ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຮຽກຮ້ອງໃຫ້ ອັຟການິສຖານ ຍຸຕິການຜິດຖຽງກັນ ແລ້ວຫັນມາ ຕໍ່ສູ້ກັບໂຄວິດ-19


ທ່ານ ຊາລເມ ຄາລີລຊາດ (Zalmay Khalilzad), ທູດພິເສດດ້ານສັນຕິພາບຂອງສະຫະລັດກ່າວຄໍາປາໄສ ຜ່ານໂທລະພາບຊ່ອງ Tolo TV ໃນນະຄອນກາບູລຂອງອັຟການິສຖານໃນວັນທີ 28 ເມສາ, 2019 (ພາບຖ່າຍໂດຍ REUTERS/Omar Sobhani)
ທ່ານ ຊາລເມ ຄາລີລຊາດ (Zalmay Khalilzad), ທູດພິເສດດ້ານສັນຕິພາບຂອງສະຫະລັດກ່າວຄໍາປາໄສ ຜ່ານໂທລະພາບຊ່ອງ Tolo TV ໃນນະຄອນກາບູລຂອງອັຟການິສຖານໃນວັນທີ 28 ເມສາ, 2019 (ພາບຖ່າຍໂດຍ REUTERS/Omar Sobhani)

ສະຫະລັດໄດ້ຮຽກຮ້ອງອີກຄັ້ງນຶ່ງໃຫ້ບັນດາຜູ້ນໍາຂອງອັຟການິສຖານທີ່ອາຄາດ ບາດໝາງກັນແລະກຸ່ມກະບົດຕາລີບານ ໃຫ້ພາກັນເອົາຄວາມບໍ່ຖືກຕ້ອງກັນຢູ່ພາຍໃນອອກໄປ ແລະໃຫ້ຍຸຕິການກໍ່ຄວາມຮຸນແຮງທີ່ໃຊ້ອາວຸດ ເພື່ອສຸມໃສ່ຕໍ່ ສູ້ກັບການລະບາດລະດັບໂລກຂອງໄວຣັສໂຄໂຣນາ.

ທ່ານ ຊາລເມ ຄາລີລຊາດ (Zalmay Khalilzad), ທູດພິເສດດ້ານສັນຕິພາບ ຂອງສະຫະລັດ ໄດ້ທໍາການຮຽກຮ້ອງໃນວັນອາທິດວານນີ້ ໂດຍຜ່ານການຂຽນລົງໃນທວີດເຕີຫລາຍຄັ້ງ ເພື່ອອວຍພອນ ໃຫ້ຊາວອັຟການິສຖານ ສຸກສັນ ໃນເດືອນຖືສິນອົດຣາມາດານຂອງຊາວມຸສລິມ.

ທ່ານຄາລີລຊາດເນັ້ນຢໍ້າວ່າ “ຄວາມຢູ່ດີມີສຸກຂອງປະຊາຊົນ ແລະປະເທດອັຟ ການິສຖານເອງແມ່ນຂຶ້ນກັບທຸກພັກຝ່າຍທີ່ຈະອຸທິດທຸກພະລັງຢ່າງເຕັມສ່ວນໃສ່ ການຕໍ່ສູ້ຕ້ານກັບການແຜ່ລະບາດຢ່າງແຮງ ຂອງພະຍາດໂຄວິດ-19, ຊຶ່ງເປັນ ສັດຕູຕົວດຽວກັນຂອງທຸກຄົນນັ້ນ.”

ຢ່າງໜ້ອຍມີ 50 ຄົນໃນຈໍານວນ 1,500 ຄົນທີ່ຕິດເຊື້ອໄວຣັສໂຄໂຣນານັ້້ນໄດ້ ເສຍຊີວິດໄປຢູ່ໃນອັຟການິສຖານ ແລະຈໍານວນຄົນຕິດເຊື້ອພະຍາດນີ້ ຍັງສືບ ຕໍ່ຂະຫຍາຍອອກໄປຢູ່ໃນປະເທດແຫ່ງນັ້ນ ທີ່ມີເສິກສົງຄາມແກ່ຍາວມາໄດ້ຫຼາຍ ທົດສະວັດ ໄດ້ເຮັດໃຫ້ລະບົບສາທາລະນະສຸກທີ່ຂາດການພັດທະນາຢູ່ແລ້ວນັ້ນ ຍິ່ງປະສົບບັນຫາອີກ.

ທ່ານຄາລີລຊາດເວົ້າວ່າ ເທສະການຣາມາດານທີ່ໄດ້ເລີ້ມຕົ້ນຂຶ້ນໃນວັນສຸກຜ່ານ ມາ ໄດ້ໃຫ້ໂອກາດແກ່ປະທານາທິບໍດີ ອາສຣັຟ ການີ (Ashraf Ghani) ຂອງ ອັຟການິສຖານ ແລະ ຄູ່ປໍລະປັກທາງການເມືອງ, ທ່ານ ອັບດຸລລາ ອັບດຸລລາ (Abdullah Abdullah) “ໃຫ້ຖືເອົາຜົນປະໂຫຍດຂອງປະເທດໄວ້ ເໜືອຜົນປະ ໂຫຍດສ່ວນຕົວຂອງເຂົາເຈົ້າ.”

ຜູ້ນໍາທັງສອງທີ່ເປັນປໍລະປັກກັນ ຕ່າງກໍພາກັນກ່າວອ້າງວ່າ ຕົນໄດ້ຮັບໄຊຊະນະ ໃນການເລືອກຕັ້ງປະທານາທິບໍດີໃນວັນທີ 28 ກັນຍາຜ່ານມາ ແລະກໍໄດ້ພາກັນ ຈັດພິທີສາບານຕົວເຂົ້າຮັບຕໍາແໜ່ງໃນເດືອນແລ້ວນີ້. ວິກິດການທາງການເມືອງ ໄດ້ເຮັດໃຫ້ການປົກຄອງປະເທດຕົກຢູ່ໃນສະພາບບໍ່ເຄື່ອນໄຫວຫຍັງໄດ້ ຊຶ່ງພໍດີ ກົງກັບເວລາທີ່ຂໍ້ຕົກລົງ ໃນການສ້າງສັນຕິພາບ ທີ່ສະຫະລັດໄດ້ເຈລະຈາກັນກັບ ກຸ່ມຕາລີບານໄດ້ເຮັດໃຫ້ມີຄວາມຫວັງເພີ້ມຂຶ້ນທີ່ຈະຫາທາງເຮັດໃຫ້ການສູ້ລົບກັນ ສິ້ນສຸດແບບມີການເຈລະຈາຕົກລົງກັນໄດ້ນັ້ນ.

ທ່ານຄາລລີຊາດກ່າວອີກວ່າ “ຄ້າຍໆກັນນີ້, ບຸນຣາມາດານ ກໍໄດ້ສະໜອງໂອ ກາດໃຫ້ກຸ່ມຕາລີບານໃຫ້ຮັບເອົາການຢຸດຍິງແບບມີມະນຸດສະທໍາເພື່ອຫຼຸດຜ່ອນ ການກໍ່ຄວາມຮຸນແຮງ ແລະຢຸດການບຸກໂຈມທາງທະຫານ ໄປຈົນກວ່າວິກິດ ການດ້ານສຸຂະພາບ ຈະສິ້ນສຸດລົງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG