​ລັດ​ ຢູ່ໃນ​ອັ​ຟ​ກາ ​ນິ​ສ​ຖານ.

ນາຍ​ພົນ​ສະ​ກັອດ ມິ​ລ​ເລີ ​ບໍ່​ໄດ້​ຮັບ​ບາດ​ເຈັບ. ທ່ານ​ໄດ້​ຢ້ຽມ​ຢາມໂຮງ​ການ​ແຂວງ
ແຂວງ​ການ​ດາ​ຮາ​ ເພື່ອ​ພົບ​ປະ​ກັບ​ເຈົ້າ​ແຂວງແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ປະ​ຈຳ​ແຂວງຄົນ
ອື່ນໆ. ສື່ມວນ​ຊົນ​ທ້ອງ​ຖິ່ນກ່າວ​ວ່າ ບັ​ນ​ດາ​ຜູ້​ເຂົ້າ​ຮ່ວມ ກຳ​ລັງ​ພາ​ກັນ​ຍ່າງ​ໄປ​ບ່ອນ​ຂຶ້ນ​
ເຮືອ​ບິນ​ເຮ​ລິ​ຄອບ​ເຕີ ຫຼັງ​ຈາກ​ການ​ພົບ​ປະ​ກັນ​ແລ້ວ ​ເວ​ລາມີ​ການຍິງ​ກັນ ເກີດ​ຂຶ້ນ.

ນອກ​ເໜືອໄປຈາກ​ທ່ານ​ຣາ​ຊິກ ຜູ້​ທີ່ເຄີຍລອດ​ຊີ​ວິດ​ມາໄດ້​ກ່ອນ​ໜ້ານີ້ ຈາກການ​ໂຈມ
​ຕີ​ຂອງພວກຕາ​ລິ​ບານ​ຫຼາຍໆ​ຄັ້ງ​ ການ​ໂຈມ​ຕີ​ໃນ​ວັນ​ພະ​ຫັດ​ວານ​ນີ້ ຍັງໄດ້​ສັງ​ຫານ​
ຫົວ​ໜ້າ​ສືບ​ລັບ​ປະ​ຈຳ​ແຂວງ ແລະ​ເຈົ້າ​ແຂວງ​ການ​ດາ​ຮາ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ.
ລາຍ​ງານ​ໃນ​ຂັ້ນ​ຕົ້ນ​ແຈ້ງ​ວ່າ ​ເຈົ້າ​ແຂວງ​ໄດ້​ເສຍ​ຊີ​ວິດ. ຊາວ​ອາ​ເມ​ຣິ​ກັນ​ສອງ​ຄົນ
ຮວມ​ທັງ​ທະ​ຫານ​ສະ​ຫະ​ລັດ​ຄົນ​ນຶ່ງ ໄດ້​ຮັບ​ບາດ​ເຈັບ.

ພວກຕາ​ລິ​ບານ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ໂດຍກ່າວ​ວ່າ “ຜູ້​ແຊກຊຶມ” ໄດ້ທຳ
​ການ​ໂຈມ​ຕີ ​ທີ່​ໄດ້​ແນ​ໃສ່​ເພື່ອ​ສັງ​ຫານທັງ​ນາຍ​ພົນ​ຣາ​ຊິກ ແລະ​ນາຍ​ພົນ​ອາ​ເມ​ຣິ​ກັນ.”

ໂຄ​ສົກ​ກອງ​ທັ​ບ​ສະ​ຫະ​ລັດ ພັນ​ເອກ​ເດບ ບັຕເລີ ກ່າວ​ວ່າ ຊາວ​ອາ​ເມ​ຣິ​ກັນ ທີ່​ໄດ້​ຮັບ
​ບາດ​ເຈັບ “ໄດ້​ຖືກ​ສົ່ງໄປ​ປິ່ນ​ປົວ​ແລ້ວ ແລະຢູ່​ໃນ​ອາ​ການ​ທຸ່ນ​ທ່ຽງ” ​ໂດຍ ​ກ່າວ​ຕື່ມ​ວ່າ
ຜູ້​ໂຈມ​ຕີ​ໄດ້ຖືກ​ຂ້າ​ຕາຍ ແລະ​ເຂດ​ດັ່ງ​ກ່າວແມ່ນ​ປອດ​ໄພ​ແລ້ວ.

