ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

11 ຄົນເສຍຊີວິດ ຍ້ອນລະເບີດລົດ ທີ່ອັຟການີສຖານ


ລະເບີດລົດແຕກຂຶ້ນໃນເມືອງ Lashkar Gah ແຂວງ Helmand
ຂອງອັຟການີສຖານ
ວັນທີ 31 ກໍລະກົດ 2011
ລະເບີດລົດແຕກຂຶ້ນໃນເມືອງ Lashkar Gah ແຂວງ Helmand ຂອງອັຟການີສຖານ ວັນທີ 31 ກໍລະກົດ 2011

ບັນດາ​ເຈົ້າ​ໜ້າ​ທີ່​ໃນອັຟກາ​ນີສຖານ​ກ່າວ​ວ່າ ກາ​ນວາງ​ລະ​ເບີດ​ສະລະ​ຊີບ​ໃນ​ລົດ​ຄັນ​ນຶ່ງ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ແຂວງ Helmand ​ໄດ້​ສັງຫານ ປະຊາຊົນ​ 11 ຄົນ​ແລະ​ເຮັດ​ໃຫ້​ບາດ​ເຈັບ​ຕື່ມ​ອີກ 10 ຄົນ.

ໂຄສົກ​ປະ​ຈໍາ​ແຂວງ​ເວົ້າ​ວ່າ ຕໍາຫລວດ 10 ຄົນ​ແລະ​ເດັກນ້ອຍ 1 ຄົນ ໄດ້​ເສຍຊີວິດເວລາ
ລະເບີດລົດແຕກຂຶ້ນຢູ່ໃກ້ໆກັບກອງບັນຊາການຕໍາ ຫລວດໃນເມືອງ Lashkar Gahໃນ
ພາກໃຕ້ຂອງປະເທດ. ໂຄສົກ ກ່າວຕື່ມວ່າ ມີພົນລະເຮືອນ 3 ຄົນ ຮວມຢູ່ໃນຈໍານວນພວກ
ທີ່ໄດ້ຮັບບາດເຈັບ.

ກຸ່ມຕາລີບັນໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້.

ພວກກໍາລັງຕ່າງປະເທດໄດ້ມອບໂອນການຮັກສາຄວາມປອດໄພໃນເມືອງ Lashkar Gah ໃຫ້ກໍາລັງອັຟການີສຖານໃນເດືອນນີ້ ອັນເປັນພາກສ່ວນນຶ່ງ​ຂອງ​ຂັ້ນທໍາອິດຂອງແຜນການ
ທີ່ຈະໃຫ້ວຽກ​ງານການຮັກສາຄວາມປອດໄພໃນທົ່ວປະເທດ ​ໄປຢູ່ພາຍໃຄ້ການຄວບຄຸມດູ
ແລຂອງກໍາລັງຮັກສາຄວາມປອດໄພຂອງອັຟການີສຖານທັງໝົດພາຍໃນທ້າຍປີ 2014 ນັ້ນ.

XS
SM
MD
LG