ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

60 ຄົນເສຍຊີວິດ ໃນການໂຈມຕີສະລະຊີບ ຢູ່ອັຟການິສຖານ


ຜູ້ຊາຍອັຟການິສຖານຄົນນຶ່ງທີ່ໄດ້ຮັບບາດເຈັບຍ້ອນການໂຈມຕີດ້ວຍລະເບີດທີ່ໂຮງໝໍແຫ່ງນຶ່ງໃນແຂວງ Kunduz ໃນພາກເໜືອອັຟການິສຖານ (25 ມິຖຸນາ 2011)
ຜູ້ຊາຍອັຟການິສຖານຄົນນຶ່ງທີ່ໄດ້ຮັບບາດເຈັບຍ້ອນການໂຈມຕີດ້ວຍລະເບີດທີ່ໂຮງໝໍແຫ່ງນຶ່ງໃນແຂວງ Kunduz ໃນພາກເໜືອອັຟການິສຖານ (25 ມິຖຸນາ 2011)

ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ການໂຈມຕີດ້ວຍລົດລະເບີດສະລະຊີບເຮັດໃຫ້ເກີດລະເບີດ ຂະໜາດແຮງຂຶ້ນໃນວັນເສົາມື້ນີ້ ທີ່ໂຮງໝໍແຫ່ງນຶ່ງໃນພາກຕາເວັນອອກຂອງອັຟການິສຖານ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 60 ຄົນ.

ກະຊວງສາທາລະນະສຸກອັຟການິສຖານກ່າວວ່າ ເຫດລະເບີດທີ່ແຂວງ Logar ຊຶ່ງຕັ້ງຫ່າງ
ຈາກນະຄອນຫຼວງກາບູລປະມານ 40 ຫຼັກກິໂລແມັດນັ້ນ ຍັງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບອີກ
120 ຄົນ ຊຶ່ງແມ່ຍິງແລະເດັກນ້ອຍແມ່ນຮວມຢູ່ໃນຈຳນວນພວກເຄາະຮ້າຍ.

ກຸ່ມທາລີບານໄດ້ປະຕິເສດວ່າ ຕົນບໍ່ໄດ້ເປັນຜູ້ຮັບຜິດຊອບໃນການໂຈມຕີຄັ້ງນີ້ໂດຍເວົ້າວ່າ ພວກຕົນບໍ່ເຄີຍແນເປົ້າໝາຍໂຈມຕີໂຮງໝໍ.

ກ່ອນໜ້ານີ້ ເຈົ້າໜ້າທີ່ໃນພາກເໜືອອັຟການິສຖານກ່າວວ່າ ລະເບີດທີ່ຫ້າງໃສ່ລົດຖີບຄັນ
ນຶ່ງໄດ້ແຕກຂຶ້ນທີ່ຕະຫຼາດ Bazaar ໃນຕອນແລງຂອງມື້ວັນສຸກວານນີ້ເຮັດໃຫ້ມີຜູ້ເສຍຊີ
ວິດ 10 ຄົນຮວມທັງຕຳຫຼວດຄົນນຶ່ງ.

ເຈົ້າໜ້າທີ່ເວົ້າວ່າ ມີ 24 ຄົນ ຮວມທັງແມ່ຍິງ 5 ຄົນ ແລະຕຳຫຼວດອີກຄົນນຶ່ງໄດ້ຮັບບາດ
ເຈັບໃນເຫດລະເບີດທີ່ເມືອງ Khannabad ໃນແຂວງ Kunduz.

ໃນອີກດ້ານນຶ່ງອົງການເນໂຕ້ກ່າວວ່າ ທະຫານຂອງຕົນຄົນນຶ່ງໄດ້ເສຍຊີວິດໃນການໂຈມ
ຕີຂອງພວກກະບົດຢູ່ໃນພາກຕາເວັນອອກຂອງອັຟການິສຖານ ໃນວັນເສົາມື້ນີ້.

XS
SM
MD
LG