ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ: ​ເບິ່ງຄືວ່າ ຍົນເຮລິຄອບເຕີ ຖືກຍິງຕົກແທ້ ໃນອັຟການີສຖານ, ຕາຍ 37 ຄົນ


ຍົນເຮລິຄອບເຕີ ລຸ່ນ Chinook ຂອງສະຫະລັດ ທີ່ຖືກຍິງຕົກ ໃນອັຟການີສຖານ
ຍົນເຮລິຄອບເຕີ ລຸ່ນ Chinook ຂອງສະຫະລັດ ທີ່ຖືກຍິງຕົກ ໃນອັຟການີສຖານ

ພວກກະບົດໃນເຂດພາກຕາເວັນອອກຂອງອັຟການີສຖານ ໄດ້ຍິງຍົນເຮລິຄອບເຕີທະຫານ ຂອງສະຫະລັດລໍາ​ນຶ່ງຕົກ ທີ່ຍັງຜົນ​ໃຫ້ທະຫານອາ​ເມຣິກັນ​ໃນຍົນ 30 ຄົນ ແລະໜ່ວຍກ້າ ຕາຍຂອງອັຟການີສຖານອີກ 7 ຄົນ ເສຍຊີວິດ ຊຶ່ງເປັນການສູນເສຍທີ່ຮ້າຍ​ແຮງທີ່ສຸດ ພ້ອມ​ກັນ​ບາດດຽວ ສໍາລັບກໍາລັງປະສົມ ໃນສົງຄາມທີ່ຍືດເຍື້ອມາໄດ້ນຶ່ງທົດສະວັດແລ້ວນັ້ນ.

ຍົນເຮລິຄອບເຕີລຸ່ນ Chinook CH-47 ຕົກລົງ​ໃນເວລາກ່ອນຂ້ອນແຈ້ງຂອງວັນເສົາວານນີ້ ໃນເຂດແຂວງ Wardak. ກຸ່ມຕາລິບານກ່າວວ່າຕົນໄດ້ຍິງຈະຫລວດ ໃສ່ຍົນເຮລິຄອບເຕີ ລໍາດັ່ງກ່າວໃນລະຫວ່າງ​ການ​ຕໍ່ສູ້​ກັນ ທີ່ກໍາລັງຂອງຝ່າຍປະສົມ ໄດ້ສັງຫານພວກຫົວຮຸນແຮງ 8 ຄົນໃນການບຸກ​ໂຈມ​ຕີບ່ອນລີ້ຊ່ອນຂອງພວກເຂົານັ້ນ ພວກເຈົ້າໜ້າທີ່ສະຫະລັດ ກ່າວວ່າ ​ເບິ່ງ​ຄືວ່າຍົນລໍາດັ່ງກ່າວຖືກຍິງຕົກ​ແທ້ ພັນທະມິດເນໂຕ້ກ່າວວ່າຕົນ ກໍາລັງສືບ ສວນສອບສວນສາເຫດຂອງຍົນຕົກນັ້ນຢູ່.

ພວກເຈົ້າໜ້າທີ່ສະຫະລັດກ່າວວ່າທະຫານອາເມຣິກັນ 25 ຄົນ ທີ່ຢູ່ເທິງຍົນລໍາດັ່ງກ່າວ ແມ່ນ ພວກກໍາລັງລົບພິເສດ ໂຮມທັງທະຫານ Navy SEALs 22 ຄົນ ຊຶ່ງຖືວ່າເປັນໜ່ວຍ ທະຫານປະຕິບັດ​ການ​ພິ​ເສດ​ຊັ້ນຍອດທີ່ສຸດໃນກອງທັບສະຫະລັດ.

ພວກເຈົ້າໜ້າທີ່ກ່າວວ່າ ພວກກໍາລັງລົບພິເສດສ່ວນຫລາຍທີ່ເສຍຊີວິດໃນເຫດຍົນ​ຕົກດັ່ງ ກ່າວ ແມ່ນພວກທີ່ສັງກັດຢູ່ກັບໝວດດຽວກັນກັບໝວດທີ່ສັງ ຫານນາຍໂອຊາມາ ບິນລາເດັນ ຫົວໜ້າກຸ່ມອາລຄາອີດາ ໃນການບຸກໂຈມຕີຢູ່ໃນປາກີສຖານໃນເດືອນພຶດສະພາຜ່ານມາ ແຕ່ ພວກເຈົ້າໜ້າທີ່ ກ່າວອີກວ່າ ບໍ່ມີໃຜຈັກຄົນທີ່ຢູ່ເທິງຍົນລໍາດັ່ງກ່າວ ມີ​ສ່ວນ​ກ່ຽວພັນກັບການ ປະຕິບັດງານໂຈມຕີນາຍບິນ ລາເດັນ ນັ້ນ.

ກຸ່ມເນໂຕ້ ກ່າວວ່າ ນາຍພາສາທີ່ເປັນພົນລະເຮືອນຄົນນຶ່ງກໍເສຍຊີວິດໃນເຫດຍົນຕົກນີ້ເຊັ່ນ ກັນ ​ແຕ່​ບໍ່​ໄດ້ເປີດເຜີຍ​ໃຫ້​ຊາຍ​ເຖິງສັນຊາດຂອງ ຜູ້ກ່ຽວ.

ຄັ້ງນີ້ນັບວ່າມັນເປັນການໂຈມຕີທີ່ພາ​ໃຫ້​ມີ​ການ​ເສ​ຍຊີວິດຫລາຍທີ່ສຸດໃນກອງທັບສະຫະລັດ ໃນອັຟການີສຖານ ນັບຕັ້ງແຕ່ເດືອນມິຖຸນາປີ 2005 ເປັນຕົ້ນມາ ເວລາພວກກະບົດໄດ້ຍິງ ຍົນເຮລິຄອບເຕີທະຫານຂອງສະຫະ ລັດຕົກໃນເຂດແຂວງ Kunar ທາງພາກຕາເວັນອອກ ຂອງອັຟການີສຖານ ທີ່ຍັງຜົນໃຫ້ທະຫານສະຫະລັດເສຍຊີວິດ 16 ຄົນ.

ປະທານາທິບໍດີບາຣັກ ໂອບາມາ ກ່າວວ່າ ການເສຍຊີວິດຄັ້ງລ່າສຸດນີ້ ຕັກເຕືອນໃນສິ່ງທີ່ ທ່ານເອິ້ນວ່າ ການເສຍສະຫລະເປັນພິເສດ ຂອງທະຫານຂອງສະຫະລັດ ແລະຄອບຄົວ ຂອງພວກເຂົາເຈົ້າ ທ່ານໂອບາມາ ກ່າວຕໍ່ໄປວ່າ ທ່ານ​ຂໍ​ສົ່ງຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະການໄຫວ້ວອນໄປ ຍັງພວກຄອບຄົວແລະຄົນທີ່ຮັກແພງຂອງຊາວອະເມລິກັນຜູ້ທີ່ໄດ້ ສູນເສຍ ທ່ານໂອບາມາ ກ່າວອີກວ່າ ນອກນີ້ແລ້ວ ທ່ານຍັງໄດ້ໄວ້ອາໄລ​ໃຫ້​ແກ່ຊາວອາຟການີສຖານ ທີ່ເສຍຊີວິດໄປກັບພວກ ທະຫານເຫລົ່ານັ້ນນໍາ.

ປະທານາທິບໍດີ ອາຟການີສຖານ ທ່ານ ຮາມິດ ກາຊາຍ ໄດ້ສົ່ງຂໍ້ຄວາມ ສະແດງຄວາມ ເສົ້າໂສກເສຍໃຈໄປຍັງທ່ານໂອບາມາ ແລະຄອບຄົວຂອງ ພວກເສຍສະຫລະ 38 ຄົນທີ່ ເສຍຊີວິດ ໃນເຫດຍົນຕົກນັ້ນແລ້ວ.

XS
SM
MD
LG