ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢ່າງໜ້ອຍ 4 ຄົນ ​ເສຍຊິວິດ ຍ້ອນການໂຈມຕີ ໂດຍ ລະເບີດສະຫຼະຊີບ ຢູ່​ ອັຟກາ​ນິສຖານ


ເຮືອບິນເຮລິບຄອບເຕີທະຫານຂອງສະຫະລັດບິນເວີ່ນເພື່ອກວດເບິ່ງ ບ່ອນທີ່ມີການໂຈມຕີລະ​ເບີດ​ສະຫລະ​ຊີບຕໍ່ຂະບວນລົດຂອງເນໂຕຢູ່ແຂວງ Kandahar,ທາງ​ພາກ​ໃຕ້ຂອງ​ອັຟກາ​ນິສຖານໃນວັນທີ 2 ສິງຫາ, 2017 ທີ່ເຮັດໃຫ້ຢ່າງໜ້ອຍ 4 ຄົນເສຍຊີວິດນັ້ນ.
ເຮືອບິນເຮລິບຄອບເຕີທະຫານຂອງສະຫະລັດບິນເວີ່ນເພື່ອກວດເບິ່ງ ບ່ອນທີ່ມີການໂຈມຕີລະ​ເບີດ​ສະຫລະ​ຊີບຕໍ່ຂະບວນລົດຂອງເນໂຕຢູ່ແຂວງ Kandahar,ທາງ​ພາກ​ໃຕ້ຂອງ​ອັຟກາ​ນິສຖານໃນວັນທີ 2 ສິງຫາ, 2017 ທີ່ເຮັດໃຫ້ຢ່າງໜ້ອຍ 4 ຄົນເສຍຊີວິດນັ້ນ.

ມືລະ​ເບີດ​ສະຫລະ​ຊີບ​ຄົນ​ນຶ່ງ ຢູ່​ອັຟກາ​ນິສຖານ ​ໄດ້​ສັງຫານຢ່າງໜ້ອຍ 4 ຄົນ ​ໃນ
​ການ​ໂຈມ​ຕີຕໍ່ຂະ​ບວນລົດ​ບັນທຸກທະຫານຕ່າງປະ​ເທດ ຢູ່ໃນ​ໄລຍະ​ທາງ​ ລະ​ຫວ່າງ
​ນະຄອນ​ກາ​ບູລ ​ແລະ​ຄ້າຍ​ທະຫານ​ທີ່​ໃຫຍ່​ທີ່​ສຸດຂອງ​ສະຫະລັດ ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ
​ໃນ​ວັນ​ພະຫັດ​ວານ​ນີ້.

ລາຍ​ງານ​ເບື້ອງຕົ້ນ​ເວົ້າວ່າ ພົນລະ​ເຮືອນອັຟກາ​ນິສຖານ 3 ຄົນ ​ໄດ້​ເສຍ​ຊີວິດ ​ຢູ່​ໃນ​
ການບຸກ​ໂຈມ​ຕີ​ດັ່ງກ່າວ ​ແລະ​ເຈົ້າໜ້າທີ່​ສະຫະລັດ ​ໄດ້​ປະກາດ​ໃນ​ເວລາ​ຕໍ່ມາ​ວ່າ ​ໃນ​
ຈໍານວນຜູ້​ເສຍ​ຊີວິດ​ນັ້ນ ​ແມ່ນ​ທະຫານນຶ່ງ​ຄົນ ​ຈາກ​ກອງກໍາລັງ​ທະຫານປະສົມເພື່ອ​
ໃຫ້ການ​ຊ່ວຍ​ເຫລືອຂອງ​ອົງການ​ເນ​ໂຕ້. ມີ​ຫລາຍ​ກວ່າ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ ຮວມ​
ທັງ​ພົນລະ​ເຮືອນ ​ແລະ​ທະຫານ

ກຸ່ມຕາ​ລີ​ບານ​ໄດ້​ກ່າວ​ຕໍ່ພວກ​ນັກ​ຂ່າວ​ວ່າ ມືລະ​ເບີດ​ດັ່ງກ່າວ​ ແມ່ນນຶ່ງ​ໃນ​ສະມາຊິກ
​ຂອງ​ພວກ​ເຮົາ. ການ​ໂຈມ​ຕີ​ໃນ​ວັນພະຫັດ​ວານ​ນີ້ ​ແມ່ນ​ມີ​ຂຶ້ນພາຍຫລັງ​ການ​ໂຈມ​ຕີ​
ທີ່ແຂວງ Kandahar ​ທາງ​ພາກ​ໃຕ້ຂອງ​ອັຟກາ​ນິສຖານ ທີ່​ໄດ້​ສັງຫານ​ຊີວິດທະຫານ​
ອາ​ເມຣິກັນຢ່າງໜ້ອຍ 2 ຄົນ​. ພວກ​ກະບົດ​ກ່າວອ້າງ​ວ່າ ​ຈໍານວນ​ຜູ້​ໄດ້​ຮັບ​ບາດ​ເຈັບ​
ແລະ​ເສຍ​ຊີວິດແມ່ນ​ສູງ​ກວ່າ​ນັ້ນຫລາຍ.

ຂະ​ບວນລົດ​ທະຫານ​ທີ່​ຖືກ​ໂຈມ​ຕີ​ໃນ​ວັນ​ພະຫັດ​ວານ​ນີ້ ​ແມ່ນ​ລວມມີ​ທັງ​ທະຫານຂອງ
ອັຟກາ​ນິສຖານ ​ແລະ​ອົງການ​ເນ​ໂຕ້ ຊຶ່ງກໍາລັງ​ເດີນທາງ​ຜ່ານ​ຄຸ້ມ Qarabagh ຂອງ​
ນະຄອນ​ກາ​ບູນ ໃກ້​ກັບ​ສະໜາມ​ບິນ Bagram ຊຶ່ງ​ເປັນ​ຄ້າຍ​ທະຫານ​ຂອງສະຫະລັດ​
ໃຫຍ່​ທີ່​ສຸດ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ.

ຖະ​ແຫລ​ງການ​ຂອງ​ກອງທັບ​ຊີ້​ໃຫ້​ເຫັນ​ວ່າ ຜູ້​ໂຈມ​ຕີ​ໄດ້​ບີບຄະ​ນວນລະ​ເບີດ ຢູ່​ໃນ​ເສື້ອ
ສະຫ​ລະ​ຊີບ​ທີ່​ຜູ້ກ່ຽວ​ໃສ່. ​

ທະຫານ​ເນ​ໂຕ້ 5 ຄົນ​ແລະ​ນາຍ​ພາສາອັຟກາ​ນິສຖານຜູ້​ນຶ່ງ ​ໄດ້​ຮັບບາດ​ເຈັບ​ຍ້ອນ​ຖືກ​
ລະ​ເບີດ​ດັ່ງກ່າວ ​ແລະ​ໄດ້​ຖືກ​ນໍ​າສົ່ງ​ໄປ​ໂຮງໝໍຢູ່ຖານ​ທັບ Bagram ຊຶ່ງ​ຢູ່​ໄກ​ຈາກນະ
ຄອນຫລວງ​ ຂອງອັຟກາ​ນິສຖານ ປະມານ 50 ​ກິ​ໂລ​ແມັດ.

ຄົນ​ອື່ນໆ​ທີ່​ໄດ້​ຮັບ​ບາດ​ເຈັບ​ ແມ່ນ​ຖື​ກສົ່ງ​ໄປ​ໂຮງໝໍ​ແຫ່ງ​ນຶ່ງ ທີ່​ດໍາ​ເນີນງານ​ໂດຍ​ອີ​ຕາ​ລີ
ທີ່​ມີ​ຄວາມ​ຊ່ຽວຊານ​ໃນ​ດ້ານ​ການ​ປິ່ນປົວ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ການຖືກ​ລະ​ເບີດ.
ລາຍ​ງານຈາກ​ໂຮງໝໍ ທີ່ນຳ​ອອກ​ເຜີຍ​ແຜ່​ ​ໃນ​ເວລາ​ບໍ່ດົນ​ພາຍຫລັງ​ມີ​ການ​ໂຈມ​ຕີ​ດັ່ງ
ກ່າວເວົ້າວ່າ "ເທົ່າ​ທີ່​ຜ່ານມາ" ມີ​ຄົນ​ເຈັບ​ໄປ​ຮັບ​ການ​ປິ່ນປົວ​ຢູ່​ທີ່​ນັ້ນ 12 ຄົນ.

ບໍ່​ຮູ້​ຊື່ຂອງ​ຄົນ ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ ຈາກ​ການ​ໂຈມ​ຕີ​ ໃນ​ວັນ​ພະຫັດ​ວານນີ້​ເທື່ອ.

​ການ​ໂຈມ​ຕີ​ໃນ​ວັນ​ພຸດ​ຜ່ານ​ມາ ​ໄດ້​ສັງຫານ​ຊີວິດ​ຂອງ​ທະຫານ​ອາ​ເມຣິກັນ​ສອງ​ຄົນ
​ແລະເຮັດ​ໃຫ້​ອີກ​ສີ່​ຄົນ ໄດ້​ຮັບ​ບາດ​ເຈັບຢູ່​ໃກ້ກັບ​ເດີ່ນ​ບິນ Kandahar ​ໃນ​ພາກ​ໃຕ້​
ຂອງອັຟກາ​ນິສຖານ ຊຶ່ງ​ເປັນ​ບ່ອນ​ຕັ້ງຖານ​ທັບ​ນາໆ​ຊາດ ທີ່ໃຫຍ່​ແຫ່ງ​ນຶ່ງ ທີ່​ຊ່ວຍກໍາ
ລັງປ້ອງ​ກັນ​ຄວາມ​ສະຫງົບອັຟກາ​ນິສຖານ ​ເພື່ອຕໍ່​ສູ້​ກັບ​ກຸ່ມຕາ​ລີ​ບານ ທີ່ຕໍ່ຕ້ານ​ລັດ
ຖະບານ​ນັ້ນ.

ຖານ​ທັບ​ຂອງ​ກຳລັງ​ປະສົມ​ຂອງ​ເນ​ໂຕ້ ​ແມ່ນມີ​ທະຫານຫລາຍ​ເຖິງ 13,000 ຄົນ ​ຈາກ 39 ປະ​ເທດ ​ທີ່​ໄປ​ຝຶກ​ອົບຮົມ, ​ໃຫ້​ຄໍາ​ປຶກສາ ​ແລະໃຫ້ການຊ່ວຍ ແກ່​ກໍາ​ລັງ​ທະຫານ​ຂອງອັຟກາ​ນິສຖານ.

​ພວກເຈົ້າ​ໜ້າທີ່​ສະຫະລັດບໍ່ໄດ້​ບອກ​ຊື່​ຂອງຄົນ​ອາ​ເມຣິກັນ ທີ່​ເສຍ​ຊີວິດ​ຢູ່​ໃນ​ແຂວງ Kandahar ນັ້ນ​ເທື່ອ ​ແຕ່​ພໍ່ຂອງ​ທະຫານ​ຄົນ​ນຶ່ງ​ຈາກ​ລັດ Indiana ທີ່​ກໍາລັງ​ໄວ້ອາ​ໄລ ​ເຖິງ​ລູກ​ລາວ​ບອກ​ວ່າ ລູກ​ຊາຍ​ອາຍຸ 23 ປີ ທີ່​ເປັນທະຫານ​ຊັ້ນນາຍ​ຈ່າແມ່ນ​ນຶ່ງ​ໃນ​ຈໍານວນ​ຜູ້ເສຍ​ຊີວິດ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG