ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອັຟການິສຖານ ​ປະ​ຕິ​ຍານ​ວ່າ ຈະ​ກວດລ້າງ ທຳ​ລາຍ​ບ່ອນ​ຫຼົບ​ລີ້ ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ຫຼັງ​ຈາກ ການ​ໂຈມ​ຕີ ພິ​ທີ​ແຕ່ງ​ງານ


ປ. ອັຟການິສຖານ ​​ທ່ານ​ອາ​ຊຣາ​ຟ ກາ​ນີ ເຂົ້າ​ຮ່ວມສະ​ຫ​ຼອງວັນ​ເອກ​ກະ​ລາດ ​ຄົບ​ຮອບ​ນຶ່ງຮ້ອຍ​ປີ ໃນ​ນະ​ຄອນ​ກາ​ບູ​ລ, ອັຟການິສຖານ, 19 ສິງ​ຫາ 2019.
ປ. ອັຟການິສຖານ ​​ທ່ານ​ອາ​ຊຣາ​ຟ ກາ​ນີ ເຂົ້າ​ຮ່ວມສະ​ຫ​ຼອງວັນ​ເອກ​ກະ​ລາດ ​ຄົບ​ຮອບ​ນຶ່ງຮ້ອຍ​ປີ ໃນ​ນະ​ຄອນ​ກາ​ບູ​ລ, ອັຟການິສຖານ, 19 ສິງ​ຫາ 2019.

ປະ​ທາ​ນາ​ທິ​ບໍ​ດີອັຟການິສຖານ ໄດ້​ປະ​ຕິ​ຍານ​ຕົນ​ວ່າ ຈະ​ກວດລ້າງທຳ​ລາຍ​ບ່ອນ​ຫຼົບ​ລີ້
​ຂອງ​ກຸ່ມ​ລັດ​ອິ​ສ​ລາມ.

ທ່ານ​ອາ​ຊຣາ​ຟ ກາ​ນີ ​ໃຫ້ຄວາມ​ເຫັນ​ດັ່ງ​ກ່າວ ໃນ​ວັນ​ຈັນ​ວານ​ນີ້ ເນື່ອງໃນ​ວັນ​ເອກ​ກະ​ລາດ​ຄົບ​ຮອບ​ນຶ່ງຮ້ອຍ​ປີ​ ​ໃນ​ຂະ​ນະ​ທີ່​ປະ​ເທດ​ເອ​ເຊຍ​ໃຕ້​ແຫ່ງ​ນີ້ ພວມ ​ຟື້ນ​ໂຕ​ຄືນ​ຈ​າກ​ສະ​ພາບ​ຕື່ນ​ຕົກ​ໃຈ ກ່ຽວ​ກັບ ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດໃນ​ພິ​ທີ​ແຕ່ງ​ງານເມື່ອ​ແລງວັນ​ເສົາ​ຜ່ານ​ມາ​ ທີ່​ໄດ້​ສັງ​ຫານ 63 ຄົນ​ຮວມ​ທັງ​ພວກ​ເດັກ​ນ້ອຍ​ນຳ​ນັ້ນ ​ແລະບາດເຈັບ​ອີກ 183 ຄົນ.

ສາ​ຂາ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ​ໃນ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ ໃນ​ເຫດ​ລະ​ເບີດ ​ທີ່​ນະ​ຄອນ​ກາ​ບູ​ລ​.

ປະ​ທາ​ນາ​ທິ​ບໍ​ດີ​ກາ​ນີ ໄດ້​ກ່າວ​ວ່າ ເຖິງ​ຢ່າງໃດ​ກໍ​ຕາມ ກຸ່ມ​ຕາ​ລິ​ບານ ແມ່ນ​ຕ້ອງເປັນ​ຜູ້​ຮັບ​ຜິດ​ຊອບ​ຮ່ວມ​ກັນ ໃນ​ການ​ໂຈມ​ຕີ​ທີ່​ໜ້າ​ຢ້ານ​ກົວ​ຄັ້ງນີ້ ຍ້ອນ​ການ​ໂຈມ​ຕີ​ທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນ​ຂອງ​ກຸ່ມ​ຕາ​ລິ​ບານ ໃນ​ໄລ​ຍະ​ຫຼາຍໆ​ປີ​ຜ່ານ​ມາຕໍ່​ໂຮງ​ຮຽນ ວັດ​ສາ​ສະ​ໜາ​ອິ​ສ​ລາມ ແລະ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ອື່ນໆ​ນັ້ນ “​ໄດ້​ເປີດ​ໂອ​ກາດໃຫ້​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ” ເປີດ​ການ​ໂຈມ​ຕີ​ທີ່​ໄຮ້​ຄວາມ​ປາ​ນີ​ເຊັ່ນ​ດຽວ​ກັນ.

