ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ປະນາມ ການໂຈມຕີ ສະຫຼະຊີບ ຢູ່ອັຟການິສຖານ


ຕຳຫຼວດອັຟການິສຖານ ພວມທຳການສືບສວນແລະເກັບກຳຫຼັກຖານ ຢູ່ບ່ອນທີ່ ມີການໂຈມຕີສະຫຼະຊີບ ໃນນະຄອນຫຼວງກາບູລ (8 ກັນຍາ 2012)
ຕຳຫຼວດອັຟການິສຖານ ພວມທຳການສືບສວນແລະເກັບກຳຫຼັກຖານ ຢູ່ບ່ອນທີ່ ມີການໂຈມຕີສະຫຼະຊີບ ໃນນະຄອນຫຼວງກາບູລ (8 ກັນຍາ 2012)
ກອງກຳລັງນາໆຊາດທີ່ຊ່ອຍໃນການຮັກສາຄວາມປອດໄພຢູ່ອັຟ
ການິສຖານຂອງເນໂຕ້ ໄດ້ປະນາມການໂຈມຕີ ດ້ວຍລະເບີດສະ
ລະຊີບທີ່ນະຄອນຫຼວງກາບູລທີ່ໄດ້ສັງຫານຢ່າງນ້ອຍ 6 ຄົນ ໂດຍ
ເວົ້າວ່າ ການກະທຳດັ່ງກ່າວແມ່ນສວຍໃຊ້ພວກທີ່ຕົກຢູ່ໃນຄວາມ ຫຼໍ່ແຫຼມແລະບີບບັງຄັບໃຫ້ພວກເຂົາກໍ່ການທີ່ໜ້າຢ້ານກົວ.

ກອງກຳລັງເນໂຕ້ກ່າວໃນວັນເສົາມື້ນີ້ ຜ່ານທາງຖະແຫຼງຂ່າວສະ
ບັບນຶ່ງວ່າ ຜູ້ໂຈມຕີສະຫຼະຊີບໃກ້ໆກອງບັນຊາການຂອງເນໂຕ້
ແມ່ນສົງໄສວ່າ ຍັງຢູ່ໃນໄວທີ່ໜຸ່ມນ້ອຍ. ຖະແຫຼງຂ່າວເວົ້າວ່າ ມີ
ພວກເດັກນ້ອຍ ຮວມຢູ່ໃນພວກເສຍຊີວິດ.

ກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງ
ນີ້ ແຕ່ກໍກ່າວວ່າ ຜູ້ໂຈມຕີສະຫຼະຊີບ ເປັນຜູ້ຊາຍ ໄນໄວ 20 ປີ.
ໂຄສົກເວົ້າວ່າ ເປົ້າໝາຍຂອງການໂຈມຕີ ແມ່ນອົງການສືບລັບຊີໄອເອ ຂອງສະຫະລັດ.
ເຈົ້າໜ້າທີ່ກ່າວວ່າ ສະຖານທູດຂອງປະເທດຕາເວັນຕົກຫຼາຍໆປະເທດແມ່ນຕັ້ງ ຢູ່ໃກ້ໆ ກັບບ່ອນເກີດເຫດລະເບີດ.

ສະຖານທູດສະຫະລັດໃນນະຄອນຫຼວງກາບູລກໍປະນາມການໂຈມຕີໃນວັນເສົາມື້ນີ້. ສະ ຖານທູດສະຫະລັດເວົ້າວ່າ ຖ້າລາຍງານທີ່ວ່າຜູ້ໂຈມຕີສະຫຼະຊີບເປັນໜຸ່ມນ້ອຍແທ້ພວກ ກະບົດໄດ້ເປີດເຜີຍໃຫ້ເຫັນວ່າ ຕົນເຕັມໃຈທີ່ຈະສວຍໃຊ້ພວກທີ່ມີຈິດໃຈອ່ອນໄຫວແລະ ມີຄວາມຫຼໍ່ແຫຼມ ເປັນຜູ້ທຳການໂຈມຕີຂອງພວກເຂົາ.
XS
SM
MD
LG