ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວອັຟການິສຖານ ທີ່ໂກດແຄ້ນ ຍ້ອນບໍ່ມີ ຄວາມປອດໄພ ປະທະ ກັບຕຳຫຼວດ ຕາຍ 4


ຊາວອັຟການິສຖານ ພາກັນແກວ່ງກ້ອນຫີນໃສ່ຕຳຫລວດ ປາບຈະລາຈົນ.
ຊາວອັຟການິສຖານ ພາກັນແກວ່ງກ້ອນຫີນໃສ່ຕຳຫລວດ ປາບຈະລາຈົນ.

ຢ່າງ​ໜ້ອຍ ມີ​ຊາວ​ອັຟກາ​ນິສຖານ​ສີ່​ຄົນ ​ໄດ້​ເສ​ຍຊີວິດ ​ເວລາ​ພວກ​ປະ​ທ້ວງຮຽກ ຮ້ອງ
ໃຫ້​ມີ​ການ​ຮັກສາ​ຄວາ​ມປອດ​ໄພ​ທີ່​ດີ​ຂຶ້ນ ​ໄດ້​ປະ​ທະ​ກັນ​ ກັບ​ຕຳຫລວດ​ປາບ​ຈະລາຈົນ
​ໃນ​ນະຄອນຫຼວງ Kabul ​ໃນ​ວັນ​ສຸກ​ວານ​ນີ້.

ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ຕຳຫລວດ​ໄດ້​ຍິງ​ລູກປືນ​ແທ້​ຂຶ້ນ​ເທິງ​ອາ​ກາດ ​ເພື່ອຂັບ​
ໄລ່​ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ​ທີ່​ພາກັນ​ແກ່ວ​ງກ້ອນ​ຫີນ.

ຄວາມໂກດ​ແຄ້ນ​ຂອງ​ສະ​ທາ​ລະນະ​ຊົນໄດ້​ເພີ່ມທະວີຂຶ້ນ ນັບ​ແຕ່​ໄດ້ມີ​ການ​ໂຈມຕີ​ຮ້າຍ

​ແຮງ​ດ້ວຍລະ​ເບີດ​ລົດ​ບັນທຸກໃນ​ວັນ​ພຸດ​ທີ່​ຜ່ານ​ມາຊຶ່ງ​ເປັນ​ມື້ເລີ້ມ​ຕົ້ນ​ເດືອນ Ramadan
ອັນ​ເປັນເດືອນສັກສິດຂອງ​ຊາວມຸສລິ​ມ. ນີ້​ແມ່ນນຶ່ງ​ໃນ​ການ​ໂຈມ​ຕີ ທີ່​ຮ້າຍ​ແຮງ​ສຸດ ນັບ
​ແຕ່​ປີ 2001 ​ເປັນຕົ້ນມາ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 90 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບອີກ
​ຫລາຍ​ກວ່າ 450 ຄົນ.

ພວກ​ປະ​ທ້ວງ​ຫລາຍ​ກວ່າ​ພັນ​ຄົນ ຊຶ່ງຫລາຍໆ​ຄົນ​ພາກັນ​ຖື​ຮູບ​ຂອງ​ຜູ້​ເຄາະ​ຮ້າຍ​ຈາກ
​ເຫດ​ລະ​ເບີດ​ແຕກ ​ໄດ້​ພາກັນ​ເຕົ້າ​ໂຮມ​ກັນ​ໃນ​ວັນ​ສຸກ​ວານ​ນີ້​ໃກ້​ກັບ​ບ່ອນ​ເກີດເຫດ ​
ແລະຫລັງ​ຈາກ​ນັ້ນກໍ​ເດີ​ນຂະ​ບວນ ​ໄປ​ສູ່​ທຳນຽບ​ປະທານາທິບໍດີ ຮຽກຮ້ອງ​ໃຫ້​ລັດຖະ
ບານ​ອັຟການິສຖານລາ​ອອກ. ພວກປະ​ທ້ວງ​ຈໍາ​ນວນ​ນຶ່ງ​ໄດ້ຈູດ​ຫຸ່ນປະ ທານາທິບໍດີ
Ashraf Ghani.

