ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຫດການລະເບີດ ແລະສຽງປືນ ສັ່ນສະເທືອນ ເມືອງຫລວງກາບູລ


ເຫດການລະເບີດ ແລະສຽງປືນ ທີ່ເມືອງຫລວງກາບູນ ອັຟການີສຖານ
ເຫດການລະເບີດ ແລະສຽງປືນ ທີ່ເມືອງຫລວງກາບູນ ອັຟການີສຖານ

ຕໍາຫລວດ​ອັຟກາ​ນີສຖານ​ກ່າວ​ວ່າ ພວກ​ມື​ປືນ ​ໄດ້​ທໍາ​ການ​ໂຈມ​ຕີ​ຫລາຍ​ບັ້ນ​ຕິດ​ກັນ​ຢູ່​ໃນ
ເມືອງ​ຫລວງ ​ແລະຢ່າງ​ໜ້ອຍ​ທີ່​ຫົວ​ເມືອງ​ນຶ່ງ​ອີກ ​ໃນ​ອັຟການີສຖານ.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ເຫດ​ລະ​ເບີດແຕກ​ຂຶ້ນຫລາຍໆ​ບັ້ນແລະສຽງ​ປືນໄດ້​ສັ່ນສະ​ເທືອ​ນ
ເຂດການ​ທູດ​ທີ່​ມີ​ການຍາມຢ່າງໜາແໜ້ນ ​ແລະ​ຄຸ້ມ​ອ້ອມ​ແອ້ມສະພາ​ແຫ່ງ​ຊາດ​ທີ່​ເມືອ
ງ​ຫລວງ​ກາ​ບູລ ໃນວັນ​ອາທິດ​ມື້​ນີ້.

ກຸ່ມ​ຕາ​ລິ​ບານ ​ໄດ້​ອ້າງ​ເອົາຄວາມ​ຮັບຜິດຊອບ ​ສໍາລັບ​ການ​ໂຈມ​ຕີ​ທີ່​ມີການ​ປະ​ສານ​ງານ​
ກັນ​ຢ່າງດີນັ້ນ ​ແລະກ່າວ​ວ່າຄົນ​ວາງ​ລະ​ເບີດສະລະ​ຊີບ​ຂອງ​ພວກ​ຕົນ​ໄດ້ແນ​ເປົ້າໝາຍ ​ໃສ່​
ກອງ​ບັນຊາ​ການ​ຂອງ​ອົງການ​ເນ​ໂຕ້ ບ້ານ​ພັກພວກ​ນັກ​ການ​ທູດ ​ແລະ ​ສະພາ​ແຫ່ງ​ຊາດ.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ສາມາ​ດ​ເຫັນ​ຄວັນ​ກຸ້ມຂຶ້ນ​ມາ​ຈາກ​ຕຶກ​ຕ່າງໆ ​ແລະ ​ໄດ້​ຍິນ
ສຽງ​ຫວໍ​ສຸກ​ເສີນ ຢູ່​ທົ່ວ​ເຂດ​ເກີດ​ເຫດ.

ກຸ່ມ​ຕາ​ລິ​ບານ​ກ່າວ​ວ່າ ຕົນ​ຍັງ​ໄດ້ທໍາ​ການໂຈມ​ຕີ​ທີ່ເມືອງ Jalalabad ທາງ​ພາກ​ຕາ​ເວັນ
ອອກ​ຂອງ​ປະ​ເທດ​ນັ້ນ​ນໍາ.

ເວລາ​ນີ້​ ຍັງ​ບໍ່​ມີ​ລາຍ​ງານ​ໂດຍ​ທັນທີ ກ່ຽວ​ກັບ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ ໃນການ​ໂຈມ​ຕີ​ແຕ່​ລະ
ຄັ້ງ​ນັ້ນ​ເທື່ອ.

XS
SM
MD
LG