ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ອັຟການິສຖານ


ທະຫານສະຫະລັດຄົນນຶ່ງ ຢືນຍາມຢູ່ບ່ອນທີ່ມີການໂຈມຕີສະຫຼະຊີບ ໃນແຂວງ Wardak ທາງພາກຕາເວັນອອກຂອງອັຟການິສຖານ (23 ພະຈິກ 2012)
ທະຫານສະຫະລັດຄົນນຶ່ງ ຢືນຍາມຢູ່ບ່ອນທີ່ມີການໂຈມຕີສະຫຼະຊີບ ໃນແຂວງ Wardak ທາງພາກຕາເວັນອອກຂອງອັຟການິສຖານ (23 ພະຈິກ 2012)
ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ການໂຈມຕີດ້ວຍລົດລະເບີດ
ສະຫຼະຊີບ ໃສ່ໂຮງການລັດຖະບານ ໃນພາກຕາເວັນອອກຂອງ
ອັຟການິສຖານເຮັດໃຫ້ 2 ຄົນເສຍຊີວິດແລະຢ່າງນ້ອຍ 70 ຄົນ
ໄດ້ຮັບບາດເຈັບ. ມີທະຫານຂອງອົງການເນໂຕ້ຫຼາຍຄົນໄດ້ຮັບ ບາດເຈັບເລັກນ້ອຍຍ້ອນເຫດລະເບີດດັ່ງກ່າວ.

ເຈົ້າໜ້າທີ່ເວົ້າວ່າ ເຫດລະເບີດ ໃນຕອນເຊົ້າຂອງວັນສຸກມື້ນີ້
ເກີດຂຶ້ນທີ່ເມືອງ Maidan Shar ເມືອງເອກຂອງແຂວງ War-
dak ຊຶ່ງເປັນແຂວງທີ່ມີຄວາມວຸ້ນວາຍນັ້ນ.

ພວກຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນເຫດລະເບີດ
ຄັ້ງນີ້ໂດຍເວົ້າວ່າ ການໂຈມຕີດັ່ງກ່າວແມ່ນເພື່ອເປັນການຕອບ
ໂຕ້ຕໍ່ການປະຫານຊີວິດ ໃນອາທິດນີ້ພວກນັກໂທດຕາລີບານ 4 ຄົນທີ່ຄຸກ Pul-e-Charkhi ຊຶ່ງຕັ້ງຢູ່ໃນເຂດຊານເມືອງຂອງກຸງກາບູລ.

ສະມາຊິກທັງ 4 ຂອງກຸ່ມຕາລີບານແມ່ນຮວມຢູ່ໃນຈຳນວນພວກນັກໂທດທັງໝົດ 14 ຄົນ ທີ່ຖືກປະຫານຊີວິດໃນມື້ວັນອັງຄານແລະວັນພຸດຜ່ານມາ. ພວກທີ່ຖືກປະຫານຊີວິດເຫຼົ່ານີ້ ແມ່ນພວກທີ່ໄດ້ກໍ່ອາຊະຍາກຳຕ່າງໆຮວມທັງການຄາດຄະກຳແລະການຂົ່ມຂືນເປັນຕົ້ນ.

ການປະຫານຊີວິດພວກນັກໂທດຈຳນວນຫຼວງຫຼາຍໃນຄັ້ງນີ້ ໄດ້ຖືກປະນາມໂດຍອົງການ ສະຫະປະຊາຊາດ ສະຫະພາບຢູໂຣບ ແລະບັນດາກຸ່ມປົກປ້ອງສິດທິມະນຸດອື່ນໆ.
XS
SM
MD
LG