ຕຳຫລວດ​ປາບ​ປາມຈາລະ​ຈົນ​ໄດ້​ໃຊ້ລົດ​ສີດ​ນໍ້າ​ແລະ​ລະ​ເບີດນໍ້າຕາ​ເພື່ອ​ຂັດຂວາງ​
ພວກ​ປະ​ທ້ວງ​ ​ແລະ​ຍັງ​ໄດ້​ຍິງ​ລູກປືນ​ແທ້ ​ຫ້າມ​ຫົວ​ພວກ​ປະ​ທ້ວງ. ພະນັກງານ​ຢູ່​ໝໍ
​ກ່າວ​ວ່າ​ ຢ່າງ​ໜ້ອຍມີ​ສີ່​ຄົນ​ໄດ້​ເສຍຊີວິດ.

ອົງການນິລະໂທດສາກົນ ຊຶ່ງ​ເປັນ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ໄດ້​ປະນາມການກະ
ທຳ​ດັ່ງກ່າວ​ຂອງຕຳຫລວດວ່າ “ເປັນ​ການ​ຕອບ​ໂຕ້ເກີນ​ຂອບ​ເຂດ​ແລະ​ຮ້າຍ​ແຮງ
​ເກີນ​ໄປ” ​ແລະ​ໄດ້ຮຽກ​ຮ້ອງ​ໃຫ້​ທຳການ​ສືບສວນ.

ຜູ້ຕາງໜ້າ​ພິ​ເສດ​ສະຫະ​ປະຊາ​ຊາດ ​ໃນ​ອັຟກາ​ນິສຖານ ທ່ານ Tadamichi Ya-
mamoto ​ໄດ້​ຮ້ອງ​ຂໍໃຫ້​ໃຊ້​ຄວາມ​ຍັບ​ຢັ້ງ. ທ່ານ​ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ວ່າ “ຂ້າ
ພະ​ເຈົ້າຂໍ​ຮຽກຮ້ອງ​ຢ່າງ​ແຮງ​ ບໍ່​ໃຫ້​ກຸ່ມ​ໃດໆກໍ​ຕາມ ​ສວຍ​ໃຊ້​ໂອ​ກາດ​ແຫ່ງ ຄວາມ​
ໂສກ​ເສົ້າ ​ແລະ​ອ່ອນ​ໄຫວ​ເຫລົ່າ​ນີ້ ​ເຮັດ​ໃຫ້​ສະຖານະ​ການ ​ເກີດ​ຄວາມ​ບໍ່​ທຸ່ນທ່ຽງ ​
ແລ​ະມີ​ຄວາມ​ສ່ຽງຫຼາຍຂຶ້ນທີ່​ຈະ​ເຮັດ​ໃຫ້ພົນລະ​ເຮືອນ​ຕົກ​ຢູ່​ໃນ​ອັນຕະລາຍ.”

ຊາວອັຟການິສຖານ ພາກັນປະທ້ວງ ແກວ່ງກ້ອນຫີນໃສ່ ຕຳຫລວດຈະລາຈົນ ທີ່ນະຄອນ Kabul ປະເທດອັຟການິສຖານ.
ຊາວອັຟການິສຖານ ພາກັນປະທ້ວງ ແກວ່ງກ້ອນຫີນໃສ່ ຕຳຫລວດຈະລາຈົນ ທີ່ນະຄອນ Kabul ປະເທດອັຟການິສຖານ.

ຍັງບໍ່​ມີ​ໃຜອອກ​ມາອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ດ້ວຍລະ​ເບີດ​ລົດ​ບັນ
ທຸກໃນ​ວັນ​ພຸດ​ຜ່ານ​ມານີ້​ເທື່ອ ຊຶ່ງ​ອົງການ​ສືບ​ລັບ​ອັຟກາ​ນິສຖານ​ໄດ້ຖິ້ມ​ໂທດໃສ່ຕາ
ໜ່າງ Haqqani ຊຶ່ງ​ເປັນ​ພັນທະ​ມິດ​ກັບ​ພວກ​ຕາ​ລີ​ບານ​ວ່າ​ເປັນ​ຜູ້​ຮັບຜິດຊອບ. ສ່ວນ​
ໃຫຍ່​ຂອງ​ຜູ້​ເສຍ​ຊີວິດ​ ແມ່ນ​ພົນລະ​ເຮືອນ ​ແຕ່​ວ່າ​ຜູ້​ໄດ້​ຮັບ​ບາດ​ເຈັບ​ລົ້ມຕາຍ ແມ່ນມີ
ຮວມທັງພວກ​ຍາມຮັກສາຄວາມ​ປອດ​ໄພອັຟກາ​ນິສຖານ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Afghanistan Protests
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG