ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສຫລ ທົບທວນວິທີການປາບປາມ ການສໍ້​ລາດ​ບັງ​ຫລວງ​ ໃນອັຟກາ​ນິສຖານ


​ສຫລ ທົບທວນວິທີການປາບປາມ ການສໍ້​ລາດ​ບັງ​ຫລວງ​ ໃນອັຟກາ​ນິສຖານ
​ສຫລ ທົບທວນວິທີການປາບປາມ ການສໍ້​ລາດ​ບັງ​ຫລວງ​ ໃນອັຟກາ​ນິສຖານ

ໜັງສືພິມ​ທີ່​ມີ​ຊື່​ສຽງ​ສະບັບ​ນຶ່ງ​ຂອງ​ສະຫະລັດ​ລາຍ​ງານ​ຂ່າວວ່າ ບັນດາ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ຂອງ ​ລັດຖະບານ​ປະທານາທິບໍດີ​ໂອ​ບາ​ມາ​ ​ກໍາລັງ​ຄຶດ​ຄືນຫາ​ວິທີ​ການ​ໃໝ່ ກ່ຽວ​ກັບ​ວ່າຈະເຮັດແນວ​ໃດ​ດີ ຈຶ່ງ​ຈະ​ປາບ​ການ​ສໍ້​ລາດ​ບັງ​ຫລວງ​ໃນອັຟກາ​ນິສຖານ​ນັ້ນ​ໄດ້.

ໝັງ​ສື​ພິມ Washington Post ອ້າງ​ຄໍາ​ເວົ້າ​ຂອງເຈົ້າ​ໜ້າ​ທີ່ຫລາຍ​ຄົນ​ທີ່​ບໍ່​ບອກ​ຊື່​ໃຫ້​ຮູ້​ທີ່​ ເວົ້າ​ວ່າ ການ​ຊຸກຍູ້​ໃຫ້​ທໍາການປາບປາມ​ການ​ສໍ້​ລາດ​ບັງ​ຫລວງໃນແບບ​ສະບັບຂອງສະຫະລັດ​ ນັ້ນໄດ້ສ້າງ​ຄວາມ​ແຕກ​ແຍກ​ຂຶ້ນ​ ກັບປະທານາທິບໍດີອັຟກາ​ນິສຖານ​ ທ່ານ Hamid Karzai​.

ບັນດາ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້ ​ກ່າວ​ຕໍ່​ໜັງສືພິມ​ Washington Post ​ວ່າ ມີ​ອັນ​ທີ່​ພວກ​ເຂົາເຈົ້າ​ ເອີ້ນ​ວ່າຄວາມເຫັນ​ພ້ອມ​ເປັນ​ສຽງ​ດຽວ​ກັນ​ຫລາຍ​ຂຶ້ນ​ເລື້ອຍໆ​ວ່າກໍລະນີ​ການ​ສໍ້ລາດ​ບັງ​ ຫລວງ​ລາຍໃຫຍ່​ໆ ທີ່​ພົວພັນ​ກັບພວກ​ບຸກຄົນ​ໃນ​ວົງ​ການ​ລັດຖະບານ​ຂອງປະທານາທິບໍດີ Karzai ນັ້ນ​ ຄວນ​ຈະ​ຖືກ​ແກ້​ໄຂ​ໂດຍ​ການ​ປະນີປະນອມ​ແບບໄວ້ໜ້າ​ກັນ ໂດຍ​ທາງ​ລັບແທນ​ທີ່​ຈະແກ້​ໄຂ​ດ້ວຍ​ການດໍາ​ເນີນ​ຄະດີ​ກັນ​ຢ່າງ​ເປີດ​ເຜີຍ​.

ໜັງສືພິມ Washington Post ກ່າວ​ວ່າພວກ​ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ ຈະ ພົບ​ປະກັບ​ປະທານາທິບໍດີ​ໂອ​ບາ​ມາ​ໃນ​ສັບປະດາ​ນີ້​ເພື່ອທໍາ​ການ​ໂອ້​ລົມ​ສົນທະນາກັນກ່ຽວ​ກັບ​ບັນຫາ​ເຫລົ່າ​ນີ້.

ກຸ່ມ NATO ​ໄດ້​ເປີດ​ເຜີຍ​ຫລັກ​ຊີ້ນໍາ​ໃໝ ​ກ່ຽວ​ກັບ​ການ​ອະນຸມັດ​ສັນຍາ​ຮັບ​ເໝົາ​ຂອງນາໆ ຊາດ​ມູນ​ຄ່າ​ຫລາຍ​ພັນ​ລ້ານດອນ​ລາ​ໃນ​ອັຟການິສຖານ ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ ຂອງ​ຄວາມ​ພະຍາຍາມ​ໃນ​ການ​ປາບ​ການ​ສໍ້​ລາດ​ບັງ​ຫລວງນັ້ນ.

ຫລັກ​ຊີ້​ນໍາ​ໃໝ່​ ທີ່​ອອກ​ໂດຍພົນ​ເອກ David Petraeus ຜູ້ບັນຊາ​ການ​ສູງ​ສຸດ​ຂອງກໍາລັງ​ NATO ​ຢູໃນ​ອັຟກາ​ນິສຖານ​ນັ້ນຍັງແກ້​ໄຂ​ບັນຫາຄວາມ​ເປັນ​ຫ່ວງຕ່າງໆ​ເຊ່ນ​ກັນ ທີ່ວ່າ​ເງິນ ​ຮັບ​ເໝົາ​ຕ່າງໆ​ເຫລົ່າ​ນັ້ນ ສາມາດໄປ​ຕົກ​ຢູ່​ໃນ​ກໍາມືຂອງ​ພວກ​ກະບົດ​ໄດ້.

XS
SM
MD
LG