ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

38 ຄົນເສຍຊີວິດ ໃນເຫດເຮລີຄອບເຕີຕົກ ທີ່ອັຟການີສຖານ


ເຮືອບິນເຮລີຄອບເຕີ Chinook ລຸ້ນລໍາທີ່ຖືກຍິງຕົກ ໃນອັຟການີສຖານ,
ວັນທີ 6 ສິງຫາ 2011.
ເຮືອບິນເຮລີຄອບເຕີ Chinook ລຸ້ນລໍາທີ່ຖືກຍິງຕົກ ໃນອັຟການີສຖານ, ວັນທີ 6 ສິງຫາ 2011.

ປະທານາທິບໍດີອັຟກາ​ນີສຖານ​ທ່ານ Hamid Karzai ກ່າວ​ວ່າ ທະຫານ​ສະຫະລັດ
31 ຄົນ​ແລະ​ທະຫານ​ອັຟກາ​ນີສຖານ 7 ຄົນ​ເສຍ​ຊີວິດ ໃນເຫດ​ເຮືອບິນ​ເຮ​ລີ​ຄອບ​ເຕີ
​ຂອງເນ​ໂຕ້ລໍາ​ນຶ່ງ ​ຕົກລົງ​ໃນແຂວງ Wardak ​ໃນພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສ
ຖານ​.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຮືອບິນ​ຕົກໃນ​ເຊົ້າ​ວັນ​ເສົາ​ມື້​ນີ້ ນັບ​ວ່າ​ເປັນ​ການ​ເສຍ​ຊີວິດ
​ຈໍານວນ​ຫລາຍ​ທີ່​ສຸດ ​ໃນເຫດການ​ຄັ້ງ​ນຶ່ງ​ສໍາລັບ​ພວກ​ກໍາລັງ​ນາໆຊາດ​ໃນ​ອັຟກາ​ນີສ
ຖານ ​ນັບ​ແຕ່​ສົງຄາມ​ໄດ້​ເລີ້ມ​ຂຶ້ນ​ໃນປີ 2001 ​ເປັນ​ຕົ້ນ​ມາ.

ກຸ່ມ​ຕາ​ລີ​ບັນ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ຍິງ​ເຮືອບິນ​ລໍາ​ນີ້​ຕົກ ແລະ​ກ່າວ​ວ່າ
​ພວກ​ກໍາລັງ​ຂອງ​ຝ່າຍ​ຕົນ ກໍ​ໄດ້​ເສຍ​ຊີວິດ​ໄປ 8 ຄົນເຊ່ນ​ກັນໃນ​ການ​ຍິງ​ຕໍ່ສູ້​ກັນ​ນັ້ນ.

ກຸ່ມ​ເນ​ໂຕ້​ໄດ້​ຢືນຢັນ​ກ່ຽວ​ກັບ​ເຫດການ​ເຮືອບິນ​ຕົກ​ນີ້​ມາ​ກ່ອນ ​ແຕ່​ບໍ່ໃຫ້ລາຍ​ລະອຽດ
​ກ່ຽວ​ກັບ​ຈໍານວນ​ຜູ້​ບາດ​ເຈັບ​ແລະ​ເສຍ​ຊີວິດ​ນັ້ນ.

ປະທານາທິບໍດີ Karzai ​ໄດ້​ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ຂອງ​ທ່ານໄປ​ຍັງ​ປະທານາ
ທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ແລະ​ໄປ​ຍັງພວກ​ຄອບ​ຄົວ​ພວກ​ທະຫານ​ທີ່ໄດ້​ເສຍ
​ຊີວິດ​ໄປ​ນີ້.

XS
SM
MD
LG