ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີງຕາມ ສປຊ ແລ້ວ ການເສຍຊີວິດ ຂອງພົນລະເຮືອນ ອັຟການິສຖານ ໄດ້ເພີ້ມຂຶ້ນ ເຖິງຂັ້ນສູງສຸດ ໃນປີ 2015

ສະມາຊິກຮັກສາຄວາມປອດໄພ ອັຟການິສຖານ ກວດສອບ ສະຖານທີ່ວາງລະເບີດລົດ ສະຫລະຊີບ ຢູ່ທີ່ເມືອງ Surkh Rud ໃນແຂວງ Nangarhar ທາງພາກຕາເວັນອອກ ຂອງນະຄອນຫຼວງກາບູລ ຂອງອັຟການິສຖານ Kabul, ວັນທີ 7 ທັນວາ 2015.
ສະມາຊິກຮັກສາຄວາມປອດໄພ ອັຟການິສຖານ ກວດສອບ ສະຖານທີ່ວາງລະເບີດລົດ ສະຫລະຊີບ ຢູ່ທີ່ເມືອງ Surkh Rud ໃນແຂວງ Nangarhar ທາງພາກຕາເວັນອອກ ຂອງນະຄອນຫຼວງກາບູລ ຂອງອັຟການິສຖານ Kabul, ວັນທີ 7 ທັນວາ 2015.

ອົງການສະຫະປະຊາຊາດ ຫຼື UN ໄດ້ກ່າວໃນວັນອາທິດມື້ນີ້
ວ່າ ຄວາມເປັນສັດຕູກັນຂອງຊາວອັຟການິສຖານ ໄດ້ເຮັດໃຫ້
ພົນລະເຮືອນຫຼາຍກວ່າ 3,500 ຄົນ ເສຍຊີວິດ ແລະ ອີກເກືອບ
7,500 ຄົນ ໄດ້ຮັບບາດເຈັບ ໃນປີ 2015 ຊຶ່ງໄດ້ເພີ້ມຂຶ້ນ 4
ເປີເຊັນ ຂອງພົນລະເຮືອນຜູ້ທີ່ໄດ້ຖືກຂ້າຕາຍ ໃນສະໜາມລົບ
ເມື່ອທຽບໃສ່ປີກ່ອນນັ້ນ.

ຄະນະທູດຊ່ວຍເຫຼືອຂອງອົງການສະຫະປະຊາຊາດ ໃນອັຟ
ການິສຖານ ຫຼື U.N. Assistance Mission in Afghanistan
(UNAMA) ກ່າວວ່າ ຈຳນວນຂອງພົນລະເຮືອນຜູ້ທີ່ໄດ້ຖືກຂ້າ
ຕາຍໃນສະໜາມລົບ ໃນລະຫວ່າງ ປີ 2015 ແມ່ນມີຕົວເລກ
ສູງທີ່ສຸດ ທີ່ໄດ້ຖືກບັນທຶກໄວ້ ນັບຕັ້ງແຕ່ ຕົນໄດ້ເລີ້ມຕົນ ການເກັບກຳຂໍ້ມູນ ເປັນລາຍ
ຫລັກອັກສອນ ຂອງການເສຍຊີວິດ ແລະການບາດເຈັບ ຂອງພົນລະເຮືອນ ຢ່າງເປັນ
ລະບົບ ໃນປີ 2009 ເປັນຕົ້ນມາ.

ໃນພາບທີ່ບໍ່ໄດ້ລະບຸວັນເວລາ ໄດ້ຖືກເຜີຍແຜ່ ໂດຍ ໝໍໄຫ້ພົມແດນ (MSF) ເມື່ອວັນທີ 3 ຕຸລາ 2015, ບັນດາພະນັກງານແພດ ຂອງ MSF ໃນອັຟການິສຖານ ພວມໃຫ້ການຮັກ ສາປິ່ນປົວພົນລະເຮືອນທີ່ໄດ້ຮັບບາດເຈັບ ຫຼັງຈາກ ການບຸກໂຈມຕີ ຕໍ່ຕ້ານພວກຫົວຮຸນແຮງ ຕາລີບານ ໂດຍກຳລັງ ອັຟການິສຖານ ແລະ ກຳລັງແນວໂຮມ ຢູ່ທີ່ ໂຮງໝໍຂອງ MSF ໃນເມືອງ Kunduz.

​UNAMA ກ່າວອີກວ່າ ການຕໍ່ສູ້ທາງພາກພື້ນດິນທີ່ເພີ້ມສູງຂຶ້ນ ຢູ່ໃນ ແລະ ອ້ອມແອ້ມ
ບໍລິເວນ ທີ່ມີປະຊາຊົນອາໄສຢູ່ນັ້ນ ພ້ອມດ້ວຍ ການວາງລະເບີດສະຫລະຊີບ ແລະ
ການໂຈມຕີອື່ນໆ ໃນເມືອງໃຫຍ່ຕ່າງໆ ໄດ້ກາຍເປັນສາເຫດຫຼັກ ທີ່ເຮັດໃຫ້ມີ ການ
ເສຍຊີວິດ ແລະການບາດເຈັບ ຂອງພົນລະເຮືອນ ຊຶ່ງພົວພັນກັບບັນຫາຂັດແຍ້ງກັນ
ໃນປີ 2015.

ເຖິງຢ່າງໃດກໍຕາມ ບົດລາຍງານ ໄດ້ບັນທຶກໄວ້ ການລົດລົງ 10 ເປີເຊັນ ຂອງການ
ເສຍຊີວິດແລະບາດເຈັບ ໃນສະໜາມລົບ ຂອງພົນລະເຮືອນ ຈາກການໂຈມຕີ ໂດຍ
ພວກຕາລີບານ.

Afghanistan Civilians Casualty
please wait

No media source currently available

0:00 0:00:40 0:00

XS
SM
MD
LG