ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳພວກຫົວຮຸນແຮງ ທີ່ໄດ້​ຫລົບ​ໜີ​ ໄປ​ຢູ່​ອັ​ຟ​ກາ​ນິ​ສ​ຖານ ຍອມ​ຮັບ​ວ່າ​ ເປັນ​ຜູ້​ສັ່ງການ​ໃຫ້​ທຳ​ການກໍ່​ການ​ຮ້າຍ ​ຢູ່​ໃນ​ປາ​ກິ​ສ​ຖານ


ພວກ​ທະ​ຫານ​ປາ​ກິ​ສ​ຖານ​ຢືນ​ຍາມ​ຫົນ​ທາງ​ທີ່ຈະ​ໄປ​ຫາຄ້າຍ​ທະ​ຫານ​ຊົ່ວ​ຄາວ​ໃນ​ເຂດ​ເມືອງ Bannu ຂອງ​ປາ​ກິ​ສ​ຖານ, ວັນ​ທີ 20 ທັນ​ວາ, 2022
ພວກ​ທະ​ຫານ​ປາ​ກິ​ສ​ຖານ​ຢືນ​ຍາມ​ຫົນ​ທາງ​ທີ່ຈະ​ໄປ​ຫາຄ້າຍ​ທະ​ຫານ​ຊົ່ວ​ຄາວ​ໃນ​ເຂດ​ເມືອງ Bannu ຂອງ​ປາ​ກິ​ສ​ຖານ, ວັນ​ທີ 20 ທັນ​ວາ, 2022

ຜູ້ນຳຂອງພັນທະມິດຂອງ​ພວກຫົວຮຸນແຮງທີ່ຜິດກົດໝາຍທີ່ທຳການກໍ່ການຮ້າຍຢູ່ໃນປາກິສຖານ ໄດ້ຍ້ອງຍໍພວກນັກຕໍ່ສູ້ຂອງຕົນໃນວັນອັງຄານວານນີ້ ທີ່ໄດ້ຈັບເຈົ້າໜ້າທີ່ຮັກສາຄວາມປອດໄພຫຼາຍຄົນ ເປັນຕົວປະກັນ ຢູ່ພາຍໃນສູນສອບສວນຂອງຕຳຫຼວດ ຕ້ານ​ການກໍ່​ການ​ຮ້າຍຂອງແຂວງແຫ່ງນຶ່ງແລະຮຽກຮ້ອງໃຫ້ພວກເຂົາບໍ່ໃຫ້ຍອມຈຳນົນ.

ທ່ານນໍ ວາ​ລີ ເມ​ຊຸດ (Noor Wali Mehsud), ຫົວຫນ້າກຸ່ມຕາລີບານປາກິສຖານ, ຫຼື TTP (Tehrik-i-Taliban Pakistan) ໄດ້ອອກຖະແຫຼງການຈາກທີ່ພັກອາໄສ ຂອງຕົນຢູ່ໃນອັຟການິສຖານ ໂດຍຍົກ​ເອົາຄວາມສົງ​ໄສ​ອີກ​ຄັ້ງ​ໃຫມ່ກ່ຽວກັບຄວາມ ຈິງໃຈຂອງການ​ໃຫ້ຄໍາຫມັ້ນສັນຍາຕ້ານການກໍ່ການຮ້າຍທີ່​ໂດຍຜູ້ນໍາຂອງກຸ່ມຕາລີບານ ອິສລາມຂອງປະເທດເພື່ອນບ້ານ.

“ຂ້າ​ພະ​ເຈົ້າ​ຂໍ​ຊົມ​ເຊີຍ​ທ່ານ​ສໍາ​ລັບ​ການ​ປະ​ຕິ​ບັດ​ການທີ່​ສັກ​ສິດ​ນີ້. ຂ້າພະເຈົ້າອອກ​ຄຳ​ສັ່ງບໍ່ໃຫ້ພວກ​ທ່ານຍອມຈຳນົນຕໍ່ພວກທີ່ບໍ່ຊື່ສັດ ແລະພວກທີ່ລືມ​ສາ​ສະ​ໜາເຫຼົ່ານີ້ ບໍ່​ວ່າ​ຈະ​ຢູ່ພາຍໃຕ້ສະພາບການໃດກໍຕາມ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເມ​ຊຸດ (Mehsud).

ກຸ່ມ TTP ໄດ້ເປີດເຜີຍຂໍ້ຄວາມນີ້​ອອກ​ມາ​ເປັນສຽງເວົ້າພາສາທ້ອງຖິ່ນ​ພາ​ສ​ໂຕ (Pashto) ບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ທະ​ຫານໜ່ວຍ​ກ້າ​ຕາຍຂອງກອງທັບປາກິສຖານ ຈະເລີ້ມປະຕິບັດງານ ແລະຊ່ວຍເອົາຕົວປະກັນອອກໄປຈາກເຂດຕຶກ​ດັ່ງ​ກ່າວຢູ່ໃນເຂດ​ທະ​ຫານຮັກ​ສາ​ການພາກຕາເວັນຕົກສຽງເໜືອຢູ່​ໃນເມືອງແບນ​ນູ (Bannu).

ລັດຖະມົນຕີກະ​ຊວງປ້ອງກັນປະເທດ, ທ່ານ​ຄາ​ວາ​ຈາ ອາ​ຊີ​ຟ (Khawaja Asif), ໃນຂະນະທີ່ເອົາລາຍລະອຽດລາຍ​ງານ​ໃຫ້ກອງປະຊຸມຕອນແລງຂອງລັດຖະສະພາຊາບໃນນະ​ຄອນ​ຫລວງ​ອິ​ສ​ລາ​ມາ​ບັດ ກ່າວວ່າ ສູນຕ້ານການກໍ່ການຮ້າຍແມ່ນມີ "ຜູ້ກໍ່ການຮ້າຍ 33 ຄົນ" ອາ​ໄສ​ຢູ່ ໃນເວລາທີ່ການປິດລ້ອມໄດ້ເລີ້ມຕົ້ນຂຶ້ນ ໃນແຂວງຄາຍ​ເບີ ພາກ​ທັນ​ຄວາ (Khyber Pakhtunkhwa).

ທ່ານອາ​ຊີ​ຟ ກ່າວ​ວ່າ ກຸ່ມ​ທະ​ຫານ​ພິ​ເສດ​ຂັ້ນ​ສູງຂອງ​ກອງທັບ​ປາ​ກິ​ສຖານ ຫລື SSG ​ໄດ້​ດໍາ​ເນີນ​ການ​ປະ​ຕິ​ບັດ​ງານ ​ແລະ​ສັງຫານ "ພວກ​ກໍ່​ການ​ຮ້າຍ​ທັງ​ໝົດ". ທ່ານ​ກ່າວ​ຕື່ມ​ວ່າ ພະນັກງານ SSG ສອງ​ຄົນ​ກໍໄດ້​ເສຍ​ຊີວິດ​ເຊັ່ນ​ກັນ ​ໃນ​ຂະນະ​ທີ່​ມີ​ເຖິງ 15 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນນັ້ນ.

ພວກ​ທີ່​ຢູ່​ອາ​ໄສຢູ່​ເຂດນັ້ນ​ລາຍ​ງານ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຍິນ​ສຽງ​ລະ​ເບີດແຕກ ​ແລະ​ສຽງ​ປືນ​ຢູ່​ໃກ້​ກັບ​ເຂດຕຶກ​ຕໍາຫລວດ.

ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມປອດ​ໄພກ່າວ​ວ່າ ການ​ປະ​ຕິ​ບັດ​ງານ​ດັ່ງ​ກ່າວ​ໄດ້​ເລີ້ມຕົ້ນ​ຂຶ້ນ​ຫລັງ​ຈາກ​ການ​ເຈ​ລະ​ຈາ​ຫຼາຍ​ຮອບ​ກັບ "ພວກ​ກໍ່​ການ​ຮ້າຍ" ເພື່ອ​ຮັບ​ປະ​ກັນ "ອິດ​ສະຫລະ​ພາບ​ໃຫ້​ແກ່​ຄົນ​ທີ່​ບໍ​ລິ​ສຸດ" ບໍ່​ສາ​ມາດ​ບັນ​ລຸ​ຜົນ​ສຳ​ເລັດໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG