ເຈົ້າໜ້າທີ່ອັຟການີສຖານກ່າວວ່າ ລະເບີດແຄມທາງສອງບັ້ນນັ້ນ ໄດ້ສັງຫານພົນລະເຮືອນ 14 ຄົນ ໃນພາກໃຕ້ຂອງປະເທດ.
ເຈົ້າໜ້າທີ່ໃນແຂວງກັນດາຮາ ເວົ້າວ່າ ລົດຕູ້ຂະໜາດນ້ອຍຄັນນຶ່ງ ໄດ້ແລ່ນຢຽບລະເບີດ
ແຄມທາງລູກນຶ່ງໃນເຂດເມືອງອາກິສຖານ(Arghistan). ບໍ່ດົນຕໍ່ມາ ພວກພົນລະເຮືອນ
ຂີ່ລົດແທຣກເຕີມາຊ່ວຍພວກຄົນເຈັບ ໄດ້ແລ່ນຢຽບລະເບີດລູກທີ່ສອງ. ບໍ່ຮູ້ວ່າ ມີຈັກຄົນ
ແທ້ເສຍຊີວິດໃນເຫດລະເບີດແຕ່ລະຄັ້ງນັ້ນ.
ຕໍາຫຼວດຖິ້ມໂທດໃສ່ກຸ່ມຕາລິບານ ສໍາລັບເຫດການລະເບີດຄັ້ງນີ້.
ອົງການສະຫະປະຊາຊາດກ່າວວ່າ ພົນລະເຮືອນ 3,012 ຄົນຖືກສັງຫານ ຢູ່ໃນອັຟການີສ
ຖານເມື່ອປີຜ່ານມາ ສ່ວນໃຫຍ່ແມ່ນໂດຍພວກກໍ່ການຮ້າຍອີສລາມຫົວຮຸນແຮງ.