ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

10 ຄົນ​ເສຍ​ຊີ​ວິດ ຈາກການ​ໂຈມ​ຕີ​ຂອງ ກຸ່ມ​ຕາ​ລີ​ບານ ຢູ່​ນະ​ຄອນ​ກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ


​ທູ​ດພິ​ເສດ​ສະ​ຫະ​ລັດສຳ​ລັບ​ອັ​ຟ​ກາ​ນິ​ສ​ຖານ, ທ່ານ ຊາ​ລ​ເມ ຄາ​ລີ​ລ​ຊາດ ພົບ​ກັບທ່ານ Abdullah Abdullah ຫົວ​ໜ້າ​ບໍ​ລິ​ຫານ ອັ​ຟ​ກາ​ນິ​ສ​ຖານ ທີ່​ນະ​ຄອນ​ກາ​ບູ​ລໃນ​ວັນ​ທີ 2 ກັນ​ຍາ 2019
​ທູ​ດພິ​ເສດ​ສະ​ຫະ​ລັດສຳ​ລັບ​ອັ​ຟ​ກາ​ນິ​ສ​ຖານ, ທ່ານ ຊາ​ລ​ເມ ຄາ​ລີ​ລ​ຊາດ ພົບ​ກັບທ່ານ Abdullah Abdullah ຫົວ​ໜ້າ​ບໍ​ລິ​ຫານ ອັ​ຟ​ກາ​ນິ​ສ​ຖານ ທີ່​ນະ​ຄອນ​ກາ​ບູ​ລໃນ​ວັນ​ທີ 2 ກັນ​ຍາ 2019

ກຸ່ມ​ຕາ​ລີ​ບານໄດ້ທຳ​ການ​ວາງ​ລະ​ເບີດ​ສະ​ລະ​ຊີບ​ໃສ່​ລົດ ໃນ​ວັນ​ພະ​ຫັດ​ມື້ນີ້ ໃນ​ນະ​ຄອນ​ຫລວງ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ເຮັ​ດ​ໃຫ້ຢ່າງ​ໜ້ອຍ 10 ຄົນ​ເສຍ​ຊີ​ວິດ.

ທ່ານນາ​ສ​ຣາດ ຣາ​ຮີ​ມີ (Nasrat Rahimi) ໂຄ​ສົກປະ​ຈຳກະ​ຊວງ​ພາຍ​ໃນຂອງ​ອັ​ຟ​ກາ​ນິ​ສ​ຖານ​ເວົ້າ​ວ່າ ຈຳ​ນວນ​ຄົນ​ຕາຍດັ່ງ​ກ່າວນັ້ນແມ່ນ​ພົນ​ລະ​ເຮືອນ ແລະ​ວ່າ ການ​ໂຈມ​ຕີ​ນະ​ຄອນ​ຫລວງ​ກາ​ບູ​ລຄັ້ງ​ນີ້ ໄດ້​ເຮັດ​ໃຫ້​ອີກ 42 ຄົນ​ໄດ້​ຮັບບາດ​ເຈັບ.

​ເຫດ​ລະ​ເບີດ ໄດ້​ເກີດ​ຂຶ້ນ​ຢູ່ໃນ​ເຂດຄຸ້ມ​ທີ່​ມີ​ພວກ​ນັກ​ການ​ທູດອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນໂດຍ​ມີ​ສະ​ຖານ​ເອກ​ອັກ​ຄະ​ລັດ​ທູດ​ສະ​ຫະ​ລັດ ພ້ອມ​ທັງ​ສະ​ຖານ​ທີ່​ສຳ​ຄັນ​ຂອງ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ​ຕັ້ງ​ຢູ່.

ພວກ​ທະ​ຫານ​ຈາກກອງ​ທັບ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ກວດ​ກາ​ສະ​ພາບ​ການ​ຫລັງ​ຈາກ​ມີ​ການ​ໂຈມ​ຕີ ຂອງ​ກຸ່​ມ​ຕາ​ລີ​ບານ​ໃນ ນະ​ຄອນ ກາບ​ູ​ລ
ພວກ​ທະ​ຫານ​ຈາກກອງ​ທັບ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ກວດ​ກາ​ສະ​ພາບ​ການ​ຫລັງ​ຈາກ​ມີ​ການ​ໂຈມ​ຕີ ຂອງ​ກຸ່​ມ​ຕາ​ລີ​ບານ​ໃນ ນະ​ຄອນ ກາບ​ູ​ລ

ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ ການ​ວາງ​ລະ​ເບີດ​ດັ່ງ​ກ່າວ​ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ຄົນ​ຕ່າງ​ປະ​ເທດ.

ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ​ດັ່ງ​ກ່າວ​ນີ້​ຍັງ​ຢູ່​ເບື້ອງ​ຫລັງ​ຂອງ​ການ​ໂຈມ​ຕີບັ້ນ​ນຶ່ງ​ອີກ ທີ່​ມີ​ຂຶ້ນ​ໃນ​ອາ​ທິດນີ້ຕໍ່​ເຂດຄຸ້ມທີ່​ຄົນ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່ ຊຶ່ງ​ເຮັດ​ໃຫ້​ຢ່າງ​ໜ້ອຍ 16 ຄົນ​ເສຍ​ຊີ​ວິດ ແລະຄົນ​ໄດ້​ຮັບ​ບາດ​ເຈັບ​ຫລາຍກວ່າ 100 ຄົນ.

​ທູ​ດພິ​ເສດ​ສະ​ຫະ​ລັດສຳ​ລັບ​ອັ​ຟ​ກາ​ນິ​ສ​ຖານ, ທ່ານ ຊາ​ລ​ເມ ຄາ​ລີ​ລ​ຊາດ (Zalmay Khalilzad) ໄດ້ໄຟ​ປ​ຢ້ຽມ​ຢາມ​ນະ​ຄອນ​ກາ​ບູ​ລ​ໃນ​ອາ​ທິດນີ້ ເພື່ອ​ພົບ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ອະ​ທິ​ບາຍ​ວ່າ “ຂໍ້​ຕົກ​ລົງທາງດ້ານ​ຫລັກ​ການ” ທີ່​ສະ​ຫະ​ລັດ​ໄດ້​ເຊັນ​ກັນ​ກັບ​ກຸ່ມ​ຕາ​ລີ​ບານສຳ​ລັບ​ການ​ຖອນກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ອອກ​ຈາກ​ຄ້າຍ​ທະ​ຫານ 5 ແຫ່ງ.

ແຜນ​ການ​ດັ່ງ​ກ່າວ​ແມ່ນ​ມີ​ການ​ຖອນ​ທະ​ຫານຂອງ​ສະ​ຫ​ະ​ລັດ 5,000 ຄົນ​ໃນ​ຈຳ​ນວນ 14,000 ຄົນ ​ທີ່​ຖືກ​ສົ່ງ​ໄປ​ປະ​ຈຳ​ການ​ຢູ່​ໃນອັ​ຟ​ການິ​ສ​ຖານ​ໃນ​ປັດ​ຈຸ​ບັນ .

​ໃນ​ທາງ​ຕອບ​ກັບ ກຸ່ມ​ຕາ​ລີບານ ຈະ​ປະ​ລະ​ສາຍ​ພົວ​ພIນ​ກັບ​ເຄືອ​ຂ່າຍ​ອາ​ລ ຄາຍ​ດາ ແລະ​ຮັບ​ປະ​ກັນ​ວ່າອັ​ຟ​ການິ​ສ​ຖານຈະ​ບໍ່​ຖືກ​ໃຊ້​ໃຫ້​ເປັນ ບ່ອນ​ວາງ​ແຜນ​ໂຈມ​ຕີ​ຂອງ​ພວກກໍ່​ການ​ຮ້າຍ​ເພື່ອ​ຕ້ານ​ກັບ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG