ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ມີການຖິ້ມລະເບີດ ໜັກເປັນປະຫວັດການ ຢູ່ ອັຟການິສຖານ ໃນລະຍະ 3 ເດືອນທຳອິດ ຂອງປີ 2018


ເຮືອບິນກອງທັບອາກາດ F-15E Strike Eagle ຈາກຝູງບິນ 335th ໄດ້ຖີ້ມລະເບີດ 2,000 ປອນ ລົງໃສ່ສາງອາວຸດ ຢູ່ຖໍ້າ ທາງພາກຕາເວັນອອກ ຂອງ ອັຟການິສຖານ ວັນທີ 26 ພະຈິກ 2009.
ເຮືອບິນກອງທັບອາກາດ F-15E Strike Eagle ຈາກຝູງບິນ 335th ໄດ້ຖີ້ມລະເບີດ 2,000 ປອນ ລົງໃສ່ສາງອາວຸດ ຢູ່ຖໍ້າ ທາງພາກຕາເວັນອອກ ຂອງ ອັຟການິສຖານ ວັນທີ 26 ພະຈິກ 2009.

ກຳລັງປະສົມທີ່ນຳພາໂດຍສະຫະລັດໃນອັຟການິສຖານ ໄດ້ຖິ້ມລະເບີດໃນຊ່ວງ 3
ເດືອນທຳອິດຂອງປີ 2018​ ຫລາຍກວ່າຊ່ວງເວລາດຽວກັນ ຂອງໄລຍະ 15 ປີທີ່ຜ່ານ
ມາ ອີງຕາມຂໍ້ມູນຂອງທຳນຽບຫ້າແຈ.

ການຖິ້ມລະເບີດເພີ້ມຂຶ້ນດັ່ງກ່າວ ແມ່ນຫລັກຖານຫລ້າສຸດ ຂອງສົງຄາມເປັນເວລາ
17 ປີຢູ່ໃນອັຟການິສຖານ ທີ່ໄດ້ມີຄວາມຮ້ອນແຮງຂຶ້ນເປັນພິເສດ ນັບຕັ້ງແຕ່ປະທາ
ນາທິບໍດີດໍໂນລ ທຣຳ ໄດ້ປະກາດຍຸດທະສາດໃໝ່ທາງດ້ານທະຫານສຳລັບປະເທດ
ດັ່ງກ່າວໃນເດືອນສິງຫາປີກາຍ.

ພວກຜູ້ຊາຍອັຟການິສຖານ ກຳລັງຝັງສົບ ຜູ້ເຄາະຮ້າຍຄົນນຶ່ງ ຈາການວາງລະເບີດສະຫຼະຊີບ.
ພວກຜູ້ຊາຍອັຟການິສຖານ ກຳລັງຝັງສົບ ຜູ້ເຄາະຮ້າຍຄົນນຶ່ງ ຈາການວາງລະເບີດສະຫຼະຊີບ.

ກຳລັງປະສົມໄດ້ຖິ້ມລະເບີດ 1,186 ຖ້ຽວ ລົງໃສ່ອັຟການິສຖານ ໃນຊ່ວງ 3 ເດືອນ
ທຳອິດຂອງປີ 2018 ອີງຕາມໂຕເລກທີ່ເປີດເຜີຍໂດຍກອງບັນຊາການກຳລັງສະຫະ
ລັດໃນເຂດພາກຕາເວັນອອກກາງ. ໂຕເລກການຖິ້ມລະເບີດຫຼາຍເປັນປະຫວັດ
ການເທື່ອຫລ້າສຸດ ຄື 1,083 ຖ້ຽວ ແມ່ນມີຂຶ້ນໃນປີ 2011. ສະຫະລັດບໍ່ໄດ້ແຈ້ງໃຫ້
ຊາບ ກ່ຽວກັບຂໍ້ມູນການຖິ້ມລະເບີດໃນປີ 2001 ແລະ ປີ 2003.

ໂຕເລກດັ່ງກ່າວນີ້ ບໍ່ໄດ້ຮວມການຖິ້ມລະເບີດຂອງກອງທັບອາກາດອັຟການິສຖານ​
ຊຶ່ງໄດ້ເພີ້ມການໂຈມຕີທາງອາກາດ ນັບຕັ້ງແຕ່ເລີ້ມມີຄວາມສາມາດໃນການຖິ້ມລະ
ເບີດເມື່ອສອງປີກ່ອນ. ກອງທັບອາກາດອັຟການິສຖານ ໄດ້ຖິ້ມລະເບີດລະຫວ່າງ 4
ຫາ 12 ຖ້ຽວ ໃນແຕ່ລະມື້ ອີງຕາມກະຊວງປ້ອງກັນປະເທດອັຟການິສຖານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG