ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ເນໂຕ້ 3 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ ອັຟການິສຖານ (ວີ​ດີ​ໂອ)


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ
ກຳລັງປະສົມພາຍໃຕ້ການນຳພາຂອງສະຫະລັດ ໃນອັຟການິສ
ຖານກ່າວວ່າການໂຈມຕີສະຫຼະຊີບດ້ວຍລະເບີດລົດໄດ້ສັງຫານ
ກຳລັງຂອງຕົນ 3 ຄົນ ໃນເຫດລະເບີດທີ່ນະຄອນຫຼວງ.

ກອງກຳລັງໃຫ້ຄວາມຊ່ອຍເຫຼືອ ດ້ານຄວາມໝັ້ນຄົງ ຂອງນາໆ
ຊາດ ບໍ່ໄດ້ແຈ້ງໃຫ້ຊາບເຖິງສັນຊາດຂອງພວກທະຫານທີ່ເສຍ
ຊີວິດ ໃນການໂຈມຕີດ້ວຍລະເບີດລົດໃສ່ຂະບວນລົດທະຫານ
ຕ່າງປະເທດ ທີ່ນະຄອນຫຼວງກາບູລ.

ຕຳຫຼວດທ້ອງຖິ່ນກ່າວຕໍ່ອົງການຂ່າວເອພີວ່າ ມີພົນລະເຮືອນ 6
ຄົນໄດ້ຮັບບາດເຈັບຍ້ອນເຫດລະເບີດດັ່ງກ່າວ.

ກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້ຊຶ່ງມີຂຶ້ນໃນຂະນະທີ່ປະ ທານາທິບໍດີ ຮາມິດ ກາໄຊ ພວມພິຈາລະນາເບິ່ງຂໍ້ຕົກລົງ ທີ່ໄດ້ມີການສະເໜີ ໄປແລ້ວນັ້ນ ຊຶ່ງຈະອະນຸຍາດໃຫ້ກຳລັງສະຫະລັດ ຢູ່ໃນອັຟການິສຖານໄດ້ ຫຼັງຈາກປີ 2014.

ປະທານາທິບໍດີກາໄຊກ່າວວ່າ ທ່ານຈະບໍ່ລົງນາມໃນຂໍ້ຕົກລົງສະບັບນີ້ ຈົນເທົ່າຫລັງຈາກ ການເລືອກຕັ້ງຊຶ່ງກຳນົດຈະມີຂຶ້ນໃນເດືອນເມສາປີໜ້າແລະນອກຈາກວ່າ ສະຫະລັດຕົກ ລົງຮັບເອົາຄຳຮຽກຮ້ອງຕ່າງໆຈຳນວນນຶ່ງ.

ຊາວອັຟການິສຖານຫຼາຍໆຄົນທີ່ມີຄວາມກັງວົນໃຈ ກ່ຽວກັບເລື່ອງຄວາມໝັ້ນຄົງຫຼັງຈາກ
ປີ 2014 ຮຽກຮ້ອງໃຫ້ທ່ານກາໄຊ ລົງນາມໃນຂໍ້ຕົກລົງດັ່ງກ່າວນີ້.

Afghanistan
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG