ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັຟກາ​ນີສຖານ​ ຕ້ອງ​ປະຕິ​ຮູບທາງ​ການ​ເມືອງ ຖ້າຢາກມີສະຖຽນລະພາບ (ເບິ່ງວີດີໂອ)


ປະທານາທິບໍດີ ເທີກີ, ທ່ານ Abdullah Gul (ກາງ) ຈັບມືກັບຄູ່ຕໍາແໜ່ງຈາກອັຟການິສຖານ, ທ່ານຣາມິດ ກາຊາຍ (ຊ້າຍ) ແລະປະທານາທິບໍດີປາກິສຖານ, ທ່ານ Asif Ali Zardari ໃນຕອນທ້າຍຂອງກອງປະຊຸມ
ນັກຂ່າວ, ຫລັງກອງປະຊຸມ ອີສຕັນບູນ ທີ່​ເທີ​ກີ​​ແລະອັຟກາ​ນີສຖານເປັນເຈົ້າພາບຮ່ວມ​ກັນ​ຈັດຂຶ້
ປະທານາທິບໍດີ ເທີກີ, ທ່ານ Abdullah Gul (ກາງ) ຈັບມືກັບຄູ່ຕໍາແໜ່ງຈາກອັຟການິສຖານ, ທ່ານຣາມິດ ກາຊາຍ (ຊ້າຍ) ແລະປະທານາທິບໍດີປາກິສຖານ, ທ່ານ Asif Ali Zardari ໃນຕອນທ້າຍຂອງກອງປະຊຸມ ນັກຂ່າວ, ຫລັງກອງປະຊຸມ ອີສຕັນບູນ ທີ່​ເທີ​ກີ​​ແລະອັຟກາ​ນີສຖານເປັນເຈົ້າພາບຮ່ວມ​ກັນ​ຈັດຂຶ້

ກໍາລັງ​ທະຫານ​ຂອງ​ສະຫະລັດ ​ແລະ​ຂອງ​ອົງການເນ​ໂຕ້ ມີ​ກໍານົດ​ຈະຖອນ​ອອກ​ຈາກ​ ອັຟກາ​ນີສຖານ​​ໄປ ໃນ​ປີ 2014. ພວກ​ປະ​ເທດ​ເພື່ອນ​ບ້ານ​ຂອງອັຟກາ​ນີສຖານ ​ແລະ ​ປະ​ເທດ​ຕາ​ເວັນ​ຕົກ ​ໄດ້​ຮັບປາກ​​ເຖິງ​ຄວາມ​ໝັ້ນໝາຍ​ຂອງ​ພວກ​ເຂົາ​ເຈົ້າຕໍ່​ສະຖຽນ​ລະ​ພາບ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ອັຟການີສຖານ ​ໃນ​ຂະນະ​ທີ່​ປ່ອຍ​ໃຫ້​ປະ​ເທດດັ່ງກ່າວ ຮັບຜິດຊອບ ອະນາຄົດ ດ້ານ​​ເສດຖະກິດຂອງ​ຕົນດ້ວຍຕົນ​ເອງ​​ນັ້ນ. ແຕ່​ພວກ​ນັກວິ​ເຄາະ​ບາງ​ຄົນ​ໃນວໍ ​ຊິ​ງຕັນ​ກ່າວ​ວ່າ ນອກ​ນີ້​ແລ້ວ ອັຟກາ​ນີສຖານ​ຍັງ​ຕ້ອງການ​ການ​ປະຕິ​ຮູບທາງ​ການ​ເມືອງນໍາ. ບົວ​ສະຫວັນມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​ໃນ​ອັນ​ດັ​ບຕໍ່​ໄປ.

