ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ກອງປະຊຸມໂລກ ກ່ຽວກັບອະນາຄົດ ຂອງອັຟການີສຖານ ໄຂຂຶ້ນແລ້ວ


ກອງປະຊຸມໂລກ ກ່ຽວກັບອະນາຄົດ ຂອງອັຟການີສຖານ ໄຂຂຶ້ນແລ້ວ
ກອງປະຊຸມໂລກ ກ່ຽວກັບອະນາຄົດ ຂອງອັຟການີສຖານ ໄຂຂຶ້ນແລ້ວ

ກອງ​ປະຊຸມ​ໂລກກ່ຽວ​ກັບ​ອະນາຄົດ​ຂອງ​ອັຟກາ​ນີສຖານໄດ້​ເປີດຂຶ້ນ​ແລ້ວ​ ທີ່​ນະຄອນບອນ
ຂອງປະ​ເທດ​ເຢຍຣະມັນ.

ໃນ​ວັນ​ຈັນມື້ນີ້ ພວກ​ຜູ້​ແທນ​ຈາກ​ຫລາຍ​ກວ່າ 80 ປະ​ເທດ ​ໄດ້​ເພັ່ງ​ເລັງ​ໃສ່ການ​ວາງ​ເສ້ນ​ທາງ​ເດີນ​ ສໍາລັບປະ​ເທດ​ທີ່​ໄດ້ຖືກ​ທໍາລາຍ​ໂດຍ​ສົງຄາມດັ່ງ ກ່າວ ລຸນ​ຫລັງທີ່ກໍາລັງທະຫານນາໆ​ຊາດ ຖອນ​ອອກໄປໃນ​ປີ 2014​. ​ແຕ່​ວ່າ​ປາ​ກີ​ສຖານ​ຊຶ່ງ​ເປັນ​ປະ​ເທດທີ່​ຖື​ວ່າມີ​ຄວາມສໍາຄັນ​ຕໍ່ຄວາມໝັ້ນຄົງ​ໃນ​ອານາ​ຄົດ​ຂອງ​ອັຟກາ​ນີສຖານ​ ໃນ​ທຸກ​ດ້ານ​ນັ້ນ ​ໄດ້​ຂວໍ້າ​ບາດ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ​ເພື່ອ​ປະ​ທ້ວງ​ການ​ໂຈມ​ຕີ​ຂ້າມ​ຊາຍ​ແດນຂອງກຸ່ມເນ​ໂຕ້ ເມື່ອ​ທ້າຍເດືອນ​ຜ່ານ​ມານີ້ ​ທີ່​ຍັງ​ຜົນ​ໃຫ້​ທະຫານ​ ປາ​ກີ​ສຖານ​ 24 ຄົນ ເສຍຊີວິດນັ້ນ.

ການ​ປະຊຸມ​ກັນ​ທີ່​ຈັດ​ຂຶ້ນ​ໃນນະຄອນຫລວງເກົ່າຂອງ​ເຢຍຣະມັນ ​ແມ່ນ​ຄາດ​ວ່າ​ຈະ​ຫາ​ທາງແກ້​ໄຂ 3 ບັນຫາ​ຫລັກ ຊຶ່ງ​ລວມມີ ການ​ໂອນ​ຄວາມຮັບຜິດ​ຊອບ​ດ້ານການຮັກສາ​ຄວາມໝັ້ນຄົງ ຈາກ​ກອງ​ກໍາລັງທະຫານ​ນາໆ​ຊາດ ​ໄປ​ໃຫ້​ແກ່​ທະ​ຫານ​ອັຟກາ​ນີສຖານ, ສ້າງ​ຄວາມ​ປອງ​ດອງ​ຊາດ​ກັບ​ກຸ່ມຕາ​ລີ​ບັນ ​ແລະໂອກາດໄລຍະ​ຍາວ​ໃນ​ການ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກສາກົນ.

ໃນມື້​ກ່ອນ​ໄຂ​ກອງ​ປະຊຸມ​ນັ້ນ ປະທານາທິບໍດີອັຟກາ​ນີສຖານ​ ທ່ານຮາມິດ​ ກາ​ຊາຍ ​ໄດ້​ຕໍາ​ນິລັດຖະບານ​ກຸງ​ອິສລະ​ມາ​ບັດ ທີ່​ບໍ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ອັຟກາ​ນີສຖານ​ ໃນ​ການ​ສ້າງຄວາມ​ຖືກຕ້ອງ​ປອງ​ດອງ​ຊາດ. ​ໃນ​ການ​ໃຫ້​ສໍາພາດ​ຂ່າວ​ຕໍ່ໜັງສື​ພິ​ມ​ລາຍ​ສັບປະດາ Der Spiegel ຂອງ​ເຢຍຣະ ມັນ ​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ​ກາ​ຊາຍ​ເວົ້າວ່າ: “ຈົນຮອດດຽວນີ້ ປາ​ກີ​ສ ຖານ​ກໍຍັງໄດ້ປະຕິ​ເສດ​ຊໍ້າ​ແລ້ວ​ຊໍ້າ​ອີກ ທີ່ຈະຊ່ວ​ຍ​ໃນ​ການ​ເຈລະຈາ​ກັບຄະນະນໍາພາຂອງ​ຝ່າຍ​ຕາ​ລີບັນນັ້ນ.”

ນອກນັ້ນ ຜູ້​ນໍາອັຟກາ​ນີສຖານ ຍັງ​ໄດ້​ຂໍຮ້ອງ​ໃຫ້​ສື​ບຕໍ່​ມີການ​ຊ່ວຍ​ເຫລືອ ທາງ​ດ້ານ​ການ​ເງິນ ​ແລະ​ທະຫານ​ແກ່​ປະ​ເທດ​ຂອງທ່ານ ຫລັງ​ຈາກ ປີ 2014 ​ໄປ. ທ່ານ​ກ່າວ​ວ່າ ອັຟກາ​ນີສຖານ​ຈະ​ເປັນ​ປະ​ເທດ​ທີ່ຢູ່​ແນວໜ້າ ຫລາຍ​ກວ່າ​ທີ່​ເຄີຍ​ມີ​ມາກ່ອນ ​ໂດຍ​ໄດ້​ເຕືອນ​ວ່າ “ຖ້າ​ຫາກ​ວ່າ ພວກ​ເຮົາ​ເສຍ​ໄຊ​ໃນ​ການຕໍ່ສູ້​ຄັ້ງນີ້ ພວກ​ເຮົາກໍ​ແມ່ນຈະຖືກຂົ່ມຂູ່​ໃຫ້​ຕົກ​ໄປ​ຢູ່​ໃນ​ສະພາບ ທີ່​ຄ້າຍຄືກັບ​ ​ກ່ອນ ວັນ​ທີ 11 ກັນຍາ 2011.”

ຢູ່​ໃນ​ບັນດາ​ຜູ້​ແທນ​ທີ່ເຂົ້າຮ່ວມກອງ​ປະຊຸມ ທີ່​ກຸງ​ບອນ​ນັ້ນ ມີເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ ພັນ​ ກິ​ມູນ ​ແລະທ່ານ​ນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທ​ດສະຫະລັດ.

XS
SM
MD
LG