ກຸ່ມ​ຕາ​ລິ​ບານ ໄດ້​ປະ​ນາມເຫດລະ​ເບີດ​ໃນ​ຄັ້ງ​ນີ້. ໂຄສົກຄົນນຶ່ງຂອງກຸ່ມກະບົດ
ດັ່ງ​ກ່າວ ໄດ້​ກ່າວ​ວ່າ “ການໂຈມຕີ​ທີ່ປ່າເຖື່ອນ ທີ່ເຈາະຈົງໃສ່ພົນລະເຮືອນ ທີ່ ລວມທັງພວກແມ່ຍິງ ແລະເດັກນ້ອຍ ແມ່ນສິ່ງທີ່​ຕ້ອງ​ຫ້າມແລະ​ບໍ່​ເປັນ​ທຳ​ເລີຍ.”

ການ​ໂຈມ​ຕີ​ຕໍ່ພົນລະເຮືອນ​ຄັ້ງ​ນີ້ ແມ່ນ​ນຶ່ງໃນ​ການ​ໂຈມ​ຕີ​ທີ່ຮ້າຍ​ແຮງ​ສຸດ ໃນ​ຮອບ​ຫຼາຍໆ​ປີ ຜ່ານ​ມາ​ນີ້.

ທ່ານກາ​ນີ ໄດ້​ກ່າ​ວ​ໃນ​ວັນ​ຈັນ​ວານ​ນີ້ວ່າ “ພວກ​ເຮົາ​ຈະ​ແກ້​ແຄ້ນ​ຄືນ ສຳ​ລັບ​ທຸກ​ໆ​ຢົດ​ເລືອດ​ຂອງ​ພົນ​ລະ​ເຮືອນ.” ແລະ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ນາໆ​ຊາດ ຮ່ວມສົມ​ທົບກັບ​ຊາວອັ​ຟ​ກາ​ນິ​ສ​ຖານ ໃນ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ນີ້.

ທ່ານກາ​ນີ ໄດ້​ກ່າ​ວ​ວ່າ ການ​ໂຈມ​ຕີ​ຕໍ່​ພິ​ທີ​ແຕ່ງດອງ ແມ່ນການກະທຳ ທີ່ “ໄຮ້ ຄວາມ​ເປັນ​ມະ​ນຸດ” ແລະທ່ານໄດ້ຮຽກຮ້ອງໃຫ້​ເປີດກອງປະຊຸມ “ວິສາມັນ” ດ້ານ ຄວາມໝັ້ນຄົງ ເພື່ອທົບທວນຄືນ ແລະປ້ອງກັນບໍ່ໃຫ້ມີຄວາມຜິດພາດດ້ານການ ຮັກສາຄວາມປອດໄພເຊັ່ນນີ້ເກີດຂຶ້ນອີກ.

ພວກ​ເຄາະ​ຮ້າຍ​ຈາກ​ເຫດ​ລະ​ເບີດສະ​ຫຼະ​ຊີບ ໃສ່​ງານ​ແຕ່ງດອງໃນ​ຕອນ​ກາງ​ຄືນ​ທີ່​ເຕັມ​ໄປ
​ດ້ວຍຜູ້​ຄົນ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ພວກ​ຊົນ​ກຸ່ມ​ນ້ອຍຊາວ​ຊີ​ໄອ ທີ່​ມາ​ຈາກປະ​ຊາ​ຄົມ ຮາ​ຊາ​ຣາ.

ອ່ານຂ່າວ​ນີ້​ເພີ້ມ​ຕື່ມ ໃນ​ພາ​ສາ​ອັງ​ກິດ.

XS
SM
MD
LG