ເຈົ້າໜ້າທີ່ອັຟການີສຖານກ່າວວ່າ ເຫດລະເບີດລົດໄດ້ສັງຫານຢ່າງໜ້ອຍ 7 ຄົນ ໃນນະຄອນຫລວງກາບູລ ພຽງບໍ່ເທົ່າໃດຊົ່ວໂມງຫລັງຈາກປະທາ ນາທິບໍດີບາຣັກ ໂອບາມາ ໄດ້ເດີນທາງຈາກມາ ລຸນຫລັງການຢ້ຽມຢາມ ທີ່ບໍ່ໄດ້ມີການປະກາດໃຫ້ຊາບລ່ວງໜ້ານັ້ນ.
ຕໍາຫລວດໃນນະຄອນຫລວງກາບູລກ່າວວ່າ ການໂຈມຕີດ້ວຍລະເບີດລົດສະຫລະຊີບໃນວັນພຸດມື້ນີ້ ແມ່ນເກີດຂຶ້ນໃກ້ຖະໜົນ Jalalabad ຊຶ່ງເປັນຖະໜົນໃຫຍ່ ທີ່ເໜັ່ງຈາກນະຄອນຫຼວງ ໄປທາງທິດຕາເວັນອອກ. ການໂຈມຕີຄັ້ງນີ້ ປະກົດວ່າໄດ້ແນເປົ້າໝາຍໃສ່ບໍລິເວນ ຕຶກອາຄານຂະໜາດໃຫຍ່ທີ່ມີການປ້ອງກັນຢ່າງໜາແໜ້ນ ທີ່ເອີ້ນວ່າ ບ້ານສີຂຽວ ຊຶ່ງເປັນບ່ອນພັກອາໄສຂອງພວກຄົນງານຕ່າງປະເທດຈໍານວນຫລາຍຮ້ອຍຄົນນັ້ນ.
ພວກເຈົ້າໜ້າທີ່ກ່າວວ່າ ການໂຈມຕີຄັ້ງນີ້ແມ່ນໄດ້ສັງຫານພົນລະເຮືອນ ຫ້າຄົນ ແລະຍາມຄົນນຶ່ງ. ສ່ວນຜູ້ເຄາະຮ້າຍຄົນທີ 7 ນັ້ນ ຍັງບໍ່ຮູ້ວ່າແມ່ນໃຜ. ອົງການເນໂຕ້ກ່າວວ່າ ກໍາລັງຮັກສາຄວາມປອດໄພອັຟການີສຖານ ສາມາດຄວບຄຸມສະຖານະການໄດ້ ແລະໄດ້ສັງຫານພວກໂຈມຕີທັງໝົດ.
ພວກກະບົດຕາລິບານ ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີຄັ້ງນີ້ ແລະເວົ້າວ່າ ມັນເປັນການໂຕ້ຕອບຄືນ ຕໍ່ການຢ້ຽມຢາມຂອງທ່ານໂອບາມາ. ຄໍາຖະແຫລງຈາກກຸ່ມຕາລີບານ ທີ່ວີໂອເອໄດ້ມາ ປະກາດວ່າ ພວກເຂົາຈະເປີດສາກທໍາການບຸກໂຈມຕີລະດູບານໃໝ່ ໃນທົ່ວອັຟການິສຖານ ໃນວັນພະຫັດມື້ອື່ນນີ້.
ພວກເຫັນເຫດການໄດ້ຍິນສຽງລະເບີດຢ່າງໜ້ອຍອີກບັ້ນນຶ່ງ ໃນເຂດກໍ້າຕາເວັນອອກຂອງນະຄອນຫລວງ ແລະໄດ້ຍິນສຽງປືນດັງຂຶ້ນຕິດຕາມມາ.