ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໂຈມຕີສະລະຊີບ ໃນພາກຕາເວັນອອກ ອັຟການີສຖານ


ຜູ້ບາດເຈັບທີ່ໂຮງໝໍແຫ່ງນຶ່ງ ຈາກເຫດການລະເບີດສະຫລະຊີບ ເມື່ອວັນ ເສົາ ທີ່ 25 ເດືອນມິຖຸນານີ້
ຜູ້ບາດເຈັບທີ່ໂຮງໝໍແຫ່ງນຶ່ງ ຈາກເຫດການລະເບີດສະຫລະຊີບ ເມື່ອວັນ ເສົາ ທີ່ 25 ເດືອນມິຖຸນານີ້

ເມື່ອວັນເສົາວານນີ້ ມີລົດບັນທຸກລະເບີດສະລະຊີບຄັນນຶ່ງ ໄດ້ລະເບີດຂຶ້ນຢ່າງໃຫຍ່ ຢູ່ທີ່ ໂຮງໝໍແຫ່ງນຶ່ງໃນພາກຕາເວັນອອກຂອງອັຟການີສຖານ.

ເຫດການລະເບີດຮຸນແຮງດັ່ງກ່າວແມ່ນຢູ່ໃນແຂວງ Logar ຫ່າງຈາກນະຄອນຫລວງ ກາບູລປະມານ 40 ຫລັກກິໂລເມັດ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ ແລະບາດເຈັບຢ່າງໜັກ ແຕ່ພວກເຈົ້າໜ້າທີອັຟການີສຖານປະເມີນຈໍານວນ ຜູ້ເສຍຊີວິດທີ່ຂັດແຍ້ງກັນ ບໍ່ເທົ່າໃດຊົ່ວ ໂມງຫລັງຈາກການໂຈມຕີນັ້ນ ພວກເຈົ້າໜ້າທີ່ກ່າວວ່າ ເຫດລະເບີດເຮັດໃຫ້ມີຜູ້ເສຍຊີວິດ ຫລາຍກວ່າ 30 ຄົນ ໂຮມທັງພວກແມ່ຍິງ ເດັກນ້ອຍ ແລະບາດເຈັບອີກຫລາຍສິບຄົນ.

ໃນເບື້ອງຕົ້ນນັ້ນ ກະຊວງສາທາລະນະສຸກອັຟການີສຖານ ໄດ້ລາຍງານວ່າ ມີຜູ້ເສຍຊີວິດ ຫລາຍເຖິງ 60 ຄົນ ແລະບາດເຈັບອີກ 120 ກວ່າຄົນ.

ກຸ່ມຕາລິບານກ່າວວ່າ ຕົນບໍ່ໄດ້ເປັນຜູ້ກກໍ່ເຫດລະເບີດຄັ້ງນີ້ ແລະວ່າພວກສູ້ລົບຂອງຕົນບໍ່ ໄດ້ແນເປົ້າໝາຍໃສ່ໂຮງ ໝໍໃດໆ ແຕ່ແນວໃດກໍດີ ພວກກຸ່ມຫົວຮຸນແຮງແມ່ນມີບົດບາດ ແຂງຂັນຢູ່ໃນຂົງເຂດຕາເວັນອອກຂອງອັຟການີສຖານ ທີ່ໂຈມຕີກໍາລັງປະສົມ ແລະໃຊ້ການ ໂຈມຕີແບບສະຫລະຊີບຫລາຍໆບັ້ນອັນເປັນພາກສ່ວນຍຸທະວິທີຂອງຕົນ.

ສະຖານທູດສະຫະລັດ ໄດ້ຮ່ວມກັບອົງການເນໂຕ້ ພ້ອມກັບປະທານາທິບໍດີ ຮາມິດ ກາຊາຍ ຂອງອັຟການີສຖານ ປະນາມການໂຈມຕີຄັ້ງນີ້.

ໃນລະຫວ່າງນັ້ນ ກໍາລັງປະສົມເນໂຕ້ ກ່າວວ່າ ການໂຈມຕີຂອງພວກກະບົດໄດ້ສັງຫານ ທະຫານຂອງຕົນສອງຄົນ ຄົນນຶ່ງຢູ່ໃນພາກຕາເວັນອອກ ຂອງອັຟການີສຖານ ແລະອີກ ຄົນນຶ່ງຢູ່ທາງພາກໃຕ້. ຊື່ແລະສັນຊາດຂອງ ຜູ້ຕາຍບໍ່ໄດ້ເປີດເຜີຍໃຫ້ຊາບ.

ກ່ອນໜ້ານີ້ ພວກເຈົ້າໜ້າທີ່ທາງພາກເໜືອຂອງອັຟການີສຖານກ່າວວ່າ ລົດຈັກຕິດລະເບີດ ຄັນນຶ່ງ ໄດ້ລະເບີດຂື້ນທີ່ຕະຫລາດຮ້ານຄ້າແຫ່ງນຶ່ງເມື່ອຕອນ ບ່າຍວັນສຸກຜ່ານມາ ທີ່ຍັງຜົນ ໃຫ້ມີຜູ້ເສຍຊີວິດ 10 ຄົນ ໂຮມທັງເຈົ້າໜ້າທີ່ຕໍາຫລວດຄົນນຶ່ງ.

XS
SM
MD
LG