ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດລະເບີດ ຢູ່ອັຟການິສຖານ ເຮັດໃຫ້ 1 ຄົນ ເສຍຊີວິດ ແລະ 14 ຄົນ ໄດ້ຮັບບາດເຈັບ


ຜູ້ຄົນອາໄສຢູ່ໃນນະຄອນກາບູລ ພາກັນຍ່າງຜ່ານ ສະຖານທີ່ເກີດເຫດ ການບຸກໂຈມຕີ ດ້ວຍລະເບີດ ໃນວັນທີ 2 ມີນາ 2018 ຢູ່​ໃກ້ກັບ​ຂະ​ບວນລົດ ​ຂອງ​ອົງການ​ເນ​ໂຕ້​ ໃນນະຄອນຫລວງກາບູລ ຊຶ່ງ​ໄດ້​ເຮັດ​ໃຫ້​
ເດັກ​ຍິງ​ອາຍຸ 6 ປີ​ເສຍ​ຊີວິດ ​ແລະ​ 14 ຄົນ​ໄດ້​ຮັບ​ບາດ​​ເຈັບ
ຜູ້ຄົນອາໄສຢູ່ໃນນະຄອນກາບູລ ພາກັນຍ່າງຜ່ານ ສະຖານທີ່ເກີດເຫດ ການບຸກໂຈມຕີ ດ້ວຍລະເບີດ ໃນວັນທີ 2 ມີນາ 2018 ຢູ່​ໃກ້ກັບ​ຂະ​ບວນລົດ ​ຂອງ​ອົງການ​ເນ​ໂຕ້​ ໃນນະຄອນຫລວງກາບູລ ຊຶ່ງ​ໄດ້​ເຮັດ​ໃຫ້​ ເດັກ​ຍິງ​ອາຍຸ 6 ປີ​ເສຍ​ຊີວິດ ​ແລະ​ 14 ຄົນ​ໄດ້​ຮັບ​ບາດ​​ເຈັບ

ເຈົ້າໜ້າທີ່​ອັຟກາ​ນິສຖານ ​ເວົ້າວ່າ ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ ໄດ້​ບີບ​ຄະ​ນວນ
ລະເບີດ ທີ່ຫ້າງໃສ່ລົດບັນທຸກ​ວັດຖຸ​ລະ​ເບີດຄັນນຶ່ງ​ ໃນ​ວັນ​ສຸກ​ມື້ນີ້ ຢູ່​ໃກ້ກັບ
​ຂະ​ບວນລົດ​ຂອງ​ອົງການ​ເນ​ໂຕ້​ໃນ​ນະຄອນຫລວງກາ​ບູລ ຊຶ່ງ​ໄດ້​ເຮັດ​ໃຫ້​
ເດັກ​ຍິງ​ອາຍຸ 6 ປີ​ເສຍ​ຊີວິດ ​ແລະ​ 14 ຄົນ​ໄດ້​ຮັບ​ບາດເຈັບ​ອີກ.

ທ່ານ​ເບ​ເຊີ ມູຈາ​ຮິດ (Baser Mujahid) ​ໂຄສົກ​ຂອງ​ຕໍາຫລວດ​ໄດ້​ກ່າວ​ຕໍ່
ວີ​ໂອ​ເອ (VOA) ວ່າ ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນຢູ່​ໃກ້​ກັບ​ຄ້າຍ​ທະຫານ​ຕ່າງປະ​
ເທດ ຕັ້ງຢູ່​ແຄມ​ຖະໜົນ​ສາຍ​ໃຫຍ່​ທີ່​ເຊື່ອມ​ຕໍ່ນະຄອນຫລວງກາ​ບູລກັບເມືອງ
​ຈາ​ລາ​ລາບັດ (Jalalabad) ຊຶ່ງ​ຕັ້ງຢູ່​ທາງ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນັ້ນ.

ທ່ານ​ກ່າວ​ວ່າ ພົນລະ​ເຮືອນ​ແມ່ນ​ຢູ່​ໃນ​ຈໍານວນ​ພວກທີ່​ໄດ້​ຮັບ​ເຄາະ​ຮ້າຍ ​
ແຕ່​ວ່າ ​ເຫດ​ລະ​ເບີດ​ແຕກ​ບໍ່​ໄດ້​ເຮັດ​ໃຫ້​ທະຫານ​ຕ່າງປະ​ເທດ​ໄດ້​ຮັບ​ຄວາມ​
ເສຍ​ຫາຍ ​ແຕ່​ຢ່າງ​ໃດ.

ຍັງ​ບໍ່ມີ​ໃຜ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ທັນທີ​ທັນ​ໃດຕໍ່ການ​ໂຈມ​ຕີ
​ດັ່ງກ່າວ.

ນະຄອນ​ກາ​ບູລ ​ໄດ້ເປັນ​ສະຖານ​ທີ່ ​ທີ່ມີ​ການ​ໂຈມ​ຕີ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ຈໍາ
ນວນ​ນຶ່ງຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ຊຸມ​ເດືອນ​ຜ່ານ​ມາໝໍ່ໆນີ້.

ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບ​ໄດ້​ບີບຄະ​ນວນ​ລະເບີດທີ່ຫ້າງໃສ່ລົດໂຮງໝໍ ຢູ່​
ໃນເຂດ​ໃຈ​ກາງຂອງ​ຕົວ​ເມືອງ​ໃນ​ວັນ​ທີ 27 ມັງກອນຜ່ານ​ມາ ຊຶ່ງ​ໄດ້​ສັງ
ຫານ​ປະມານ 100 ຄົນ. ເຫດລະ​ເບີດ​ຄັ້ງ​ໃຫຍ່​ດັ່ງກ່າວ ​ໄດ້​ເກີດ​ຂຶ້ນ​ໃນ​ເວລາ
​ບໍ່ພໍ​ເທົ່າ​ໃດ​ມື້ ພາຍຫລັງ​ກຸ່ມກະບົດ​ ໄດ້​ທໍາ​ການ​ໂຈມ​ຕີ​ໂຮງ​ແຮມ ອິນ​ເທີຄອນ
ຕີ​ເນັນ​ທອລ (Intercontinental).

​ເຫດ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ສຸກ​ມື້ນີ້ ​ມີ​ຂຶ້ນ​ສອງ​ມື້ຫລັງຈາກ​ທີ່​ນະຄອນ​ດັ່ງ
ກ່າວ​ຈັດ​ກອງ​ປະຊຸມ​ສາກົນ​ຂັ້ນສູງ ຊຶ່ງ​ປະທານາທິບໍດີອາຊຣັບ ກາ​ນີ
(Ashraf Ghani) ​ໄດ້​ສະ​ເໜີວ່າ​ຈະ​ດໍາ​ເນີນ​ການ​ເຈລະຈາ​ເພື່ອ​ສັນຕິພາບ
​ຢ່າງ​ບໍ່ມີ​ເງື່ອນ​ໄຂ ກັບ​ກຸ່ມ​ຕາ​ລີ​ບານ.

​ໃນ​ຂະນະ​ດຽວກັນ​ກຸ່ມ​ຕາ​ລີ​ບານ​ເວົ້າວ່າ ຕົນ​ໄດ້​ປ່ອຍ​ທະຫານ ​ແລະ​ເຈົ້າໜ້າ
ທີ່​ຂອງ​ລັດຖະບານ 19 ຄົນທີ່​ຖືກ​ກັກ​ໄວ້​ເປັນ​ຕົວ​ປະກັນ​ຢູ່ແຄມທາງດ່ວນສາຍ
ໃຫຍ່ລະຫວ່າງ​ແຂວງການ​ດາ​ຮາ (Kandahar) ​ແລະ​ອູຣຸສການ
(Uruzgan) ຢູ່​ທາງ​ພາກໃຕ້​ຂອງ​ປະ​ເທດ​ນັ້ນ.

ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ທີ່​ນຳອອກເຜີຍແຜ່​ໃນ​ວັນ​ສຸກ​ມື້ນີ້ນັ້ນ ກຸ່ມ​ຕໍ່
ຕ້ານ​ລັດຖະບານ ​ເວົ້າວ່າ ​ຊາຕາ​ກໍາ​ຂອງ​ພວກ​ຕົວປະກັນ ທີ່​ຍັງ​ເຫລືອ​ຈະ
​ຖືກ​ຕັດສິນ​ໂດຍ​ພະ​ແນ​ກທີ່​ກ່ຽວຂ້ອງຂອງກຸ່ມ​ຕາ​ລີ​ບານ. ຖະ​ແຫລ​ງການ​
ດັ່ງກ່າວ​ຍັງ​ອ້າງ​ວ່າ ​ໂຄສົກ​ລັດຖະບານ​ຂອງ​ແຂວງອູຣຸສການ (Uruzgan)
ກໍ​ແມ່ນ​ນຶ່ງ​ໃນ​ຈໍານວນ ພາກ​ສ່ວນ​ດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້

Blast in Afghanistan on March 02, 2018
please wait

No media source currently available

0:00 0:00:54 0:00

XS
SM
MD
LG