ໃນ​ລະຫວ່າງ​ການ​ຢ້ຽມຢາມ​ປະ​ເທດ​ເທີ​ກີ​ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັ້ນ​ນຶ່ງ ເມື່ອ​ໝໍ່ໆ​
ມາ​ນີ້ ທ່ານ​ຮາ​ມິດ ກາ​ຊາຍ ປະທານາທິບໍດີອັຟກາ​ນີສຖານ​ໄດ້​ກ່າວເຕືອນ​ວ່າ ຈະບໍ່​ມີ​
ຄວາມ​ຫວັງ​ສໍາລັບສັນຕິພາບໃນ​ອັຟກາ​ນີສຖານ​ ຖ້າ​ຫາກ​ບໍ່​ມີ​ການ​ຊ່ວຍ​ເຫລື​ອຈາກ
ພວກ​ປະ​ເທດ​ເພື່ອນ​ບ້ານ​ ໃນ​ການ​ສູ້​ລົບ​ກັບ​ກຸ່ມ​ກໍ່​ການ​ຮ້າຍ. ກອງ​ປະຊຸມ​ອີສຕັນ​ບູນ
ທີ່​ເທີ​ກີແລະອັຟກາ​ນີສຖານ ເປັນເຈົ້າພາບຮ່ວມ​ກັນ​ນັ້ນ ມີພວກນັກ​ການ​ທູດ​ລະດັບ​ສູງ​
ຈາກ​ຂົງ​ເຂດ ​ແລະ​ຈາກ​ພາກ​ຕາ​ເວັນ​ຕົກ​ເຂົ້າ​ຮ່ວມ​ນໍາ. ​ເວລາ​ນີ້​ ສະຫະລັດ​ກໍາລັງ​ປະຕິ
ບັດ​ງານ​ກັບ​ພວກ​ປະ​ເທດ​ພາຄີ​ຂອງ​ຕົນ ​ເພື່ອ​ສ້າງສາ​ໃນ​ສິ່ງ​ທີ່​ເອີ້ນ​ວ່າ ​“ເສັ້ນທາງສາຍ
ໄໝ​ໃໝ່” ​ເພື່ອ​ຮວມ​ເອົາ​ອັຟກາ​ນີສຖານເຂົ້າເປັນ​ສ່ວນ​ນຶ່ງ​ຂອງຊີວິດ​ທາງ​ເສດຖະກິດ​ຂອງ
ຂົງ​ເຂດນັ້ນ. ​ແຜນການ​ດັ່ງກ່າວ​ແມ່ນ​ແນ​ເປົ້າໝາຍ​ໃສ່​ການ​ຊຸກຍູ້​ການ​ຄ້າ​ໃນ​ຂົງ​ເຂດ
ໂດຍ​ການ​ເຊຶ່ອມ​ໂຍງ​ຖະໜົນ​ຫົນທາງແລະ​ທາງ​ລົດ​ໄຟ​ຂອງຂົງ​ເຂດ​ເອ​ເຊຍ​ກາງ​ ​ໃນ​ປາ​
ກີ​ສຖານ, ອັຟກາ​ນີສຖານ ​ແລະ​ອິນ​ເດຍ ​ເຂົ້າກັນ.

ທ່ານ Michael O’Hanlon ​ຊຶ່ງເປັນ​ເຈົ້າໜ້າ​ທີ່​ອາວຸ​ໂສ​ທີ່​ສະ​ຖາ​ບັນ Brookings ​ໃນ
ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ ທັງ​ເປັນຜູ້​ຊ່ຽວຊານ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ​ນະ
ໂຍບາຍດ້ານ​ປ້ອງ​ກັນ​ປະ​ເທດ ກ່າວ​ວ່າ:

“ສະຫລູ​ບ​ແລ້ວ ກໍ​ແມ່ນ​ວ່າ ເຮົາ​ບໍ່​ສາມາດ​ຈະເຮັດ​ໃຫ້​ອັຟກາ​ນີສຖານ​ເປັນ​
ເສັ້ນທາງ​ສາຍໄໝ​ໄດ້ ​ເວັ້ນ​ເສຍ​ແຕ່​ວ່າ​ເຮົາ​ສ້າງ​ສະຖຽນ​ລະ​ພາບ​ໃຫ້​ປະ​ເທດ​
ນັ້ນ ​ແລະ​ການ​ເມືອງ​ຂອງ​ປະ​ເທດ​ນັ້ນໃຫ້ໄດ້​ເສຍ​ກ່ອນ. ດັ່ງ​ນັ້ນ​ ວິ​ໄສ​ທັດສໍາ
ລັບອະນາຄົດທັງ​ໝົດ​ເຫລົ່າ​ນີ້ ແມ່ນເທົ່າ​ກັບເປັນ​ການ​ມອງ​ຂ້າມພາລະກິດ
ສະ​ເພາະ​ໜ້າ ຊຶ່ງ​ກໍ​ແມ່ນ​ການສືບ​ຕໍ່ສ້າງ​ອັຟກາ​ນີສຖານໃຫ້ມີສະຖຽນ​ລະ​ພາບ.”

ທ່ານ O’Hanlon ກ່າວ​ວ່າ ນະ​ໂຍບາຍ​ການ​ຖອນ​ທະຫານ​ແມ່ນ​ໄດ້​ແຕ້ມ​ແຜນການ​ໄວ້​ແລ້ວ​ເປັນ​ຢ່າງ​ດີ ​ແຕ່​ສ່ວນ​ທີ່​ລໍາ​ບາກ​ກວ່າ​ນັ້ນ​ກໍ​ຄືການ​ສ້າງ​ຄວາມ​ເຂັ້ມ​ແຂງ​ ແກ່​ລະບົບ​ການ​ເມືອງຂອງ​ອັຟກາ​ນີສຖານ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ:

Michael O’hanlon, ເຈົ້າໜ້າ​ທີ່​ອາວຸ​ໂສ​ທີ່​ສະ​ຖາ​ບັນ Brookings ​ໃນນະ​ຄອນ​ຫລວງ​ວໍ​ຊິງ​ຕັນ
Michael O’hanlon, ເຈົ້າໜ້າ​ທີ່​ອາວຸ​ໂສ​ທີ່​ສະ​ຖາ​ບັນ Brookings ​ໃນນະ​ຄອນ​ຫລວງ​ວໍ​ຊິງ​ຕັນ

“​ນອກນັ້ນ​ແລ້ວ ປີ 2014 ​ແມ່ນປີ​ທີ່ ປະທານາທິບໍດີ​ ຮາ​ມິດ​ ກາ​ຊາຍ ຈະ​ພົ້ນ​ຈາກ​ຕໍາ​ແໜ່​ງ. ພວກ​ເຮົາ​ຕ້ອງ​ໄດ້​ຊ່ວຍໃຫ້​ຊາວອັຟກາ​ນີສຖານ​ ມີ​ວິທີ​ທາງ​ທີ່​ມີ​ຄວາມ​ໝາຍ ​ເພື່ອ​ເລືອກ​ເອົາ​ຜູ້​ທີ່​ເຫັນ​ສົມຄວນ​ ມາ​ສືບ​ຕໍາ​ແໜ່​ງ​ແທນ​ທ່ານ​ກາ​ຊາຍນັ້ນ. ແຕ່​ກໍໜ້າ​ເສຍ​ໃຈ ທີ່ລັດຖະທໍາ​ມະນູນ​ຂອງອັຟກາ​ນີສຖານ ​ຊຶ່ງ​ວ່າ​ປະ​ເທດ​ຊາດ​ຂອງ​ຂ້າພະ​ເຈົ້າມີ​ຄວາມ​ຮັບຜິດ​ຊອບສ່ວນ​ນຶ່ງ​ໃນ​ການ​ຮ່າງ​ຂຶ້ນ​ມາ​ນັ້ນ ​ແມ່ນ​ສ້າງ​ຕັ້ງ​ປະທານາທິບໍດີ​ທີ່​ເຂັ້ມ​ແຂງ​ຫລາຍ ​ແລະພັກ​ການ​ເມືອງ​ທີ່​ອ່ອນ​ແອ ສະ​ພາ​ທີ່​ອ່ອນ​ແອ ມີ​ສູນ​ກາງ​ທາງ​ເລືອກ​ທີ່ອ່ອນ​ແອສໍາລັບອິດ​ທະ​ພົນ​ທາງ​ການ​ເມືອງ​ ​ແ​ລະ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ ມີ​ການ​ກຽມ​ຕົວ​ອ່ອນ​ຫລາຍ ສໍາ​ລັບການ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ ທີ່​ຜູ້​ທີ່ຢູ່​ໃນ​ຕໍາ​ແໜ່​ງ ບໍ່​ສາມາດ​ທີ່​ຈະສະໝັກ​ໄດ້​ອີກ​ນັ້ນ.”

ພວກ​ນັກວິ​ເຄາະ​ບາງຄົນ​ເຕືອນ​ວ່າ ການ​ເລືອກ​ຕັ້ງ​ປີ 2014 ນັ້ນ​ຈະ​ເປັນ​ຄວາມ​ຫາ​ຍະ​ນະ​ ຖ້າ​ຫາກ​ວ່າມີການ​ສໍ້ໂກງ​ການ​ເລືອກ​ຕັ້ງ​ກັນ​ອີກ ຄື​ກັນກັບ ເມື່ອ​ຄັ້ງ​ລ່າສຸດ​ ດັ່ງ​ທີ່​ມີ​ການ​ກ່າວ​ຫາຢ່າງ​ກວ້າງຂວາງ​ນັ້ນ. ພວກ​ນັກວິ​ເຄາະ​ເວົ້າຕື່ມ​ວ່າ ມັນ​ຈະ​ຕ້ອງ​ມີແຜນການທີ່​ແນ່​ນອນ​ສໍາລັບ​ການ​ປະຕິ​ຮູບ​ທີ່​ຈິງ​ຈັງ ​ເພື່ອ​ສ້າງ​ລັດຖະບານ​ອັຟກາ​ນີສຖານໃຫ້ຢູ່​ໃນ​ເສັ້ນທາງ​ທີ່​ຍືນ​ຍົງ​ຖາ​ວອນ. ທ່ານ​ນາງ Caroline Wadhams ​ເປັນ​ເຈົ້າ​ໜ້າ​ທີ່​ປະ​ຈໍາ​ສູນ​ກາງ​ເພື່ອຄວາມ​ກ້າວໜ້າອາ​ເມຣິກັນ.

ທ່ານ​ນາງ Wadhams ເວົ້າ​ວ່າ “ລະບົບ​ຍຸຕິ​ທໍາ​ຂອງ​ອັຟກາ​ນິສຖານ​ແມ່ນ…ຄື ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ​ ແມ່ນ​ຢູ່​ໃນ​ກໍາມື ຂອງ​ປະທານາ ທິບໍດີ ກາ​ຊາຍ ຫລື​ບໍ່​ກໍເປັນ​ລະ​ບົບຍຸຕິ​ທໍາ​ທີ່ອ່ອນ​ແອ​ຢ່າງ​ບໍ່​ໜ້າ​ເຊື່ອ​. ດັ່ງ​ນັ້ນ​ ມັນ​ຈະຕ້ອງ​ມີລະບົບ​ກວດກາກັນ​ແລະ​ກັນຫລາຍ​ຂຶ້ນ ​ເພື່ອ​ຖ່ວງດຶງ​ອໍານາດ​ລະຫວ່າງ​ກັນ​ແລະ​ກັນ ​ເພື່ອໃຫ້ມີຄວາມ​ຮັບຜິດຊອບ​ບາງ​ປະການ​ຢູ່ພາຍ​ໃນ​ລະບົບ ​ແລະ​ເພື່ອໃຫ້ປະຊາຊົນ​ມີ​ທາງ​ຮ້ອງທຸກແລະລະບາຍ ຄວາມ​ບໍ່ພໍ​ໃຈຂອງ​ພວກ​ເຂົາ​ເຈົ້າ​ໄດ້. ມີ​ການ​ປະຕິ​ຮູບໃນ​ລະດັບນ້ອຍ​ທີ່​ສຸດ​ທີ່​ຕ້ອງ​ເກີດ​ຂຶ້ນ​ໃຫ້​ໄດ້. ມັນ​ຕ້ອງ​ມີ​ວິທີ​ທາງ​ກວດ​ສອບ​ແລະ​ສ້າງ​ຄວາມ​ສົນ​ດຸນ​ກັນໂດຍ​ຜ່ານ​ການ​ກະຈາຍ​ອໍານາດ​ຈາກ​ຈຸດ​ສູນ​ກາງຂອງ​ລັດ ​ເພື່ອ​ອໍານວຍໃຫ້​ມີປາກ​ສຽງ​ຫລາຍ​ຂຶ້ນ ໃຫ້​ມີການ​ລວມເຂົ້າກັນຫລາຍ​ຂຶ້ນ ​ແລະ​ນໍາ​ເອົາ​ຄວາມ​ຮັບຜິດຊອບ​ເພິ່ມຂຶ້ນ ມາສູ່​ລະບົບ.”

ໃນ​ປັດຈຸບັນນີ້ ສະຫະລັດ​ແລະ​ປະຊາ​ຄົມນາ​ໆຊາດ ​ແມ່ນມີຄວາມ​ຕັ້ງ​ໃຈ​ທີ່​ຈະ​ສະ​ນອງໃຫ້​ງົບປະມານໃຫ້​ແກ່​ຄວາມ​ພະຍາຍາມ​ຂອງ​ອັຟກາ​ນີສຖານ ​ເພື່ອ​ສ້າງສາ​ພວກ​ໂຄງ​ລ່າງ​ພື້ນຖານ​ຂອງ​ຕົນ ​ແລະ​ສະໜອງ​ການ​ບໍລິ​ການ​ຂັ້ນ​ພື້ນຖານ​ແກ່​ປະຊາຊົນ​ຂອງ​ຕົນ ​ແຕ່​ຖ້າ​ຫາກ​ຄວາມ​ໝັ້ນຄົງ​ຍັງ​ສືບ​ຕໍ່ຊຸດ​ໂຊມ​ລົງ​ໄປ ​ຫລັງ​ຈາກ​ປີ 2014 ນັ້ນ ​ແຜນການ​ດັ່ງກ່າວ​ນີ້​ກໍແມ່ນ​ຈະພັງ​ລົງ​.

ມັນ​ອາດ​ຈະຍັງ​ມີ​ການ​ກໍ່​ຄວາມ​ຮຸນ​ແຮງຂຶ້ນຢູ່ອີກ​ກໍໄດ້ ​ຫລັງ​ຈາກ​ປີ 2014 ນັ້ນ​ ​ແຕ່​ພວກ​ປະ​ເທດໃນ​ຂົງ​ເຂດ ​ແລະ​ໃນ​ຝ່າຍ​ຕາ​ເວັນ​ຕົກ​ກໍກໍາລັງໃຫ້ການ​ສະໜັບສະໜຸນ​ແກ່ການ​ດໍາ​ເນີນ​ງານ​ສ້າງ​ຄວາມ​ປອງ​ດອງ​ຊາດ​ທີ່​ນໍາພາ ໂດຍ​ອັຟກາ​ນີສຖານ ​ທີ່​ຈະ​ຮັບປະກັນໃຫ້ອັຟກາ​ນີສຖານ​ເປັນ​ປະ​ເທດ​ທີ່​ມີສະຖຽນລະ​ພາບ ​ແລະເປັນ​ປະຊາທິປະ​ໄຕ​ນັ້ນ.

ເບິ່ງລາຍງານຂ່າວເລື້ອງນີ້ເປັນພາສາອັງກິດ

XS
SM
MD
LG