ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ນາໆຊາດ ຊ່ອຍເຫຼືອ ອັຟການິສຖານ


ປະທານາທິບໍດີ ອັຟການິສຖານ ທ່ານຮາມິດ ກາໄຊ ກ່າວຕໍ່ກອງປະຊຸມ ໃຫ້ການຊ່ອຍເຫຼືອ ຂອງນາໆຊາດ ທີ່ນະຄອນຫຼວງ ກາບູລວ່າ ທ່ານມີຄວາມຕັ້ງໃຈ ທີ່ຈະ​ໃຫ້ກຳລັງ ຂອງອັຟການິສຖານ ເຂົ້າກຳເລື່ອງ ຄວາມປອດໄຟ ຂອງປະເທດ ພາຍໃນປີ 2014.

ນອກນັ້ນ ທ່ານກາໄຊ ຍັງຮຽກຮ້ອງໃຫ້ ບັນດາປະເທດພາຄີ ປ່ອຍໃຫ້ລັດຖະບານ ອັຟການິສຖານ ມີ​ສິດຄວບຄຸມ ເພີ້ມຂຶ້ນ ກ່ຽວກັບ ເງິນຊ່ອຍເຫຼືອ ທີ່ສົ່ງເຂົ້າໄປ ໃນອັຟການິສຖານນັ້ນ. ທ່ານກາໄຊ ກ່າວວ່າ ປະຊາຄົມ ນາໆຊາດ ໄດ້ຮັບປາກ​ ທີ່​ຈະໃຫ້ ເງິນຊ່ອຍເຫຼືອ ຢ່າງພຽງພໍ ສຳລັບໃຫ້ ອັຟການິສຖານ ສາມາດຜ່ານຜ່າ ໄປໄດ້ ໃນໄລຍະ 3 ປີຂ້າງໜ້າ ແຕ່ທ່ານໄດ້ຮຽກຮ້ອງ ໃຫ້ຈັດສົ່ງ ການຊ່ອຍເຫຼືອ​ນັ້ນ ໄປ​ໃຫ້ ​ໂດຍຜ່ານທາງ ລັດຖະບານ ຫລາຍ​ຂຶ້ນ.

ມີຜູ້ຕາງໜ້າ ຈາກຢ່າງນ້ອຍ 60 ປະເທດ ແລະອົງການຈັດຕັ້ງຕ່າງໆ ເຂົ້າຮ່ວມກອງປະຊຸມ ເປັນເວລານຶ່ງມື້ ທີ່ນະຄອນຫຼວງ ອັຟການິສຖານ.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ ກ່າວຕໍ່ພວກ​ເຂົ້າຮ່ວມ​ ປະຊຸມວ່າ ສະຫະລັດ ໄດ້ຮັບກຳລັງໃຈ ຈາກວຽກງານ ທີ່ລັດຖະບານ ອັຟການິສຖານ ໄດ້ດຳເນີນມາ ເພື່ອປັບປຸງ ການປົກຄອງ ແລະປາບປາມ ການສໍ້ລາດບັງຫຼວງ ແຕ່ກໍເວົ້າວ່າ ຍັງມີວຽກງານ ຫຼວງຫຼາຍຂວາງໜ້າຢູ່.

ທ່ານນາງເວົ້າວ່າ ສະຫະລັດ ຈະສືບຕໍ່ ໃຫ້ການຊ່ອຍເຫຼືອ ແກ່ອັຟການິສຖານ ດົນໄປກວ່າ ເປົ້າໝາຍ ກຳນົດເວລາຕາຍໂຕ ໃນການເລີ້ມ ຖອນທະຫານ ອອກຈາກ ອັຟການິສຖານ ຂອງລັດຖະບານ ທ່ານໂອບາມາ ໃນເດືອນກໍລະກົດ ປີ 2011 ນັ້ນອີກ.

XS
SM
MD
LG