ທ່ານ​ໄດ້​ກ່າວວ່າ “ນີ້​ແມ່ນ​ເຫດ​ຮ້າຍ ລະ​ຫວ່າງອັ​ຟ​ກາ​ນິ​ສ​ຖານຕໍ່​ອັ​ຟ​ກາ​ນີ​ສ​ຖານ”
ໂດຍ​ສະ​ເໜີ​ແນະ​ວ່າ ​ເປັນ​ການ​ໂຈມ​ຕີ​ພາຍ​ໃນ​ອັນ​ທີ່​ທະ​ຫານ​ອັ​ຟ​ກາ​ສິນ​ຖານຫັນ
​ປືນ​ເຂົາ​ເຈົ້າ ​ຍິງ​ໃສ່​ຄູ່​ຮ່ວມ​ງານ​ທ້ອງ​ຖິ່ນ.

ຫົວ​ໜ້າ​ຕຳ​ຫຼວດ ນາຍ​ພົນ ​ອັບ​ດູ​ລ ຣາ​ຊິກ (ກາງ) ຖ່າຍ​ຮູບ​ຮ່ວມ​ກັບ​ພວກ​ຕຳ​ຫຼວດ​ທີ່​ຫາ​ກໍ່​ຮຽນຈົບ ວັນ​ທີ 19 ກຸມ​ພາ 2017.
ຫົວ​ໜ້າ​ຕຳ​ຫຼວດ ນາຍ​ພົນ ​ອັບ​ດູ​ລ ຣາ​ຊິກ (ກາງ) ຖ່າຍ​ຮູບ​ຮ່ວມ​ກັບ​ພວກ​ຕຳ​ຫຼວດ​ທີ່​ຫາ​ກໍ່​ຮຽນຈົບ ວັນ​ທີ 19 ກຸມ​ພາ 2017.

ພັນ​ເອກ​ບັດ​ເລີ ໃນຕໍ່​ມາ​ ໄດ້​ສົ່ງ​ຂໍ້​ຄວາມ​ຜ່ານ​ທາງ​ທວິດ​ເຕີ ຈາກ​ນາຍ​ພົນ​ມີ​ລ​ເລີ
ກ່າວ​ວ່າ “ມື້​ນີ້​ຂ້າ​ພະ​ເຈົ້າ​ໄດ້​ສູນ​ເສຍ​ເພື່ອນ​ທີີ່​ຍິ່ງ​ໃຫຍ່ ພົນ​ໂທ​ຣາ​ຊິກ. ​ພວກ​ເຮົາ​ໄດ້​
ປະ​ຕິ​ບັດ​ງານ​ຮ່ວມ​ກັນ​ມາ​ເປັນ​ເວ​ລ​າ​ຫຼາຍ​ປີ. ອັ​ຟ​ກາ​ສິນ​ຖານ​ໄດ້​ສູນ​ເສຍ​ຜູ້​ຮັກ​ຊາດ
​ຄົນ​ນຶ່ງ ຂ້າ​ພະ​ເຈົ້າຂໍ​ສະ​ແດງ​ຄວາມເສົ້າ​ສະ​ຫ​ລົດ​ໃຈ​ຕໍ່​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສ​ຖານ.
ສິ່ງ​ດີໆ​ທີ່​ທ່ານ​ໄດ້​ເຮັດ​ດີ​ແກ່​ຊາວ​ອັ​ຟ​ກາ​ນິ​ສ​ຖານ ​ບໍ່​ສາ​ມາດ​ທີ່​ຈະ​ທົດ​ແທນ​ໄດ້.”

ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣັ​ຟ ກາ​ນີ ຖະ​ແຫຼງ​ຜ່ານ​ທາງວີ​ດີ​ໂອ​ຕໍ່​
ປະ​ເທດ​ຊາດ ​ໂດຍ​ແຈ້ງ​ໃຫ້​ຊາ​ວ​ອັ​ຟ​ກາ​ນິ​ສ​ຖານຊາບ​ກ່ຽວ​ກັບສະ​ຖາ​ນະ​ການ​ຢູ່​ໃນ
ເມືອງ​ການ​ດາ​ຮາ​ ຈະ​ກັບ​ຄືນ​ເຂົ້າ​ສູ່​ສະ​ພາບ​ປົກ​ກະ​ຕິ​ ໃນ​ບໍ່​ຊ້າ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG